ຖະແຫຼງກ່ຽວກັບ ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ x ແລະ ສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາຊຸດທີ v

ທ.ວ. 11, 2025

ທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ   ກໍາມະການ ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຜູ້ປະຈໍາການ ຄະນະປະຈໍາການ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໄດ້ຖະແຫຼງກ່ຽວກັບ ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ x  ແລະ ສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາຊຸດທີ v  ໃນວັນທີ 11 ທັນວາ 2025 ນີ້ວ່າ: ອິງຕາມມາດຕາ 77 ຂອງລັດຖະທຳມະນູນແຫ່ງ ສ ປປ ລາວ ສະບັບປັບປຸງປີ 2025 ກ່ຽວກັບການກຳນົດອາຍຸການຂອງສະພາປະຊາຊົນແຂວງ ຊຶ່ງມີອາຍຸການ 5 ປີ ເທົ່າກັບສະພາແຫ່ງຊາດ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ຊຸດໃໝ່ຕ້ອງໃຫ້ສຳເລັດພາຍໃນ 60 ວັນ, ກ່ອນສະພາຊຸດເກົ່າຈະໝົດອາຍຸການ ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ, ແຈ້ງການແນະນຳຂອງຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ແຜນການດຳເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ແນ່ໃສ່ເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ x  ແລະ ສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາຊຸດທີ v  ໄດ້ດຳເນີນຖືກຕ້ອງຕາມກົດໝາຍ ແລະ ມີຜົນສຳເລັດທັນຕາມກຳນົດເວລາ ວັນທີ 25 ພະຈິກ 2025 ຄະນະກຳມະການເລືອກຕັ້ງຂອງແຂວງຫຼວງນໍ້າທາໄດ້ດຳເນີນກອງປະຊຸມຄັ້ງປະຖົມມະລືກຂອງຕົນຂຶ້ນທີ່ສະພາປະຊາຊົນແຂວງຫຼວງນ້ຳທາ ໂດຍການເປັນປະທານຂອງ ທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີບັນດາທ່ານຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ກອງເລຂາຊ່ວຍວຽກເຂົ້າຮ່ວມ 20 ທ່ານ, ຍິງ 5 ທ່ານ, ເຊິ່ງກອງປະຊຸມໄດ້ເຜີຍແຜ່ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາຊີ້ນຳຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ x  ແລະ ສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາຊຸດທີ v , ບັນດາແຈ້ງການແນະນຳຂອງຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ຄະນະກຳມະການເລືອກຕັ້ງຂັ້ນແຂວງຈຳນວນໜື່ງ; ກອງປະຊຸມໄດ້ຜ່ານມະຕິຂອງຄະນະປະຈຳສະພາປະຊາຊົນແຂວງ ສະບັບເລກທີ 196/ຄປຈຂ, ລົງວັນທີ10/11/2025 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂອງແຂວງ ຊຶ່ງປະກອບມີ 19 ທ່ານ, ຍິງ 3 ທ່ານ; ແຕ່ງຕັ້ງຄະນະປະຈຳການຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ຈຳນວນ 9 ທ່ານ, ເຊິ່ງຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ຄະນະປະຈຳການມີສິດ ແລະ ໜ້າທີ່ນຳພາ-ຊີ້ນຳການດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ x  ແລະ ສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາຊຸດທີ v  ໃຫ້ຖືກຕ້ອງຕາມລັດຖະທຳມະນູນແຫ່ງ ສ ປປ ລາວ, ກົດໝາຍ ແລະ ລະບຽບການເລືອກຕັ້ງ ຮັບປະກັນໃຫ້ການເລືອກຕັ້ງບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກຳນົດໄວ້; ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ແຕ່ງຕັ້ງບັນດາອະນຸກຳມະການຊ່ວຍວຽກຂອງຕົນ ຊຶ່ງປະກອບມີ 5 ອະນຸກຳມະການຄື ອະນຸກຳມະການເລຂານຸການ; ອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ; ອະນຸກຳມະການໂຄສະນາ,ປຸກລະດົມຂະບວນການ; ອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ອະນຸກຳມະການບໍລິຫານ,ພິທີການ ແລະ ງົບປະມານ.

ໂດຍອິງຕາມລັດຖະດຳລັດຂອງປະທານປະເທດແຫ່ງ ສ ປປ ລາວ ສະບັບເລກທີ 311/ປປທ, ລົງວັນທີ 1 ທັນວາ 2025 ວ່າດ້ວຍການປະກາດວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ x  ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ v  ເຊິ່ງໄດ້ກຳນົດເອົາວັນອາທິດ ວັນທີ 22 ກຸມພາ 2026 ເປັນວັນເລືອກຕັ້ງໃນຂອບເຂດທົ່ວປະເທດ.

ໃນຕອນທ້າຍ ທ່ານໄດ້ຮຽກຮ້ອງປະຊາຊົນລາວບັນດາເຜົ່າພາຍໃນແຂວງຫຼວງນໍ້າທາເປັນຕົ້ນແມ່ນຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນຊອກຮູ້ຮ່ຳຮຽນກ່ຽວກັບກົດໝາຍ ແລະ ລະບຽບການເລືອກຕັ້ງ, ຍົກສູງສະຕິເປັນເຈົ້າປະເທດຊາດ, ຕັ້ງໜ້າກະກຽມ ແລະ ເຂົ້າຮ່ວມຂະບວນການເລືອກຕັ້ງເທື່ອນີ້ໃຫ້ເກີດໝາກຜົນຕົວຈິງຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ໂດຍ ນາງ ອຳພອນ ສີປະເສີດ