ປະທານ ກຜງສ ຮັບການຢ້ຽມຂໍ່ານັບຂອງຜູ້ຈັດການຝ່າຍຈັດຊື້-ຈັດຈ້າງ WB

​ພ.ຈ. 19, 2025

(ສພຊ) – ເພື່ອເສີມສ້າງສາຍພົວພັນຮ່ວມມື ແລະ ແລກປ່ຽນດ້ານວິຊາການກ່ຽວກັບການປະຕິຮູບການຈັດຊື້-ຈັດຈ້າງຂອງລັດ ໂດຍເນັ້ນໃສ່ການຫັນເປັນດິຈິຕອນ ໃນການຈັດຊື້-ຈັດຈ້າງ, ລວມທັງການນຳໃຊ້ລະບົບຈັດຊື້-ຈັດຈ້າງເອເລັກໂຕຣນິກ (E-procurement) ເຂົ້າໃນ ສປປລາວ; ຕອນບ່າຍວັນທີ 18 ພະຈິກຜ່ານມາ, ທ່ານ ປອ. ລີເບີ ລີບົວປາວ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ (ກຜງສ) ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງທ່ານ ດີໂອເມເດສ ເບີໂຣອາ ຜູ້ຈັດການຝ່າຍຈັດຊື້-ຈັດຈ້າງ ຂອງທະນາຄານໂລກ (WB) ປະຈໍາພາກພື້ນອາຊີຕາເວັນອອກ ແລະ ອາຊີປາຊີຟິກ (EAP) ພ້ອມດ້ວຍຄະນະ.
ຕາງໜ້າຄະນະຈາກທະນາຄານໂລກ ໄດ້ລາຍງານການສະໜັບສະໜູນຂອງທະນາຄານໂລກຕໍ່ລັດຖະບານ ໂດຍສະເພາະກະຊວງການເງິນ ໃນວຽກງານການຄຸ້ມຄອງໂຄງການ ແລະ ການປັບປຸງ ແລະ ປະຕິຮູບ ໃນການຍົກລະດັບການຈັດຊື້-ຈັດຈ້າງ ເຊິ່ງໄລຍະຜ່ານມາ ໄດ້ໃຫ້ການສະໜັບສະໜູນໂຄງການການຄຸ້ມຄອງການເງິນພາກລັດ (ນັບແຕ່ປີ 2018) ໂດຍການປະຕິຮູບການຈັດຊື້-ຈັດຈ້າງຂອງລັດຖະບານລາວ ໄລຍະທີ 3 (2023-2027) ເຊິ່ງສຸມໃສ່ການຊ່ວຍເຫຼືອດ້ານວິຊາການ (TA) ໃນ 5 ຂົງເຂດຕົ້ນຕໍຄື: 1) ກະກຽມສຳລັບການພັດທະນາລະບົບການຈັດຊື້-ຈັດຈ້າງເອເລັກໂຕຣນິກ ໃນ ສປປລາວ, 2) ການນຳໃຊ້ຂອບສັນຍາ (Framework Agreements) ພ້ອມໂຄງການທົດລອງ 3 ແຫ່ງ ສຳລັບບັນດາກະຊວງ, 3) ຍົກລະດັບດ້ານວິຊາຊີບໃນການດຳເນີນການປະເມີນຄວາມຕ້ອງການເຝິກອົບຮົມ (TNA) ສຳລັບຂອບເຂດຄວາມສາມາດ (Competency Framework) ແລະ ການພັດທະນາການຈັດຕັ້ງປະຕິບັດໂຄງການເຝິກອົບຮົມການຈັດຊື້-ຈັດຈ້າງຂັ້ນສູນກາງ ແລະ ທ້ອງຖິ່ນ, 4) ການຄຸ້ມຄອງຄໍາຮ້ອງທຸກ ໂດຍການສ້າງຕັ້ງຄູ່ມື ແລະ ລະບົບການຄຸ້ມຄອງຄໍາຮ້ອງທຸກ, 5) ການສະໜອງຊັບພະຍາກອນດ້ານວິຊາການສຳລັບການພັດທະນາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບການຈັດຊື້-ຈັດຈ້າງ; ພ້ອມນີ້, ໄດ້ດໍາເນີນການສຳຫຼວດຂົງເຂດການຮ່ວມມືໃນອະນາ ຄົດ ໂດຍສະເພາະແຜນການຂອງລັດຖະບານຄື: ການປັບປຸງກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບປີ 2017 ແລະ ການຫັນເປັນດິຈິຕອນ ໃນວຽກງານການຄຸ້ມຄອງການເງິນພາກລັດ (PFM).
ທ່ານ ປອ. ລີເບີ ລີບົວປາວ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງສູງ ຕໍ່ການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອຂອງທະນາຄານໂລກໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າ ທັງຍົກໃຫ້ເຫັນຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊິ່ງຜ່ານການຕິດຕາມກວດກາການຈັດຕັ້ງປະຕິບັດດ້ານງົບປະມານສໍາລັບການຈັດຊື້-ຈັດຈ້າງໂຄງການລົງທຶນຂອງລັດ ໂດຍສະເພາະການສ້ອມແປງເສັ້ນທາງ ຍັງຊັກຊ້າ, ບາງໂຄງການຍັງປະຕິບັດບໍ່ສອດຄ່ອງຕາມກົດໝາຍ ເປັນຕົ້ນ: ບໍ່ໄດ້ຈັດການປະມູນ, ສົມທຽບລາຄາ ແລະ ປະເມີນຜົນໄດ້ຮັບ ເຮັດໃຫ້ໂຄງການບໍ່ມີປະສິດທິພາບເທົ່າທີ່ຄວນ; ພ້ອມນັ້ນ, ຍັງເຫັນດີໃຫ້ສືບຕໍ່ປະສານສົມທົບ ແລະ ລົງເລິກປຶກສາຫາລືດ້ານວິຊາການ ກ່ຽວກັບວຽກງານຈັດຊື້-ຈັດຈ້າງ, ການແລກປ່ຽນບົດຮຽນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການຂອງກໍາມາທິການ ກຜງສ.