(ສພຊ) – ກອງປະຊຸມສຳມະນາຕິດຕາມກວດກາປະເມີນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ພ້ອມທັງກະກຽມສ້າງແຜນການ 5 ປີ ຄັ້ງທີ X (2026-2030) ໄດ້ຈັດໃນວັນທີ 11-13 ທັນວານີ້ ທີ່ນະຄອນຫຼວງພະບາງ ໂດຍການຜັດປ່ຽນເປັນປະທານຂອງທ່ານ ນາງ ວິໄຊ ສະຣິດທິລາດ ແລະ ທ່ານ ທັນຕາ ກອງຜາລີ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດ (ສພຊ) ເຊິ່ງມີທ່ານ ວິລະພັນ ສິລິທຳ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ທັງເປັນຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ, ທ່ານ ນາງ ຄາລິງໂກ ການບັດ ຜູ້ອຳນວຍການມູນນິທິອາຊີ ປະຈຳ ສປປລາວ, ບັນດາທ່ານ ສສຊ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ປະທານ ແລະ ຮອງປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ຈາກສະພາປະຊາຊົນຂັ້ນແຂວງ (ສພຂ) 10 ແຂວງພາກເໜືອ ແລະ ພາກກາງ, ວິທະຍາກອນຈາກກົມງົບປະມານແຫ່ງລັດ, ກົມແຜນການ, ສູນສະຖິຕິແຫ່ງຊາດ ກະຊວງການເງິນ, ທະນາຄານແຫ່ງ ສປປລາວ, ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ອົງການສະຫະປະຊາຊາດເພື່ອການພັດທະນາ ພ້ອມດ້ວຍຫົວໜ້າ ແລະ ຮອງຫົວໜ້າກົມ, ວິຊາການຈາກ ສພຊ, ສພຂ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ວິໄຊ ສະຣິດທິລາດ ໄດ້ກ່າວເນັ້ນເຖິງຄວາມສຳຄັນຂອງກອງປະຊຸມຄັ້ງນີ້ວ່າ: ການເຂົ້າຮ່ວມຂອງບັນດາທ່ານ ແມ່ນການປະກອບສ່ວນທີ່ສຳຄັນເຂົ້າໃນການຈັດຕັ້ງພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນການປະເມີນຜົນທ້າຍສະໄໝ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ.
ກອງປະຊຸມຄັ້ງນີ້ ມີຈຸດປະສົງຕົ້ນຕໍເພື່ອເພີ່ມທະວີ ແລະ ຍົກສູງຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະໃຫ້ແກ່ວິຊາການທີ່ເປັນເສນາທິການຊ່ວຍວຽກຂອງກຳມາທິການ ແລະ ສະພາປະຊາຊົນຂັ້ນແຂວງ ໃນວຽກງານການສ້າງແຜນ, ການພິຈາລະນາຮັບຮອງມະຕິ ແລະ ການຕິດຕາມກວດກາ, ປະເມີນຜົນ, ສະຫຼຸບຕີລາຄາ ຜົນສຳເລັດ, ບັນຫາຄົງຄ້າງ ແລະ ສິ່ງທ້າທາຍ ຂອງແຜນການ 5 ປີ ຄັ້ງທີ IX, ກະກຽມຄວາມພ້ອມທາງດ້ານເນື້ອໃນສໍາລັບການສະຫຼຸບຕີລາຄາ ແລະ ການວາງທິດທາງສຳລັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ເພື່ອຮັບໃຊ້ກອງປະຊຸມສະພາແຫ່ງຊາດຄັ້ງຕໍ່ໄປ.
ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນລະຍາຍຈາກວິທະຍາກອນຜູ້ຊ່ຽວຊານຈາກ 7 ພາກສ່ວນຄື: ກໍາມາທິການແຜນການ, ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດ, ກົມແຜນການ, ກົມງົບປະມານ, ສູນສະຖິຕິແຫ່ງຊາດ ຂອງກະຊວງການເງິນ, ທະນາຄານແຫ່ງ ສປປລາວ, ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ມະຫາວິທະຍາໄລແຫ່ງຊາດ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປລາວ ກ່ຽວກັບຫຼັກການ, ກົນໄກ ແລະ ວິທີການປະເມີນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ IX (2026-2030) ເພື່ອກະກຽມນໍາໄປພິຈາລະນາຮັບຮອງໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດໃນຕໍ່ໜ້າ; ນອກຈາກນັ້ນ, ຍັງໄດ້ໄປເຄື່ອນໄຫວການທັດສະນະສຶກສາຕົວຈິງ ໂດຍແບ່ງອອກເປັນ 4 ກຸ່ມ ເພື່ອເກັບກຳຂໍ້ມູນພຶດຕິກຳບົດຮຽນຕົວຈິງການພັດທະນາເສດຖະກິດ-ສັງຄົມຂອງແຂວງຫຼວງພະບາງ ແລ້ວນໍາມາລາຍງານຜົນການທັດສະນະສຶກສາ ແລະ ສົນທະນາແລກປ່ຽນບົດຮຽນກັບວິທະຍາກອນ ເພື່ອສະຫຼຸບສັງລວມເປັນບົດຮຽນ.
ທ່ານ ທັນຕາ ກອງຜາລີ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງເອົາໃຈໃສ່ເກັບກຳບົດຮຽນ, ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ແລະ ໝູນໃຊ້ຄວາມຮູ້ທີ່ໄດ້ຮັບ ເພື່ອນຳໄປປະກອບສ່ວນເຂົ້າໃນການຍົກສູງວຽກງານສ້າງແຜນ, ການພິຈາລະນາຮັບຮອງ ແລະ ການຕິດຕາມກວດກາປະເມີນຜົນຂອງອົງການນິຕິບັນຍັດ ໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ.
ປະເມີນຜົນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ທິດທາງ 5 ປີ ຄັ້ງທີ X
