ຮອງປະທານ ກຜງສ ຕ້ອນຮັບຄະນະຜູ້ແທນ IMF

​ພ.ຈ. 21, 2025

(ສພຊ) – ຕອນບ່າຍວັນທີ 19 ພະຈິກຜ່ານມາ, ທ່ານ ທັນຕາ ກອງຜາລີ ຮອງປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ (ກຜງສ) ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ນາງ ອັງຄະນາ ບາເນີຈີ ຫົວໜ້າຄະນະຊ່ຽວຊານຂອງອົງການກອງທຶນການເງິນລະຫວ່າງປະເທດ (IMF) ພ້ອມດ້ວຍຄະນະ ໂດຍມີຈຸດປະສົງເພື່ອປຶກສາຫາລື ແລະ ລາຍງານກ່ຽວກັບຜົນການປະເມີນເສດຖະກິດມະຫາພາກຂອງ ສປປລາວ ຕາມພັນທະຂອງປະເທດສະມາຊິກ ຕາມມາດຕາ IV ເຊິ່ງທ່ານຮອງປະທານ ກຜງສ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະ ຢູ່ ສປປລາວ ຄັ້ງນີ້.
ທ່ານ ນາງ ອັງຄະນາ ບາເນີຈີ ໄດ້ລາຍງານຜົນການປະເມີນເສດຖະກິດມະຫາພາກຂອງ ສປປລາວ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານທີ່ສາມາດຮັກສາໄດ້ສະຖຽນລະພາບດ້ານເສດຖະກິດມະຫາພາກ ເປັນຕົ້ນ ດ້ານງົບປະມານ: ສາມາດເກັບລາຍຮັບໄດ້ເກີນແຜນ, ຮັບປະກັນດ້ານລາຍຈ່າຍ; ດ້ານນະໂຍບາຍເງິນ ຕາ: ອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ສາມາດຄວບຄຸມໄດ້, ລະດັບຄັງສໍາຮອງເງິນຕາຕ່າງປະເທດເພີ່ມຂຶ້ນ. ແຕ່ເຖິງຢ່າງໃດກໍຕາມ, ຄະນະຊ່ຽວຊານໄດ້ສະແດງຄວາມເປັນຫ່ວງ ແລະ ສະເໜີໃຫ້ເອົາໃຈໃສ່ຕໍ່ບາງບັນຫາ ເພື່ອຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ເສດຖະກິດມະຫາພາກໃນຕໍ່ໜ້າ ເປັນຕົ້ນ: ສືບຕໍ່ເກັບລາຍຮັບໃຫ້ຫຼາຍຂຶ້ນກວ່າເກົ່າ, ປະຕິບັດນະໂຍບາຍດ້ານພາສີ-ອາກອນຕາມກົດໝາຍໃຫ້ເຂັ້ມງວດ, ສົ່ງເສີມການພັດທະນາດ້ານສີມືແຮງງານ ແລະ ການຜະລິດພາຍໃນໃຫ້ຫຼາຍຂຶ້ນ, ປັບປຸງສະພາບແວດລ້ອມການລົງທຶນ, ສົ່ງເສີມໂຄງການແບບມີສ່ວນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ (PPP), ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ, ສ້າງຄວາມເຂັ້ມແຂງຄັງສໍາຮອງເງິນຕາຕ່າງປະເທດໃຫ້ຫຼາຍຂຶ້ນກວ່າເກົ່າ ລວມທັງການແກ້ໄຂບັນຫາໜີ້ສິນສາທາລະນະ, ໜີ້ບໍ່ເກີດດອກອອກຜົນ ແລະ ການປັບປຸງລັດວິສາຫະກິດ.
ທ່ານ ທັນຕາ ກອງຜາລີ ໄດ້ສະແດງຄວາມຂອບໃຈຕໍ່ການປະເມີນ ແລະ ຄໍາສະເໜີແນະຂອງຄະນະຊ່ຽວຊານຂອງ IMF ເຊິ່ງຄໍາແນະນໍາລ້ວນແລ້ວແຕ່ມີຄວາມໝາຍຄວາມສໍາຄັນ, ກຜງສ ກໍຄືສະພາແຫ່ງຊາດ ຈະໄດ້ນໍາໄປປຶກສາຫາລືກັບຂະແໜງການກ່ຽວຂອງຂອງລັດຖະບານ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ ແລະ 5 ປີ ໃຫ້ມີຜົນສໍາເລັດໃນຕໍ່ໜ້າ.
ໃນຕອນທ້າຍ, ຮອງປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ສະເໜີກອງທຶນການເງິນລະຫວ່າງປະເທດ ສືບຕໍ່ໃຫ້ການຊ່ວຍເຫຼືອດ້ານວິຊາການ ແລະ ແນະນໍາ ສປປລາວ ກ່ຽວກັບເສດຖະກິດມະຫາພາກ ລວມທັງໃຫ້ການຊ່ວຍເຫຼືອສະພາແຫ່ງຊາດ ເພື່ອສາມາດຕິດຕາມກວດກາວຽກງານຂອງລັດຖະບານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່; ພ້ອມທັງອວຍພອນໃຫ້ຄະນະ ຈົ່ງປະສົບຜົນສໍາເລັດໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນຄັ້ງນີ້.