ຜົນເສຍຫາຍມະຫາສານຈາກການສໍ້ລາດບັງຫຼວງ

​ພ.ຈ. 19, 2025

(ສພຊ) – ວັນທີ 14 ພະຈິກຜ່ານມາ, ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ປອ. ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ຜົນການກວດກາຕາມຜົນການກວດສອບປີ 2023 ຂອງອົງການກວດກາແຫ່ງລັດ ເຊິ່ງທ່ານໃຫ້ຮູ້ວ່າ:
ວຽກກວດກາການບໍລິຫານລັດ
1. ວຽກກວດກາປົກກະຕິ: ຕິດຕາມ, ກວດກາໂຄງການລົງທຶນຂອງລັດແຕ່ຫົວທີ 77 ໂຄງການ ມູນຄ່າ 188,101.63 ຕື້ກີບ, 7.63 ລ້ານໂດລາ ແລະ 37.40 ຕື້ຢວນ; ໃນນັ້ນ, ສໍາເລັດ 6 ໂຄງການ, ຍັງສືບຕໍ່ 71 ໂຄງການ. ສຳລັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ຫຼື ລົດເມດ່ວນ BRT ເຊິ່ງໄດ້ລິເລີ່ມແຕ່ປີ 2014 ໃຊ້ງົບປະມານການລົງທຶນ 99.70 ລ້ານໂດລາ ໂດຍມີທຶນມາຈາກ 7 ແຫຼ່ງ, ສະພາແຫ່ງຊາດໄດ້ຮັບຮອງໂຄງການເຂົ້າໃນແຜນການລົງທຶນຂອງລັດປີ 2017 ມູນຄ່າ 1,091 ຕື້ກີບ; ບັນຫາທີ່ພົບເຫັນ 1) ຄວາມຄືບໜ້າໂຄງການຖ້າທຽບໃສ່ແຜນການ ຊ້າກວ່າ 24 ເດືອນ (ລວມທຸກໜ້າວຽກປະຕິບັດໄດ້ 79.25%, ໂຄງລ່າງພື້ນຖານ 5 ສັນຍາ ປະຕິບັດໄດ້ 85.35%); 2) ແບບແຕ້ມກໍ່ສ້າງຂອງໂຄງການຍັງບໍ່ໄດ້ຖືກຮັບຮອງຈາກທີ່ປຶກສາ ແລະ ພາກສ່ວນກ່ຽວຂ້ອງ; 3) ອຸປະກອນທີ່ຕິດຕັ້ງພາຍໃນລົດເມ, ສະຖານີລົດເມ ແລະ ອູ່ລົດເມ ຍັງບໍ່ໄດ້ຖືກຮັບຮອງຢັ້ງຢືນມາດຕະຖານຈາກຂະແໜງການກ່ຽວຂ້ອງ; 4) ການເບີກຈ່າຍຊໍາລະບໍ່ຜ່ານສິນເຊື່ອຂອງທະນາຄານແຫ່ງ ສປປລາວ ກຳນົດ; 5) ການວ່າຈ້າງທີ່ປຶກສາມູນຄ່າ 10.98 ລ້ານໂດລາ ເທົ່າກັບ 11% ເຫັນວ່າສູງທຽບໃສ່ດໍາລັດ 431/ລບ, ລົງວັນທີ 26 ພະຈິກ 2014 ໄດ້ກຳນົດບໍ່ເກີນ 2%.
2. ວຽກກວດກາຕາມຄໍາສັ່ງ:
1) ກວດກາການບຸກລຸກທີ່ດິນຂອງລັດ, ເນື້ອທີ່ເຂດປ່າຜະລິດ, ປ່າປ້ອງກັນ ແລະ ການຕັດໄມ້ ຢູ່ແຂວງອັດຕະປື ພົບເຫັນການບຸກເບີກເນື້ອທີ່ໂດຍບໍ່ໄດ້ຮັບອະນຸຍາດ, ບຸກເບີກເກີນຂອບເຂດ ແລະ ການຊື້-ຂາຍໃບແຈ້ງທີ່ດິນໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ໃນນີ້ ບໍລິສັດຊື້ທີ່ດິນໂດຍບໍ່ມີໃບແຈ້ງ 297 ເຮັກຕາ (ຮຕ) ແລະ ຊື້ໃບແຈ້ງທີ່ດິນ 1,302 ຮຕ ນອນໃນເຂດປ່າປ້ອງກັນພູພຽງບໍລິເວນ ແລະ ນອນໃນປ່າຜະລິດ, ມີພະນັກງານທີ່ພົວພັນກັບການອະນຸມັດ 32 ຄົນ.
2) ກວດກາໜີ້ຕ້ອງຮັບ-ໜີ້ຕ້ອງສົ່ງ ໃນໂຄງການກໍ່ສ້າງເຂື່ອນ ແລະ ສາຍສົ່ງກະແສໄຟຟ້າ 237 ລ້ານໂດລາ ເຊິ່ງມາຮອດປັດຈຸບັນ ຍັງກວດກາບໍ່ທັນສໍາເລັດ.
3) ກວດກາການນໍາເຂົ້າພາຫະນະ (ລົດໃຫຍ່) ຈາກຕ່າງປະເທດ ເຊິ່ງສາມາດຢຶດ 23 ຄັນ, ສົ່ງຄືນໃຫ້ເຈົ້າໜ້າທີ່ຂອງປະເທດທີ່ຖືກລັກນໍາເຂົ້າມາ 6 ຄັນ ແລະ ມີບຸກຄົນທີ່ພົວພັນກັບການລະເມີດກົດໝາຍ 17 ຄົນ, ຍິງ 2 ຄົນ.
4) ກວດກາກອງສະໜາມບິນລາວ ແລະ ກອງຈະລາຈອນທາງອາກາດລາວ ທີ່ຂຶ້ນກັບກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ພົບເຫັນວ່າ: ມູນຄ່າລາຍຈ່າຍໃນ 15 ສັນຍາ 19.25 ຕື້ກີບ ມີການປະຕິບັດໜ້າວຽກຈໍານວນໜຶ່ງຍັງບໍ່ຄົບຖ້ວນຕາມສັນຍາ, ການສະໜອງວັດຖຸອຸປະກອນ ມີລາຄາສູງເກີນຈາກລາຄາທ້ອງຕະຫຼາດ, ໃຊ້ວັດສະດຸບໍ່ໄດ້ຄຸນນະພາບມາດຕະຖານ ເຊິ່ງລວມມູນຄ່າເສຍຫາຍ 1.70 ຕື້ກີບ, ໃນນີ້ ເກັບກູ້ຄືນໄດ້ 862.73 ລ້ານກີບ ແລະ ຍັງສືບຕໍ່ເກັບ 838.64 ລ້ານກີບ.
ວຽກສອບສວນການສໍ້ລາດບັງຫຼວງ: ດໍາເນີນການສືບສວນ-ສອບສວນ 18 ເປົ້າໝາຍ; ມີຜົນເສຍຫາຍ 642.93 ຕື້ກີບ, 68.95 ລ້ານບາດ, 7.80 ລ້ານຢວນ, 66.8 ລ້ານໂດລາ ແລະ 1.5 ຕື້ດົງ; ເກັບກູ້ໄດ້ 66.40 ຕື້ກີບ, 6.49 ລ້ານບາດ, 5.19 ລ້ານຢວນ, 7.29 ລ້ານໂດລາ ແລະ ຊັບສິນອື່ນໆ; ມີຜູ້ກ່ຽວຂ້ອງ 334 ຄົນ, ໃນນີ້ ພະນັກງານລັດ 212 ຄົນ, ພະນັກງານລັດວິສາຫະກິດ 44 ຄົນ, ຕ່າງປະເທດ 2 ຄົນ ແລະ ບຸກຄົນອື່ນໆ 77 ຄົນ; ໃນ 18 ເປົ້າໝາຍນີ້, ດໍາເນີນການສືບສວນ-ສອບສວນສໍາເລັດ 13 ເປົ້າໝາຍ, ຂະຫຍາຍຜົນຕໍ່ຜູ້ກ່ຽວຂ້ອງ 312 ຄົນ, ໃນນີ້ ສະຫຼຸບສົ່ງໄອຍະການສັ່ງຟ້ອງ 86 ຄົນ (ສານຕັດສິນແລ້ວ 23 ຄົນ), ແກ້ໄຂຕາມລະບຽບບໍລິຫານ 207 ຄົນ. ສະເພາະໃນປີ 2025 ໄດ້ດໍາເນີນການສືບສວນ-ສອບສວນ 6 ເປົ້າໝາຍ, ມີຜູ້ກ່ຽວຂ້ອງ 59 ຄົນ.