(ສພຊ) – ໂດຍຕອບສະໜອງຕາມຄຳເຊີນຂອງຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ຄະນະຜູ້ແທນຄະນະສັນຕິພາບຫວຽດນາມ ນຳໂດຍສະຫາຍ ອວງ ຈູລຶວ ອະດີດກໍາມະການສູນກາງພັກກອມມູນິດຫວຽດນາມ, ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງວັນທີ 8-11 ທັນວາ 2025.
ວັນທີ 9 ທັນວາ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມພົບປະສອງຝ່າຍລະຫວ່າງຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ຄະນະສັນຕິພາບຫວຽດນາມ ເຊິ່ງຝ່າຍລາວນຳໂດຍສະຫາຍ ສົມມາດ ພົລເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ຝ່າຍຫວຽດນາມນຳໂດຍສະຫາຍ ອວງ ຈູລຶວ; ສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະປະເທດໃຫ້ກັນຊາບ, ປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການ ໃນການເຄື່ອນໄຫວວຽກງານສັນຕິພາບ ພ້ອມທັງແລກປ່ຽນຂໍ້ມູນ ແລະ ທັດສະນະ ກ່ຽວກັບສະພາບການພົ້ນເດັ່ນຂອງພາກພື້ນ ແລະ ຂອງໂລກ ທີ່ສອງຝ່າຍສົນໃຈ ເຮັດໃຫ້ການພົບປະຄັ້ງນີ້ ມີເນື້ອໃນອຸດົມສົມບູນ ແລະ ມີບັນຍາກາດ.
ໃນວັນດຽວກັນ, ຄະນະຜູ້ແທນຄະນະສັນຕິພາບຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ; ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ຂອງຄະນະຜູ້ແທນຄະນະສັນຕິພາບຫວຽດນາມ ເຊິ່ງຖືເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນ ລາວ-ຫວຽດນາມ; ສະຫາຍ ອວງ ຈູລຶວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ແຈ້ງໃຫ້ຊາບຈຸດປະສົງຂອງການມາຢ້ຽມຢາມ ສປປ ລາວ ແລະ ການເຄື່ອນໄຫວໂດຍຫຍໍ້ຂອງຄະນະສັນຕິພາບຫວຽດນາມ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ລວງເລິກ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ; ພ້ອມນັ້ນ, ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງຄະນະສັນຕິພາບຂອງສອງປະເທດ ທີ່ມີກົນໄກການພົວພັນຮ່ວມມື, ປະສານງານ, ຖອດຖອນບົດຮຽນນຳກັນ, ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນທັດສະນະ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນເວທີພາກພື້ນ ແລະ ສາກົນ ເຊິ່ງເປັນການປະກອບສ່ວນສ້າງສະພາບແວດລ້ອມໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ສາກົນ.
ນອກນັ້ນ, ຄະນະຜູ້ແທນຄະນະສັນຕິພາບຫວຽດນາມ ຍັງໄດ້ໄປຢ້ຽມຢາມ ແລະ ພົບປະການນໍາແຂວງວຽງຈັນ, ຊົມສະຖານທີ່ທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ເຂດເສດຖະກິດ ຈໍານວນໜຶ່ງ ໃນນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ.
ພົບປະສອງຝ່າຍລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີ ລາວ-ຫວຽດນາມ
