(ສພຊ) – ຕອນບ່າຍວັນທີ 8 ທັນວາຜ່ານມາ ທີ່ສະພາແຫ່ງຊາດ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເອລນູຣ໌ ມາມມາດົບ (Elnur Mammadov) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ອາແຊັກໄບຊານ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງວັນທີ 7-10 ທັນວາ 2025.
ໃນໂອກາດນີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງ ສປປລາວ ແລະ ສ.ອາແຊັກໄບຊານ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ແລະ ການຢ້ຽມຢາມໄດ້ມີຂຶ້ນໃນທ່າມກາງທີ່ສອງປະເທດພວມຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 30 ປີ ໃນປີ 2025. ພ້ອມນີ້, ທ່ານຮອງປະທານສະພາແຫ່ງຊາດ ຍັງຕີລາຄາສູງຕໍ່ຜົນຂອງກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງປະຖົມມະລືກ ລະຫວ່າງສອງກະຊວງການຕ່າງປະເທດລາວ ແລະ ອາແຊັກໄບຊານ ເຊິ່ງສອງຝ່າຍໄດ້ພ້ອມກັນທົບທວນຄືນການພົວພັນຮ່ວມມືລະຫວ່າງສອງປະເທດ ທາງດ້ານການເມືອງ, ການພົວພັນລະຫວ່າງສອງພັກ, ສອງລັດຖະສະພາ ຂອງສອງປະເທດ, ການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ລວມເຖິງວຽກງານການເກັບກູ້ລະເບີດບໍ່ທັນແຕກ ແລະ ສອງປະເທດຍັງມີທ່າແຮງໃນການເສີມຂະຫຍາຍສາຍພົວພັນນໍາກັນໃນຕໍ່ໜ້າ. ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານໃນຊຸມປີ 70 ຂອງສະຕະວັດທີ່ແລ້ວ ເຊິ່ງປະເທດອາແຊັກໄບຊານ ໄດ້ໃຫ້ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດ ແກ່ ສປປລາວ ເປັນຈໍານວນຫຼາຍ, ເຊິ່ງປັດຈຸບັນ ບັນດາອະດີດນັກສຶກສາເຫຼົ່ານັ້ນ ໄດ້ມີໜ້າທີ່ຕໍາແໜ່ງທີ່ສໍາຄັນໃນກົງຈັກພັກ-ລັດ ສປປລາວ.
ໂອກາດດຽວກັນນີ້, ທ່ານ ເອລນູຣ໌ ມາມມາດົບ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຝ່າຍລາວຊາບເຖິງຈຸດປະສົງຂອງການຢ້ຽມຢາມ ສປປລາວ ໃນຄັ້ງນີ້, ລວມເຖິງຜົນຂອງການປຶກສາຫາລືກັບທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປລາວ ແລະ ຍັງໄດ້ຢືນຢັນຈະຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ ແລະ ອາແຊັກໄບຊານ ກໍຄືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
ພ້ອມດຽວກັນນີ້, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປລາວ ແລະ ສ.ອາແຊັກໄບຊານ, ການພົວພັນດ້ານພັກ, ກໍຄືການພົວພັນຮ່ວມມືອັນດີງາມລະຫວ່າງສອງອົງການນິຕິບັນຍັດ; ສອງຝ່າຍໄດ້ຕີລາຄາບົດບາດສໍາຄັນຄະນະມິດຕະພາບລັດຖະສະພາ ເຊິ່ງເປັນກົນໄກໜຶ່ງໃນການປະກອບສ່ວນຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບລະຫວ່າງສອງປະເທດ ເຊິ່ງຝ່າຍອາແຊັກໄບຊານ ກໍຈະມີການສ້າງຄະນະມິດຕະພາບລັດຖະສະພາກັບສະພາແຫ່ງຊາດລາວ. ສະພາແຫ່ງຊາດລາວ ໄດ້ສົ່ງຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີຂອງອາແຊັກໄບຊານ ໃນເດືອນກຸມພາ 2024 ຜ່ານມາ, ລັດຖະສະພາອາແຊັກໄບຊານ ໄດ້ສົ່ງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (ໄອປາ) ຄັ້ງທີ 45 ທີ່ສະພາແຫ່ງຊາດລາວເປັນເຈົ້າພາບ ໃນປີ 2024; ສອງອົງການຍັງໄດ້ມີການພົບປະໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະສະພາກພື້ນ ແລະ ສາກົນ ເປັນຕົ້ນ ກອງປະຊຸມ IPU, APA, AIPA ແລະ ອື່ນໆ.
ໃນໂອກາດນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ເພື່ອເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືລະຫວ່າງສອງອົງການນິຕິບັນຍັດ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ; ສອງຝ່າຍເຫັນດີຊຸກຍູ້ໃຫ້ສືບຕໍ່ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆນຳກັນ, ລວມເຖິງການສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
ຮອງປະທານສະພາແຫ່ງຊາດ ຕ້ອນຮັບການຢ້ຽມຂໍ່ານັບຂອງຮອງລັດຖະມົນຕີກະຊວງການຕ່າງປະເທດ ອາແຊັກໄບຊານ
