
ຕອນເຊົ້າວັນຈັນທີ 17 ພະຈິກ 2025, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີ ປະຈໍາປີ 2025 ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງທ່ານ ນ. ຂັນທອງ ໂພທິສັກ ຮອງປະທານສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງ, ມີທ່ານ ນ. ອໍາພອນ ອິນຕະລາ ຮອງປະທານສະຫະພັນແມ່ຍິງແຂວງ, ສະຫາຍ ທະນາກອນ ເຍມະນີ ຄະນະພັກສະພາປະຊາຊົນແຂວງ, ແຂກເຊີນຈາກໜ່ວຍແມ່ຍິງພະແນກການອ້ອມຂ້າງ ແລະ ສະມາຊິກແມ່ຍິງ ພາຍໃນໜ່ວຍສະພາປະຊາຊົນແຂວງ ເຂົ້າຮ່ວມ.

ຄະນະຈັດຕັ້ງໄດ້ກ່າວຈຸດປະສົງ ແລະ ຜ່ານຂໍ້ຕົກລົງ ຂອງສະຫະພັນແມ່ຍິງແຂວງ ວ່າດ້ວຍການອານຸມັດໃຫ້ສະ ຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງ ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີ ປະຈໍາປີ 2025 ພ້ອມນັ້ນ, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີ ປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ຂອງສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງ, ເຊິງຕະຫຼອດໄລຍະ 1 ປີຜ່ານມາ ໄດ້ນໍາພາສະມາຊິກ ຈັດຕັ້ງປະຕິບັດວຽກງານວິຊາສະເພາະຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວຢ່າງຕັ້ງໜ້າ ໄປພ້ອມໆກັບການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ເຄື່ອນໄຫວຂະບວນການຕ່າງໆຂອງອົງການຈັດຕັ້ງມະຫາຊົນ, ຂອງແຂວງ ແລະ ໄດ້ມີການປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນດັ່ງກ່າວ ມີສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ ຈໍານວນ 14 ທ່ານ, ໂດຍປະຕິບັດຕາມມາດຖານເງື່ອນໄຂທີ່ສູນກາງສະຫະພັນແມ່ຍິງລາວວາງອອກຢ່າງເຂັ້ມງວດ ຜ່ານການປະເມີນຜົນຕົວຈິງເຫັນວ່າສະມາຊິກພາຍໃນໜ່ວຍ ສາມາດຄັດເລືອກເປັນບຸກຄົນ 3 ດີໄດ້ 100%.

ຫຼັງຈາກນັ້ນ, ສະມາຊິກແມ່ຍິງພາຍໃນໜ່ວຍໄດ້ປະກອບຄຳຄິດຄຳເຫັນເພີ່ມເຕີ່ມ ແລະ ໄດ້ຕົບມືຮັບຮອງເອົາຮ່າງບົດສະຫຼຸບດັ່ງກ່າວ, ພ້ອມທັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບໃບຢັ້ງຢືນ 3 ດີ ປະຈຳປີ 2025 ໃຫ້ສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງອຸດົມໄຊ ແລະ ໄດ້ ມອບ-ຮັບ ຢ່າງເປັນທາງການ.
ໂອກາດດັ່ງກ່າວ, ໄດ້ຮັບຟັງການໂອ້ລົມຈາກທ່ານ ນ. ອໍາພອນ ອິນຕະລາ ຮອງປະທານສະຫະພັນແມ່ຍິງແຂວງ, ເຊິ່ງທ່ານໄດ້ເນັ້ນໜັກສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງ ເອົາໃຈໃສ່ໃນການສຶກສາອົບຮົມການເມືອງແນວຄິດໜັກແໜ້ນເຂັ້ມແຂງ, ຕັ້ງໜ້າເສີມຂະຫຍາຍຄວາມສາມັກຄີເປັນປຶກແຜນພາຍໃນໜ່ວຍ, ມີຄວາມເປັນເອກະພາບກັນພາຍໃນຄະນະໜ່ວຍໃນການຈັດຕັ້ງປະຕິບັດວຽກງານຕ່າງໆ, ຕ້ອງພັດທະນາຕົນເອງ ແລະ ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນ ຂໍ້ແຂ່ງຂັນ 3 ດີໃຫ້ມີຄຸນນະພາບ, ເປັນແບບຢ່າງທີ່ດີ, ຕ້ານ ແລະ ສະກັດກັນປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຕາງໜ້າສະຫະພັນແມ່ຍິງໜ່ວຍໄດ້ຮັບຄຳໂອ້ລົມ ເຊິ່ງທຸກຄຳເວົ້າຂອງທ່ານລ້ວນແຕ່ມີຄວາມໝາຍຄວາມສຳຄັນ, ເປັນເຂັມຊີ້ທິດເຍືອງທາງ, ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຂອງສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງ ໃຫ້ມີຜົນສໍາເລັດ ແລະ ປະກົດຜົນເປັນຈິງດີຂຶ້ນເລື້ອຍໆ.ພາບ/ຂ່າວ: ສະພາປະຊາຊົນແຂວງ.
