ເພື່ອເປັນການຫວນຄືນມູນເຊື້ອປະຫວັດສາດອັນດີງາມຂອງຊາດ ກໍ່ຄືນ້ຳໃຈເສຍສະຫຼະ, ຄວາມຮັກອິດສະຫຼະພາບ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນລາວບັນດາເຜົ່າ ທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອກອບກູ້ແລະ ປົດປ່ອຍເອົາປະເທດຊາດ ອອກຈາກການເປັນຫົວເມືອງຂຶ້ນໃນໄລຜ່ານມາ; ນຳມາເຜີຍແຜ່ ແລະ ເຊື່ອມຊຶມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງຫຼວງພະບາງ ເຂົ້າໃຈແຈ້ງຢ່າງເລິກເຊີ່ງ ແລະ ຮັບຮູ້ເຖິງມູນເຊື້ອອັນດີງາມ ແຫ່ງຄວາມສາມັກຄີ ແລະ ຄວາມເສຍສະຫຼະເພື່ອປະເທດຊາດ, ເພື່ອບ້ານເກີດເມືອງນອນ ແລະ ທັງເປັນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ໃຫ້ເປັນຂະບວນຟົດຟື້ນໃນທົ່ວສັງຄົມລາວ;

ໃນຕອນເຊົ້າຂອງວັນທີ 26 ພະຈິກ 2025 ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີປາຖະກາຖາ ເອກະສານສຳຄັນຂອງຊາດຂຶ້ນ ພາຍໃຕ້ການເປັນປະທານ ຂອງທ່ານ ສິງຕັນ ໄຊລືຊົ່ງ ຄະນະປະຈຳພັກແຂວງ, ຮອງປະທານຄະນະປະຈຳ ສະພາປະຊາຊົນແຂວງ ມີບັນດາທ່ານ ປະທານ-ຮອງປະທານ ສາມຄະນະກຳມະການ, ເລຂາ-ຮອງເລຂາທິການ, ຫົວໜ້າ-ຮອງຫົວໜ້າ ແລະ ພະນັກງານພາຍໃນ ສະພາປະຊາຊົນແຂວງເຂົ້າຮ່ວມ; ເຊິ່ງເອກະສານທີ່ໄດ້ນຳມາເຜີຍແຜ່ ແລະ ເຊື່ອມຊຶມໃນຄັ້ງນີ້ມີປະກອບມີ ເອກະສານວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ( 2 ທັນວາ 1975-2025) ແລະ ວັນຄ້າຍວັນເກີດ ທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-2025) ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ແລະ ເອກະສານການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V;

ເພື່ອໃຫ້ພະນັກງານພາຍໃນສະພາປະຊາຊົນແຂວງໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງເຖິງຄວາມພິລະອາດຫານ, ຄວາມບໍ່ຍອມຈຳນົນໃນການເປັນຫົວເມືອງຂຶ້ນຂອງປະເທດໃດ ແລະ ການນຳພາອັນສະຫຼາດສ່ອງໃສ່ຂອງພັກປະຊາຊົນປະຕິວັດລາວ ແລະ ຜູ້ນຳທີ່ມີຄວາມປີຊາສາມາດນຳພາ ໃນແຕ່ລະຍຸກແຕ່ລະສະໄໝ ໂດຍສະເພາະແມ່ນ ປະທານ ໄກສອນ ພົມວິຫານ ເປັນໜຶ່ງໃນຜູ້ນຳ ທີ່ໄດ້ນຳພາ, ເຕົ້າໂຮມ ປວງຊົນລາວທັງຊາດ ລຸກຂຶ້ນຕໍ່ສູ້ກູ້ຊາດ ຕ້ານພວກຈັກກະພັດລ່າເມືອງຂຶ້ນ ຈົນສາມາດຍາດໄດ້ໄຊຊະນະ ແລະ ໄດ້ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ ແລະ ເພື່ອເປັນການເຊີດຊູນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ, ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາໃຫ້ຮັ່ງມີເຂັ້ມແຂງຮອບດ້ານ, ພ້ອມກັນສົ່ງເສີມການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍໃຫ້ຫຼາຍຂຶ້ນ.

