(ສພຊ) – ວັນທີ 19 ພະຈິກຜ່ານມາ, ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈຳປີ 2026 ຂອງສະພາແຫ່ງຊາດ ຊຸດທີ X ເຊິ່ງໄດ້ຮັບຜົນສໍາເລັດຄື:
1. ດ້ານນິຕິບັນຍັດ
ພິຈາລະນາຮັບຮອງການສ້າງ ແລະ ປັບປຸງກົດໝາຍ 87 ສະບັບ ໃນນີ້, ສ້າງໃໝ່ 24 ສະບັບ ແລະ ປັບປຸງ 63 ສະບັບ ເທົ່າກັບ 90.62 % ຂອງແຜນການ 5 ປີ, ຮອດປັດຈຸບັນ ມີກົດໝາຍທັງໝົດ 176 ສະບັບ; ສໍາລັບປີ 2025 ໄດ້ພິຈາລະນາຮັບຮອງເອົາກົດໝາຍ 13 ສະບັບ ໃນນີ້, ສ້າງໃໝ່ 5 ສະບັບ ແລະ ປັບປຸງ 8 ສະບັບ; ຮັບຄຳສະເໜີຈາກພາກສ່ວນທີ່ກ່ຽວຂ້ອງໃນການຕີຄວາມໝາຍ ແລະ ອະທິບາຍກົດໝາຍ 15 ບັນຫາ ເຊິ່ງສາມາດຕີຄວາມໝາຍ ຫຼື ແກ້ໄຂດ້ວຍຮູບການຕ່າງໆ 14 ບັນຫາ ກວມເອົາ 93.33%; ອອກນິຕິກໍາໃຕ້ກົດໝາຍ 80 ສະບັບ ແລະ ໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ສັນຍາສາກົນ 7 ສະບັບ.
2. ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ
ໄລຍະ 5 ປີຜ່ານມາ ໄດ້ດໍາເນີນກອງປະຊຸມສະໄໝສາມັນ ແລະ ສະໄໝວິສາມັນ 12 ຄັ້ງ, ພິຈາລະນາ 196 ເນື້ອໃນ ແລະ ຮັບຮອງອອກເປັນມະຕິ 106 ສະບັບ; ປີ 2025 ໄດ້ດໍາເນີນກອງປະຊຸມສະໄໝສາມັນ 2 ຄັ້ງ ແລະ ສະໄໝວິສາມັນ 1 ຄັ້ງ ພິຈາລະນາ 26 ເນື້ອໃນ ແລະ ຮັບຮອງອອກເປັນມະຕິ 26 ສະບັບ, ອັນພົ້ນເດັ່ນ ໄດ້ພິຈາລະນາຮັບຮອງເອົາການປັບປຸງລັດຖະທໍາມະນູນ ສະບັບປີ 2025 ແລະ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ; ດໍາເນີນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ 60 ຄັ້ງ ພິຈາລະນາ 768 ເນື້ອໃນ ແລະ ຮັບຮອງອອກເປັນມະຕິ 519 ສະບັບ; ປີ 2025 ດໍາເນີນກອງປະຊຸມ ຄປຈສພຊ 12 ຄັ້ງ, ກອງປະຊຸມວິສາມັນ 6 ຄັ້ງ ພິຈາລະນາ 131 ເນື້ອໃນ ແລະ ອອກເປັນມະຕິ 91 ສະບັບ.
3. ດ້ານການຕິດຕາມກວດກາ
ໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ, ການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ການຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກ ເລກທີ 112/ກມສພ, ດໍາລັດເລກທີ 280/ລບ, ການຜັນຂະຫຍາຍເນື້ອໃນກົດໝາຍ ອອກເປັນນິຕິກຳໃຕ້ກົດໝາຍ, ການຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນແຮ່ທາດ, ບັນຫາເສັ້ນທາງຄົມມະນາຄົມຂົນສົ່ງ ແລະ ຫົວຂໍ້ອື່ນໆ 172 ຄັ້ງ; ພ້ອມນັ້ນ, ຍັງໄດ້ຕິດຕາມກວດກາຢູ່ກອງປະຊຸມສະພາແຫ່ງຊາດ ດ້ວຍການຊັກຖາມ 490 ຄໍາຊັກຖາມ; ຄະນະປະຈໍາສະພາແຫ່ງຊາດ ໄດ້ຕິດຕາມກວດກາໂດຍຜ່ານການດໍາເນີນກອງປະຊຸມຮ່ວມລະຫວ່າງ ຄປຈສພຊ ກັບພາກສ່ວນຕ່າງໆ ເພື່ອປຶກສາຫາລື ແລະ ແກ້ໄຂບັນຫາເຄັ່ງຮ້ອນຂອງສັງຄົມ; ໄດ້ຊຸກຍູ້ການໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ຢູ່ 6 ກະຊວງ ແລະ ທ້ອງຖິ່ນ 6 ຄັ້ງ ກວມເອົາ 13 ແຂວງ ແລະ ຍັງໄດ້ຮ່ວມໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ 17 ຄັ້ງ ມີຜູ້ເຂົ້າ 1,631 ຄົນ ຍິງ 572 ຄົນ; ຕິດຕາມກວດກາການຜັນຂະຫຍາຍມາດຕາຂອງກົດໝາຍ ອອກເປັນນິຕິກໍາໃຕ້ກົດໝາຍ 305 ມາດຕາ ກວມເອົາ 87 ກົດໝາຍ, ສາມາດຜັນຂະຫຍາຍແລ້ວ 46 ມາດຕາ ກວມເອົາ 10 ກົດໝາຍ ແລະ ຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 5 ຂົງເຂດຄື: ເສດຖະກິດ-ການເງິນ 4 ສະບັບ, ຍຸຕິທໍາ 4 ສະບັບ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ສະບັບ, ວັດທະນະທໍາ-ສັງຄົມ 4 ສະບັບ ແລະ ສະພາແຫ່ງຊາດ 4 ສະບັບ; ປີ 2025 ໄດ້ຕິດຕາມກວດກາຫົວຂໍ້ຕ່າງໆ 31 ຄັ້ງ, ນອກນັ້ນ ຍັງໄດ້ຕິດຕາມກວດກາຢູ່ກອງປະຊຸມ ສພຊ ດ້ວຍການຊັກຖາມ 36 ຄໍາຊັກຖາມ.
ຮັບຄໍາຮ້ອງຂໍຄວາມເປັນທຳຂອງປະຊາຊົນ 1,700 ສະບັບ ສາມາດພິຈາລະນາ 1.400 ສະບັບ ເທົ່າກັບ 82.35%, ຍັງຄ້າງ 300 ສະບັບ ທີ່ເຂົ້າມາໃນ ສພຊ ຊຸດທີ IX; ປີ 2025 ຮັບຄໍາຮ້ອງຂໍຄວາມເປັນທໍາ 236 ສະບັບ ແລະ ພິຈາລະນາແກ້ໄຂ 121 ສະບັບ; ຈັດກອງປະຊຸມປຶກສາຫາລືຄໍາຮ້ອງທີ່ມີຄວາມຫຍຸ້ງຍາກ ກັບພາກສ່ວນກ່ຽວຂ້ອງ 7 ຄັ້ງ, ສາມາດແກ້ໄຂ 28 ເລື່ອງ; ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ 424 ເທື່ອຄັ້ງ; ຮັບຄໍາຮ້ອງ, ຄໍາສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ (156) 2,708 ເລື່ອງ.
4. ການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ
– ສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ; ໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ບັນດານິຕິກໍາໃຕ້ກົດໝາຍ 19 ຄັ້ງ, ມີຜູ້ເຂົ້າຮ່ວມ 7,375 ຄົນ ຍິງ 2,873 ຄົນ. ປີ 2025 ປະຕິບັດໄດ້ 9 ຄັ້ງ, ມີຜູ້ເຂົ້າຮ່ວມ 744 ຄົນ ຍິງ 200 ຄົນ.
– ປະກອບຄໍາເຫັນຢູ່ກອງປະຊຸມ ສພຊ 5,039 ເທື່ອຄົນ ຍິງ 995 ເທື່ອຄົນ.
– ພົບປະປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ 8,444 ຈຸດ, ມີຜູ້ເຂົ້າຮ່ວມ 839,567 ຄົນ ຍິງ 346,320 ຄົນ; ນອກນັ້ນ, ຍັງໄດ້ລະດົມທຶນການຊ່ວຍເຫຼືອດ້ານງົບປະມານ ແລະ ວັດຖຸເຄື່ອງໃຊ້ຕ່າງໆ ໃຫ້ແກ່ປະຊາຊົນ ລວມເປັນມູນຄ່າທັງໝົດ 7,349,275,756 ກີບ. ປີ 2025 ພົບປະປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ 1, 557 ຈຸດ, ມີຜູ້ເຂົ້າຮ່ວມ 155,037 ຄົນ ຍິງ 62,479 ຄົນ ແລະ ໄດ້ລະດົມການຊ່ວຍເຫຼືອດ້ານງົບປະມານ ແລະ ວັດຖຸເຄື່ອງໃຊ້ຕ່າງໆ 2,189,470,000 ກີບ.
ຜົນສຳເລັດການຈັດຕັ້ງປະຕິບັດວຽກງານຂອງ ສພຊ
