ການແກ້ໄຂຜົນການກວດກາ

​ພ.ຈ. 20, 2025

(ສພຊ) – ທ່ານ ປອ. ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ເມື່ອວັນທີ 14 ພະຈິກຜ່ານມາ ກ່ຽວກັບການແກ້ໄຂຜົນການກວດກາ ເຊິ່ງຕະຫຼອດໄລຍະ 5 ປີຜ່ານມາ, ອົງການກວດກາແຫ່ງລັດ ໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້ການແກ້ໄຂຜົນຂອງການກວດກາ, ແກ້ໄຂຜົນການກວດກາຕາມມະຕິຂອງສະພາແຫ່ງຊາດ, ແກ້ໄຂຕາມແຈ້ງການເລກທີ 130/ຫສນຍ ແລະ ຕິດຕາມການເປີດບັນຊີຂອງບັນດາບໍລິສັດຂຸດຄົ້ນແຮ່ແບບທົດລອງ 30 ເປົ້າໝາຍ ລວມ 1,315 ໂຄງການ ໃນນີ້, ແກ້ໄຂໄດ້ຢ່າງຂາດຕົວ 2 ເປົ້າໝາຍ ລະອຽດດັ່ງນີ້:
ການແກ້ໄຂຜົນການກວດກາ ໂດຍອົງການກວດກາແຫ່ງລັດເປັນຜູ້ຕົກລົງ ມີ 12 ເປົ້າໝາຍຄື: 1. ສໍາເລັດການຊົດເຊີຍຜົນກະທົບຈາກເຂື່ອນໄຟຟ້ານໍ້າອ້າວແຕກພັງ, 2. ສໍາເລັດການແກ້ໄຂພາຫະນະລົດປ້າຍລັດທີ່ບຸກຄົນນໍາໃຊ້ ຢູ່ສະຫະພັນນັກຮົບເກົ່າແຫ່ງຊາດ, 3. ໂຄງການກໍ່ສ້າງທາງ 7 ເສັ້ນ ເທດສະບານເມືອງທ່າແຂກ ແຂວງຄໍາມ່ວນ, 4. ໂຄງການບໍ່ມີຕົວຕົນຢູ່ແຂວງອຸດົມໄຊ, 5. ການຍັກຍອກຊັບຂອງລັດ ຢູ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, 6. ການປ່ອຍເງິນກູ້ຂອງລັດຖະບານ ຜ່ານ 2 ທະນາຄານທຸລະກິດ ໃຫ້ກັບ 31 ຫົວໜ່ວຍທຸລະກິດ, 7. ການປະຕິບັດໜ້າທີ່ຂອງກອງຈໍລະຈອນທາງອາກາດລາວ, 8. ການປະຕິບັດໜ້າທີ່ຂອງພະນັກງານລັດວິສາຫະກິດໄປສະນີລາວ, 9. ພະນັກງານການເງິນຂອງອົງການກວດກາແຫ່ງລັດ ທີ່ຍັກຍອກຊັບຂອງລັດທີ່ຕົນເປັນຜູ້ຄຸ້ມຄອງຮັກສາ, 10. ພົນລະເມືອງທີ່ສໍ້ໂກງຊັບຂອງລັດ, 11. ບຸກຄົນທີ່ມີພຶດຕິກຳລະເມີດກົດໝາຍຂອງລັດ ແລະ ສໍ້ລາດບັງຫຼວງ ໃນໄລຍະການແຜ່ລະບາດພະຍາດໂຄວິດ-19 ຢູ່ແຂວງຫຼວງນໍ້າທາ, 12. ການບຸກລຸກທີ່ດິນລັດ, ເນື້ອທີ່ເຂດປ່າຜະລິດ, ປ່າປ້ອງກັນ ແລະ ການຕັດໄມ້ ຢູ່ແຂວງອັດຕະປື; ບັນດາເປົ້າໝາຍໄດ້ສ້າງຜົນເສຍຫາຍ 558.09 ຕື້ກີບ, 1.53 ລ້ານໂດລາ, 2 ແສນບາດ ແລະ 7.70 ລ້ານຢວນ; ສາມາດເກັບກູ້ຜົນເສຍຫາຍ 333.68 ຕື້ກີບ, 44 ພັນກວ່າໂດລາ, 2 ແສນບາດ, 4.50 ລ້ານຢວນ, ທີ່ດິນ 6 ຕອນ, ບ້ານພັກ 2 ຫຼັງ, ລົດໃຫຍ່ 6 ຄັນ, ລົດລາກ 2 ຄັນ, ຫາງລາກ 2 ຫາງ ແລະ ຄໍາ 44 ບາດ ຮີບເປັນຂອງລັດ ແລະ ຍັງຄ້າງ 10 ເປົ້າໝາຍ ມູນຄ່າຜົນເສຍຫາຍ 224.94 ຕື້ກີບ, 1.24 ລ້ານໂດລາ ແລະ 3.19 ລ້ານ ຢວນ.
ການແກ້ໄຂຜົນການກວດກາຕາມມະຕິຂອງສະພາແຫ່ງຊາດ ມີທັງໝົດ 11 ເປົ້າໝາຍ ລວມມີ 24 ພາກສ່ວນ ແລະ 247 ໂຄງການ ຄື: 1. ການຂາຍໄມ້ບໍ່ຜ່ານການປະມູນ ແລະ ຂາຍຫຼຸດລາຄາກາງ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຈໍານວນ 9 ພາກສ່ວນ; 2. ໜີ້ຕ້ອງຮັບປີ 2018 ຂອງ 8 ກະຊວງ; 3. ການຫັກລົບມູນຄ່າໜ້າວຽກໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດ, ມູນຄ່າຄິດໄລ່ບໍ່ຖືກລະບຽບການ ແລະ ດັດແກ້ມູນຄ່າເຊັນສັນຍາຫຼຸດ ສພຊ ຮັບຮອງ 78 ໂຄງ ການ; 4. ໂຄງການນອກແຜນທີ່ ສພຊ ເຫັນດີຮັບຮອງສະເໜີຄົ້ນຄວ້າພິຈາລະນາເຂົ້າແຜນ 95 ໂຄງການ; 5. ໂຄງການທີ່ມີມູນຄ່າສູງກວ່າ 20% ທຽບໃສ່ລາຄາຫົວໜ່ວຍຂອງກະຊວງກ່ຽວຂ້ອງ 61 ໂຄງການ; 6. ໂຄງການທີ່ຊຳລະເງິນເກີນໜ້າວຽກປະຕິບັດຕົວຈິງ 4 ໂຄງການ; 7. ການເຊົ່າ-ສຳປະທານທີ່ດິນໂດຍບໍ່ມີສັນຍາ, ການຊຳລະຄ່າເຊົ່າສໍາປະທານທີ່ດິນ ແລະ ການວາງເງິນຄໍ້າປະກັນສັນຍາ ຢູ່ 5 ແຂວງ; 8. ການໄລ່ລຽງຄ່າຊັບພະຍາກອນທຳມະຊາດ ໂຄງການກໍ່ສ້າງເສັ້ນທາງຢູ່ແຂວງຊຽງຂວາງ; 9. ການຈົດທະບຽນຊັບສິນໂຄງການກໍ່ສ້າງຂົວ-ທາງ 13 ໂຄງການ; 10. ການຫັນສິດນໍາໃຊ້ທີ່ດິນຕະຫຼາດທາດຫຼວງ; 11. ການແກ້ໄຂຂອງ 5 ກົມ ກະຊວງການເງິນ (ກົມພາສີໄດ້ແກ້ໄຂແລ້ວ, ຍັງຄ້າງ 4 ກົມ).
ມາຮອດປັດຈຸບັນ, ສາມາດເກັບກູ້ ແລະ ແກ້ໄຂ ຄື: 1. ເກັບກູ້ເງິນ ແລະ ຄ່າພັນທະຕ່າງໆ ໄດ້ 32.65 ຕື້ກີບ, 79 ພັນກວ່າໂດລາ ແລະ 3,860 ບາດ; 2. ຫັກລົບມູນຄ່າໂຄງການອອກຈາກສາລະບານແຜນການລົງທຶນຂອງລັດ 31 ໂຄງການ, ມູນຄ່າຫັກລົບ 171.24 ຕື້ກີບ; 3. ແກ້ໄຂໂຄງການນອກແຜນ ບັນຈຸເຂົ້າແຜນ 86 ໂຄງການ. ສັງລວມແລ້ວ, ໃນ 11 ເປົ້າໝາຍນີ້ ຍັງບໍ່ສາມາດແກ້ໄຂໄດ້ສໍາເລັດຂາດຕົວເທື່ອ.
ການແກ້ໄຂຜົນຂອງການກວດກາໂຄງການລົງທຶນຂອງລັດ ຕາມແຈ້ງການ 130/ຫສນຍ ແລະ ການຂຸດຄົ້ນ, ສົ່ງອອກແຮ່ທາດ (ແບບທົດລອງ) ມີ 7 ເປົ້າໝາຍ ລວມ 1,068 ໂຄງການ ດັ່ງນີ້:
1. ການຫັກລົບມູນຄ່າໜ້າວຽກບໍ່ໄດ້ປະຕິບັດ, ມູນຄ່າຄິດໄລ່ບໍ່ຖືກລະບຽບການ ແລະ ດັດແກ້ມູນຄ່າເຊັນສັນຍາຫຼຸດ ສພຊ ຮັບຮອງ 796 ໂຄງການ ມູນຄ່າ 3,942 ຕື້ກີບ, ສາມາດຫັກລົບໄດ້ 362 ໂຄງການ ມູນຄ່າ 2,564 ຕື້ກີບ;
2. ໂຄງການນອກແຜນ ສະເໜີຄົ້ນຄວ້າພິຈາລະນາເອົາເຂົ້າແຜນການລົງທຶນຂອງລັດ 82 ໂຄງການ ມູນຄ່າ 973.92 ຕື້ກີບ, ສາມາດບັນຈຸເຂົ້າແຜນແລ້ວ 42 ໂຄງການ ມູນຄ່າ 320.39 ຕື້ກີບ;
3. ການຕໍ່ລອງໂຄງການທີ່ມີມູນຄ່າສູງກວ່າ 20% ທັງໝົດ 183 ໂຄງການ ມູນຄ່າຜິດດ່ຽງ 3,305 ຕື້ກີບ, ມາຮອດປັດຈຸບັນ ບໍ່ສາມາດຕໍ່ລອງ ແລະ ແກ້ໄຂໄດ້;
4. ໂຄງການທີ່ຊຳລະເງິນເກີນໜ້າວຽກປະຕິບັດຕົວຈິງ 10 ໂຄງການ ມູນຄ່າ 112.16 ຕື້ກີບ, ແກ້ໄຂສໍາເລັດ 7 ໂຄງການ ມູນຄ່າ 108.79 ຕື້ກີບ;
5. ການປະຕິບັດວິໄນຕໍ່ພະນັກງານທີ່ຢັ້ງຢືນບໍລິມາດວຽກບໍ່ຖືກກັບຕົວຈິງ ແລະ ການກູ້ຢືມເງິນຈາກທະນາຄານ ມາຊຳລະໃຫ້ໂຄງການ ຢູ່ແຂວງໄຊຍະບູລີ ແລະ ແຂວງເຊກອງ, ມີພະນັກງານ 32 ຄົນ (ຍິງ 1 ຄົນ) ປະຕິບັດວິໄນສໍາເລັດແລ້ວ;
6. ໂຄງການທີ່ຍັງຄ້າງມອບຄ່າອາກອນ 10%, ຄ່າຈົດທະບຽນຊັບສິນ ແລະ ຄ່າຊັບພະຍາກອນທຳມະຊາດ ຈໍານວນ 5 ຮ້ອຍໂຄງການ ມູນຄ່າ 351.30 ຕື້ກີບ ແລະ 1.60 ລ້ານໂດລາ;
7. ການເປີດບັນຊີທະນາຄານຂອງ 76 ບໍລິສັດ ທີ່ຂຸດຄົ້ນ ແລະ ສົ່ງອອກແຮ່ທາດ (ແບບທົດລອງ) ເຊິ່ງເປີດບັນຊີແລ້ວ 54 ບໍລິສັດ, ໃນນີ້: ຍັງ 1 ບໍລິສັດ ມອບບໍ່ຄົບຖ້ວນ ແລະ ອີກ 1 ບໍລິສັດ ຍັງບໍ່ໄດ້ມອບ ລວມເງິນ 3.5 ລ້ານໂດລາ ແລະ ຍັງບໍ່ເປີດບັນຊີ 22 ບໍລິສັດ.