(ສພຊ) – ວັນທີ 1 ທັນວາຜ່ານມາ ທີ່ໂຮງຮຽນປະຖົມສຶກສາສົມບູນ ລາວ-ຈີນ ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ), ບໍລິສັດ ຊີເອັດຈີ (CSG) ຮ່ວມກັບບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ມູນນິທິຊົນນະບົດຂອງຈີນ (CFRD) ໄດ້ຈັດຕັ້ງພິທີມອບ-ຮັບຫ້ອງສະໝຸດ CSG ຈຳນວນ 5 ຫ້ອງ ແລະ ອຸປະກອນການຮຽນ-ການສອນ ໃຫ້ໂຮງຮຽນປະຖົມສຶກສາສົມບູນ ລາວ-ຈີນ ບ້ານໜອງປີງ, ໂຮງຮຽນປະຖົມສຶກສາສົມບູນສີວິໄລ, ໂຮງຮຽນປະຖົມສຶກສາສົມບູນບ້ານຫ້ວຍອອນ ຢູ່ ນວ ແລະ ໂຮງຮຽນມັດທະຍົມສົມບູນເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມນາເຕີຍ ແຂວງຫຼວງນ້ຳທາ; ຕາງໜ້າຮັບໂດຍຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງຂອງ 5 ໂຮງຮຽນດັ່ງກ່າວ ໂດຍມີທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ທັງເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ມີບັນດາຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ພະແນກສຶກສາທິການ ແລະ ກິລາ ນວ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ພາກສ່ວນກ່ຽວຂ້ອງຂອງວິສາຫະກິດຈີນ ປະຈຳຢູ່ ສປປລາວ ເຂົ້າຮ່ວມເປັນສັກຂີພະຍານ.
ຫ້ອງສະໝຸດທີ່ມອບ-ຮັບ ໃຫ້ 5 ໂຮງຮຽນ, ປະກອບມີປຶ້ມສອງພາສາ ລາວ-ຈີນ ແລະ ອຸປະກອນອ່ານອັດສະລິຍະ, ໃຊ້ວັດສະດຸປະຢັດພະລັງງານ ແລະ ເປັນມິດກັບສິ່ງແວດລ້ອມ ໃນການກໍ່ສ້າງ, ສ້າງສະພາບແວດລ້ອມການອ່ານທີ່ທັນສະໄໝ, ສະດວກສະບາຍ ແລະ ປອດໄພສຳລັບນັກຮຽນ, ກາຍເປັນ “ໂຄມໄຟຄວາມຮູ້” ທີ່ສ່ອງແສງໃຫ້ແກ່ການເຕີບໃຫຍ່ຂອງເດັກນ້ອຍ. ໂຄງການຫ້ອງສະໝຸດ CSG ແມ່ນການປະຕິບັດທີ່ສຳຄັນຂອງບໍລິສັດ CSG ໃນການຊຸກຍູ້ດ້ານການສຶກສາ, ສົ່ງເສີມການແລກປ່ຽນວັດທະນະທຳ; ມາຮອດປັດຈຸບັນ, ໂຄງການນີ້ ໄດ້ສ້າງສຳເລັດ 500 ແຫ່ງ, ເປັນປະໂຫຍດໃຫ້ແກ່ເດັກນ້ອຍຫຼາຍກວ່າ 200,000 ຄົນ. ການສ້າງຫ້ອງສະໝຸດຢູ່ ສປປລາວ ໃນຄັ້ງນີ້ ເປັນສັນຍານວ່າ: ໂຄງການກ້າວໄປສູ່ສາກົນຢ່າງເປັນທາງການ ຈະເພີ່ມແຮງຂັບເຄື່ອນທີ່ຕໍ່ເນື່ອງໃຫ້ແກ່ການຮ່ວມມືດ້ານການສຶກສາ ຈີນ-ລາວ, ເສີມສ້າງການພັດທະນາກຳລັງຄົນໜຸ່ມ, ສືບຕໍ່ປະກອບສ່ວນພະລັງງານສຳລັບການສ້າງຊຸມຊົນຊາຕາກຳຮ່ວມ ລາວ-ຈີນ ທີ່ມີຄຸນນະພາບສູງຂຶ້ນ ແລະ ແໜ້ນແຟ້ນຂຶ້ນ.
ທ່ານ ສົມມາດ ພົລເສນາ ກ່າວວ່າ: ການຊ່ວຍເຫຼືອສ້າງຫ້ອງສະໝຸດໃນຄັ້ງນີ້ ບໍ່ພຽງແຕ່ນຳເອົາປຶ້ມ, ອຸປະກອນ ແລະ ສະພາບແວດລ້ອມການຮຽນຮູ້ທີ່ດີມາສູ່ໂຮງຮຽນເທົ່ານັ້ນ, ແຕ່ຍັງເປັນກາດເປີດໂອກາດໃຫ້ນ້ອງໆນັກຮຽນ ໄດ້ກ້າວເຂົ້າສູ່ໂລກແຫ່ງຄວາມຮູ້ ແລະ ໂລກພາຍນອກທີ່ກວ້າງໄກ ທັງເປັນສັນຍະລັກຂອງມິດຕະພາບ ລາວ-ຈີນ; ຫ້ອງສະໝຸດ CSG ຊຸດທຳອິດໃນ ສປປລາວ ນີ້, ແມ່ນໜຶ່ງວຽກງານທີ່ຈະແຈ້ງອີກອັນໜຶ່ງຂອງມິດຕະພາບອັນແໜ້ນແຟ້ນລະຫວ່າງປະຊາຊົນຂອງສອງປະເທດ ລາວ-ຈີນ.
ທ່ານ ໂຈວ ຈຽນ ຮອງຫົວໜ້າຝ່າຍວາງແຜນຍຸດທະສາດຂອງບໍລິສັດ CSG ກ່າວວ່າ: ບໍລິສັດ CSG ມຸ່ງໝັ້ນໃນການຊຸກຍູ້ການສ້າງຊຸມຊົນຊາຕາກຳຮ່ວມ ຈີນ-ລາວ ມາໂດຍຕະຫຼອດ; ໃນຂະນະທີ່ລົງເລິກການຮ່ວມມືດ້ານພະລັງງານໄຟຟ້າ ຈີນ-ລາວ, ປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມຂອງວິສາຫະກິດຢ່າງຫ້າວຫັນ, ຊຸກຍູ້ໃຫ້ມີການປະຕິບັດໂຄງການເພື່ອສາທາລະນະປະໂຫຍດ ເຊັ່ນ: ຫ້ອງສະໝຸດ CSG, ຊ່ວຍເຫຼືອການພັດທະນາການສຶກສາຂອງ ສປປລາວ.
ທ່ານ ລິນ ຣຸຍ ຮອງຜູ້ອຳນວຍການຂອງບໍລິສັດ CSG-LMI, ປະທານບໍລິສັດ EDL-T ກ່າວວ່າ: ຫ້ອງສະໝຸດ CSG ບໍ່ພຽງແຕ່ເປັນສະຖານທີ່ສຳລັບຄົ້ນຫາຄວາມຮູ້ ແລະ ການອ່ານ, ແຕ່ຍັງເປັນເວທີທີ່ລວມເອົາຄວາມຫວັງ, ເຊື່ອມຕໍ່ ຈີນ-ລາວ ອີກດ້ວຍ, ຈະເປີດປະຕູສູ່ໂລກກວ້າງໃຫ້ແກ່ເດັກນ້ອຍໃນ ສປປລາວ.
ໃນໂອກາດດຽວກັນ, ມູນນິທິພັດທະນາຊົນນະບົດຈີນ, ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ບໍລິສັດ ຊີອີອີຊີ (CEEC), ບໍລິສັດ ຊີຈີເອັນ (CGN), ບໍລິສັດ ເອັສທີພີຊີ (STPC) ແລະ ວິສາຫະກິດຈີນທີ່ປະຈຳຢູ່ ສປປລາວ ໄດ້ມອບລົດຖີບ, ກະເປົາເປ້, ອຸປະກອນກິລາ ແລະ ອື່ນໆ ຫຼາຍກວ່າ 5,000 ອັັນ ລວມມູນຄ່າ 2,28 ຕື້ກີບ ໃຫ້ແກ່ 5 ໂຮງຮຽນດັ່ງກ່າວ.
ມອບ-ຮັບຫ້ອງສະໝຸດ ແລະ ອຸປະກອນການຮຽນ-ການສອນ ໃຫ້ 5 ໂຮງຮຽນ
