ການແກ້ໄຂຜົນການກວດສອບປະຈໍາປີ 2024

​ພ.ຈ. 20, 2025

(ສພຊ) – ໃນບົດລາຍງານທີ່ສະເໜີ​ໂດຍທ່ານ ວຽງທະວີສອນ ເທບພະຈັນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 (ກອງປະຊຸມທ້າຍສະໄໝ) ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 14 ພະຈິກຜ່ານມາ ໃຫ້ຮູ້ວ່າ: ໄລຍະ 5 ປີຜ່ານມາ ໄດ້ກວດສອບຂົງເຂດງົບປະມານແຫ່ງລັດ, ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອ, ທະນາຄານແຫ່ງ ສປປລາວ, ທະນາຄານທຸລະກິດລັດລົງທຶນ ແລະ ວິສາຫະກິດລັດລົງທຶນ ໄດ້ 6 ຮ້ອຍເປົ້າໝາຍ ເທົ່າກັບ 100% ຂອງຄາດໝາຍສູ້ຊົນທີ່ໄດ້ກໍານົດໄວ້; ພ້ອມນັ້ນ ກໍໄດ້ດໍາເນີນການກວດສອບຕາມການມອບໝາຍ, ຕາມການແຈ້ງການ ແລະ ຕາມການສະເໜີ 11 ເປົ້າໝາຍ. ສະເພາະປີ 2025 ໄດ້ສໍາເລັດການແກ້ໄຂຜົນການກວດສອບຢູ່ບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ 39 ເປົ້າໝາຍ ໃນນັ້ນ, ຂັ້ນສູນກາງ 13 ເປົ້າໝາຍ ແລະ ທ້ອງຖິ່ນ 26 ເປົ້າໝາຍ; ໄດ້ກວດສອບຕາມແຜນການກວດສອບປະຈໍາປີ 2025 ສໍາເລັດ 154 ເປົ້າໝາຍ ເທົ່າກັບ 100% ຂອງແຜນການ ໂດຍສະເພາະການແກ້ໄຂຜົນການກວດສອບປະຈໍາປີ 2024 ຕາມມະຕິເລກທີ 140/ສພຊ ເຊິ່ງມີ 4 ຂົງເຂດດັ່ງນີ້:
1. ຂົງເຂດງົບປະມານແຫ່ງລັດ: ຫົວໜ່ວຍງົບປະມານແຕ່ລະຂັ້ນ ໄດ້ແກ້ໄຂເງິນທີ່ກວດສອບເຫັນເພີ່ມ, ໜີ້ຕ້ອງຮັບສ່ວຍສາອາກອນ, ໜີ້ຕ້ອງຮັບຊັບສິນ, ໜີ້ຕ້ອງຮັບອື່ນໆ, ເງິນຮັກສາໄວ້ໃນບັນຊີລໍຖ້າ ແລະ ຄ່າເຊົ່າສໍາປະທານ ຄືນເຂົ້າງົບປະມານແຫ່ງລັດດ້ວຍເງິນສົດ 5,303.17 ຕື້ກີບ ແລະ 310 ພັນໂດລາ; ຍັງບໍ່ເຂົ້າງົບປະມານແຫ່ງລັດ 5,761.53 ຕື້ກີບ ແລະ 11.56 ລ້ານໂດລາ, ຍັງບໍ່ໄດ້ຫັກລົບມູນຄ່າໂຄງການ 129.53 ຕື້ກີບ.
​ 2. ຂົງເຂດໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ
– ບັນຫາໄດ້ຮັບການແກ້ໄຂ:
1) ໂຄງການກໍ່ສ້າງກັນຕາຝັ່ງເຈື່ອນຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ (ກະຊວງໂຍທາທິການ ແລະ ຂົນສົ່ງ – ກຍທຂ) ໄດ້ດໍາເນີນການປະມູນ ມູນຄ່າ 67.16 ຕື້ກີບ ບໍ່ສອດຄ່ອງກັບກົດໝາຍ (ຜູ້ໄດ້ຮັບສັນຍາຮັບເໝົາກໍ່ສ້າງ ໄດ້ນໍາໃຊ້ໃບດໍາເນີນທຸລະກິດປອມ, ໃບຖານະການເງິນທີ່ບໍ່ແມ່ນຂອງບໍລິສັດ ແລະ ປອມແປງຜົນງານຂອງບໍລິສັດເຂົ້າໃນເອກະສານການປະມູນ); ຜົນການກວດຄືນພົບວ່າ ກຍທຂ ໄດ້ແກ້ໄຂດ້ວຍການຍົກເລີກສັນຍາແລ້ວ ແລະ ກະກຽມເຮັດການປະມູນຄືນໃໝ່.
2) 2 ໂຄງການຂອງ ກຍທຂ (ໂຄງການນໍ້າປະປາ ແລະ ສຸຂາພິບານ, ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້) ບໍ່ໄດ້ບັນທຶກ (ອຸປະກອນນໍ້າປະປາ, ລົດຈັກ 7 ຄັນ ແລະ ລົດກະບະ 4 ຄັນ) ລວມມູນຄ່າ 411 ລ້ານກີບ ເຂົ້າບັນຊີຊັບສົມບັດຄົງທີ່ຂອງໂຄງການ; ຜົນການກວດຄືນ ໄດ້ຮັບການແກ້ໄຂດ້ວຍການບັນທຶກບັນດາລາຍການດັ່ງກ່າວ ເຂົ້າໃນບັນຊີຕິດຕາມຊັບສົມບັດຄົງທີ່ຂອງໂຄງການຢ່າງຄົບຖ້ວນ.
– ບັນຫາບໍ່ໄດ້ຮັບການແກ້ໄຂ:
1) ໂຄງການປັບປຸງ ແລະ ສ້ອມແປງທາງ 13 ເໜືອ ຂອງ ກຍທຂ ບໍ່ໄດ້ບັນທຶກລົດກະບະ 4 ຄັນ ແລະ ລົດຈັກ 5 ຄັນ ມູນຄ່າ 3.72 ຕື້ກີບ ເຂົ້າບັນຊີຊັບສິນຂອງໂຄງການຢ່າງຄົບຖ້ວນ; ຜົນການກວດຄືນ ຍັງບໍ່ທັນໄດ້ຮັບການແກ້ໄຂ.
2) ໂຄງການລ້ຽງສັດເພື່ອຜະລິດເປັນສິນຄ້າຢູ່ເຂດພາກເໜືອ (ກະຊວງກະສິກໍາ ແລະ ສິ່ງແວດລ້ອມ – ກກສ) ມີພະນັກງານໄດ້ຮັບເງິນເດືອນ 2 ສົ້ນ (ໂດຍໄດ້ຮັບຈາກໂຄງການ ແລະ ຈາກງົບປະມານ) ເຊິ່ງໄດ້ຮັບເງິນເດືອນ ແລະ ເງິນນະໂຍບາຍຈາກໂຄງການ 1.31 ຕື້ກີບ; ຜົນການກວດຄືນ ຍັງບໍ່ໄດ້ເກັບເງິນຄືນ.
3) ບໍລິສັດຮັບເໝົາກໍ່ສ້າງ (ໂຄງການລ້ຽງສັດເພື່ອຜະລິດເປັນສິນຄ້າຢູ່ເຂດພາກເໜືອ ຂອງ ກກສ) ບໍ່ໄດ້ຊຳລະອາກອນມູນຄ່າເພີ່ມ 10% ຈໍານວນ 570 ລ້ານກີບ; ຜົນການກວດຄືນ ເຫັນວ່າຍັງບໍ່ໄດ້ມອບອາກອນດັ່ງກ່າວເຂົ້າງົບປະມານແຫ່ງລັດ.
3. ຂົງເຂດທະນາຄານ
1) ການເກັບກູ້ຄືນເງິນທີ່ທະນາຄານ ສົ່ງເສີມກະສິກໍາ ຈໍາກັດ ປ່ອຍກູ້ເກີນ 25% ຂອງທຶນຊັ້ນໜຶ່ງ (ຂອງທະນາຄານທີ່ປ່ອຍກູ້) ທີ່ທະນາຄານແຫ່ງ ສປປລາວ ໄດ້ອອກໜັງສືອະນຸຍາດໃຫ້ປ່ອຍສິນເຊື່ອເກີນທຶນຊັ້ນໜຶ່ງ ຈຳນວນ 209.52 ຕື້ກີບນັ້ນ; ຜົນການກວດຄືນ ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນເປັນ 224.32 ຕື້ກີບ (ເພີ່ມຍ້ອນອັດຕາແລກປ່ຽນ) ເກັບກູ້ໄດ້ 109 ຕື້ກີບ, ຍັງເກີນທຶນຊັ້ນໜຶ່ງ 115.32 ຕື້ກີບ.
2) ທະນາຄານ 2 ແຫ່ງ ສືບຕໍ່ເກັບກູ້ຄືນເງິນທີ່ປ່ອຍກູ້ເກີນ 25% ຂອງທຶນຊັ້ນໜຶ່ງ ໃນປີ 2023 ຈໍານວນ 2,583.95 ຕື້ກີບ; ຜົນການກວດຄືນ ຕົວເລກດັ່ງກ່າວຫຼຸດລົງເປັນ 1,946.57 ຕື້ກີບ (ຍ້ອນມີການເພີ່ມທຶນຊັ້ນໜຶ່ງຂຶ້ນ) ເກັບກູ້ໄດ້ 259.67 ຕື້ກີບ, ຍັງເກີນທຶນຊັ້ນໜຶ່ງ 1,686.90 ຕື້ກີບ.
3) ທະນາຄານ 5 ແຫ່ງ ເກັບກູ້ຄືນເງິນທີ່ປ່ອຍກູ້ເກີນທຶນຊັ້ນໜຶ່ງ ຈຳນວນ 10,165.52 ​ຕື້ກີບ; ຜົນການກວດຄືນ ເພີ່ມຂຶ້ນ 12,329.47 ຕື້ກີບ (ຍ້ອນອັດຕາແລກປ່ຽນ) ເກັບກູ້ໄດ້ 752.58 ຕື້ກີບ, ຍັງເກີນທຶນຊັ້ນໜຶ່ງ 11,576.89 ຕື້ກີບ.
​ 4. ຂົງເຂດວິສາຫະກິດລັດລົງທຶນ:
– ບັນຫາໄດ້ຮັບການແກ້ໄຂ:
​ 1) 3 ລັດວິສາຫະກິດ ໄດ້ສັງລວມໜີ້ຕ້ອງຮັບຄ່າໂຄງການກໍ່ສ້າງຂົວ-ທາງຈາກພາກລັດ, ການຂາຍຊັບສົມບັດ ເຂົ້າໃນເອກະສານລາຍງານການເງິນ 55.66 ຕື້ກີບ;
​ 2) 6 ລັດວິສາຫະກິດ ໄດ້ມອບອາກອນປະເພດຕ່າງໆ ເຂົ້າງົບປະມານແຫ່ງລັດ 2.49 ຕື້ກີບ;
​ 3) 1 ລັດວິສາຫະກິດ ເກັບໜີ້ຕ້ອງຮັບໄດ້ຈາກການຂາຍຜະລິດສິ່ງພິມ 1.87 ຕື້ກີບ.
​ – ບັນຫາບໍ່ໄດ້ຮັບການແກ້ໄຂ (ບໍ່ທັນໄດ້ມອບພັນທະເຂົ້າງົບປະມານແຫ່ງລັດ):
1) 3 ລັດວິສາຫະກິດ ມີໜີ້ຕ້ອງຮັບຄ່າໂຄງການກໍ່ສ້າງຂົວ-ທາງຈາກພາກລັດ, ຄ່າບໍລິການ ແລະ ຄ່າຕິດຕາມໂຄງການ ບໍ່ໄດ້ບັນທຶກເຂົ້າໃນເອກະສານລາຍງານການເງິນ 192.69 ຕື້ກີບ;
2) 2 ລັດວິສາຫະກິດ ມີໜີ້ຕ້ອງຮັບຈາກການຂາຍຜະລິດສິ່ງພິມ, ຄ່າເຊົ່າຍົນເໝົາລໍາ ທີ່ເກັບຄືນບໍ່ໄດ້ແກ່ຍາວມາຫຼາຍປີ ຍັງຄ້າງ 21.67 ຕື້ກີບ;
3) 1 ລັດວິສາຫະກິດ ມີໜີ້ຕ້ອງສົ່ງ (ຄ່າຜ່ານເດີ່ນ) ທີ່ຄ້າງຊໍາລະໃຫ້ກອງຄຸ້ມຄອງສະໜາມບິນ 12.94 ຕື້ກີບ; ຜົນການກວດຄືນ ຍັງເກັບບໍ່ໄດ້.
4) 3 ລັດວິສາຫະກິດ ຍັງຄ້າງມອບອາກອນປະເພດຕ່າງໆ 3.30 ຕື້ກີບ.