(ສພຊ) – ຕອນບ່າຍວັນທີ 25 ພະຈິກຜ່ານມາ, ກົມສື່ມວນຊົນ ຮ່ວມກັບຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ (ສພຊ) ໄດ້ຕ້ອນຮັບ ແລະ ນຳພາຄະນະຈາກກົມກວດກາ ກະຊວງອຸດສາຫະກຳ ແລະ ການຄ້າ ຈຳນວນ 40 ທ່ານ ເຊິ່ງນຳໂດຍທ່ານ ພຸດທະວັນ ນັນທະວົງ ຫົວໜ້າກົມກວດກາ ແລະ ນັກຮຽນຈາກໂຮງຮຽນ ສີຄຳ ພັດທະນາ ຈຳນວນ 135 ຄົນ ເຊິ່ງນຳໂດຍທ່ານອາຈານ ນາງ ກຸ້ງນາງ ພັນທະວົງ ທີ່ມາທັດສະນະສຶກສາຢ້ຽມຊົມຫໍມູນເຊື້ອ, ຫ້ອງປະຊຸມໃຫຍ່ ແລະ ງານວາງສະແດງສະພາແຫ່ງຊາດ ຄົບຮອບ 50 ປີ (2/12/1975 – 2/12/2025).
ການມາທັດສະນະສຶກສາຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX) ແລະ ນ້ອງໆນັກຮຽນໄດ້ຕອບຄຳຖາມເພື່ອຮັບຂອງລາງວັນ ແລະ ໄດ້ມອບປຶ້ມທີ່ລະນຶກ ສພຊ ໃຫ້ທັງສອງຄະນະອີກດ້ວຍ; ຈາກນັ້ນ, ຍັງໄດ້ຢ້ຽມຊົມຫ້ອງປະຊຸມໃຫຍ່ ເຮັດໃຫ້ຄະນະທີ່ມາຢ້ຽມຊົມ ແລະ ນ້ອງໆນັກຮຽນ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການນິຕິບັນຍັດຫຼາຍຂຶ້ນ.

(ນາງ ນິດຕາ ຄຸນປາກດີ)

