
ເພື່ອຮັບປະກັນໃຫ້ແກ່ການກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຫລວງນ້ຳທາ ຊຸດທີ IV ໃຫ້ຖຶກຕ້ອງຕາມກົດໝາຍ ແລະ ສອດຄ່ອງກັບສະພາບຕົວຈິງ ທັງຮັບປະກັນທາງດ້ານເນື້ອໃນ, ທັນເວລາ ແລະ ບັນລຸຕາມແຜນການທີ່ກຳນົດໄວ້.
ຕອນເຊົ້າຂອງວັນທີ 20 ພະຈິກ 2025 ນີ້ຢູ່ທີຫ້ອງປະຊຸມຂອງສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມກະກຽມວຽກງານໃຫ້ແກ່ກອງປະຊຸມສະໄຫມສາມັນເທື່ອທີ10ຂອງສະພາປະຊາຊົນແຂວງຊຸດທີ IV ໂດຍການເປັນປະທານຂອງ ທ່ານ ມີໄຊ ມີວິໄລ ກຳມະການປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການວັດທະນະທຳສັງຄົມ ແລະ ບັນດາເຜົ່າ ເຂົ້າຮ່ວມມີບັນດາທ່ານປະທານ, ຮອງປະທານຄະນະກຳມະການ, ຄະນະເລຂາທິການ,ຫົວຫນ້າ, ຮອງຫົວຫນ້າຂະແໜງ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 30ກວ່າທ່ານ.

ໃນກອງປະຊຸມໄດ້ຮັບຟັງຂໍ້ຕົກລົງຂອງຄະນະປະຈຳສະພາປະຊາຊົນແຂວງຫລວງນ້ຳທາ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ IV ເຊິ່ງໄດ້ແຕ່ງຕັ້ງຄະນະຊີ້ນຳລວມ; ອະນຸກຳມະການເນື້ອໃນ; ອະນຸກຳມະການບໍລິຫານ,ພິທີການ ແລະ ງົບປະມານ;ອະນຸກຳມະການປ້ອງກັນຄວາມສະຫງົບ ແລະ ຮັກສາສຸຂະພາບ ແລະ ອະນຸກຳມະການຂ່າວສານ ແລະ ໂຄສະນາ
ຫລັງຈາກນັ້ນໄດ້ຮັບຟັງແຜນການກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ IV ເຊິ່ງເນື້ອໃນທີ່ຈະນຳເຂົ້າພິຈາລະນາ,ຮັບຮອງເອົາຢູ່ໃນກອງປະຊຸມສະໄຫມເທື່ອທີ 10ຄື ວຽກງານປະຈຳຫນຶ່ງປີ (2025-2026)ຂອງອົງການປົກຄອງແຂວງ;ວຽກງານກວກສອບ-ກວດກາລັດ; ວຽກງານອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ;ວຽກງານສະພາປະຊາຊົນແຂວງ; ວຽກງານຫ້າປີ (2021-2025);ບົດປະກອບຄຳເຫັນ;ມະຕິກອງປະຊຸມ;ການປະສານສົມທົບ ແລະ ການກະກຽມເນື້ອໃນ, ພ້ອມນັ້ນຍັງໄດ້ກຳນົດຮູບການ ແລະ ວິທີການດຳເນີນກອງປະຊຸມເປັນຕົ້ນແມ່ນວິທີການດຳເນີນກອງປະຊຸມ,ການລົງຄະແນນສຽງຮັບຮອງເອົາມະຕິ,ການປະກອບຄຳເຫັນ,ການຊັກຖາມ,ການກຳນົດເວລາ,ສະຖານທີ່,ເປົ້າໝາຍເຂົ້າຮ່ວມ.
ໃນຕອນທ້າຍກອງປະຊຸມປະທານກອງປະຊຸມໄດ້ເນັ້ນໜັກໃຫ້ແຕ່ລະທ່ານທີ່ຖືກແຕ່ງຕັ້ງຈົ່ງເອົາໃຈໃສ່ກະກຽມວຽກທີ່ຕົນເອງຮັບຜິດຊອບດ້ວຍຄວາມຮັບຜິດຊອບສູງເພື່ອໃຫ້ສຳເລັດຕາມແຜນການ, ເວລາທີ່ກຳນົດໄວ້ ເພື່ອຮັບປະກັນໃຫ້ກອງປະຊຸມໄດ້ດຳເນີນຕາມເວລາທີ່ກຳນົດໄວ້
ໂດຍ ນາງ ອຳພອນ ສີປະເສີດ

