ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 12 ພະຈິກຜ່ານມາ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ທີ່ສະເໜີໂດຍທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕິ.
ທ່ານ ປອ. ນາງ ວາລີ ເວດສະພົງ ສສຊ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ສະເໜີໃຫ້ລັດຖະບານ ເອົາໃຈໃສ່ຄຸ້ມຄອງເງິນຕາຕ່າງປະເທດໃຫ້ມີສະຖຽນລະພາບ, ຖ້າບໍ່ມີສະຖຽນລະພາບ ຈະສົ່ງຜົນກະທົບຕໍ່ເສດຖະ ກິດຂອງປະເທດເຮົາ; ໃນຂະນະດຽວກັນ, ການຄຸ້ມຄອງບໍ່ແຮ່ຢູ່ໃນໂຄງການແຮ່ທາດແບບທົດລອງ 93 ບໍລິສັດ ມີບໍລິສັດຕ່າງປະເທດຫຼາຍປານໃດ ແລະ ໃນ 93 ບໍລິສັດນັ້ນ, ເຫັນວ່າລາຍຮັບຈາກການຂຸດຄົ້ນແຮ່ທາດດັ່ງກ່າວຍັງໜ້ອຍ ບໍ່ກຸ້ມຄ່າກັບຖະໜົນຫົນທາງ, ສາຍນໍ້າ, ສິ່ງແວດລ້ອມ ທີ່ເປ່ເພຊຸດໂຊມ, ເສຍຫາຍໄປ ແລະ ເອົາກັບຄືນບໍ່ໄດ້. ດັ່ງນັ້ັ້ນ, ພວກເຮົາຕ້ອງມີມາດຕະການໃນການແກ້ໄຂ, ສຳລັບຜູ້ສຳຫຼວດ ແລະ ຜູ້ຂຸດຄົ້ນ ກໍຕ້ອງແຍກກັນ ເພາະວ່າຜົນປະໂຫຍດຈະຕ່າງກັນ, ສະເໜີໃຫ້ລັດຖະບານ ເປັນເຈົ້າການໃນການສຳຫຼວດທັງໝົດບໍ່ແຮ່ໃນປະເທດລາວ ແລະ ຖ້າບໍລິສັດໃດຢາກມາສຳປະທານ ກໍຂໍໃຫ້ປະມູນເອົາ.
ສະເໜີໃຫ້ລັດຖະບານ ເປັນເຈົ້າການສຳຫຼວດບໍ່ແຮ່
