(ສພຊ) – ຕອນເຊົ້າວັນທີ 12 ພະຈິກນີ້, ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ລາຍງານກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ນັບແຕ່ປີ 2021 ເຖິງປີ 2025 ເຊິ່ງຜ່ານການຈັດຕັ້ງບັນດາມາດຕະການ ແລະ ວຽກຈຸດສຸມໃນ 5 ດ້ານ ນັບແຕ່ປີ 2021 ເປັນຕົ້ນມາ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ມີລັກສະນະຜ່ອນຄາຍລົງ ແລະ ກ້າວໄປສູ່ສະຖຽນລະພາບເທື່ອລະກ້າວ ຄື:
1. ການຂະຫຍາຍຕົວເສດຖະກິດ: GDP ມີຈັງຫວະເພີ່ມຂຶ້ນຈາກລະດັບ 3.5% ໃນປີ 2021 ມາຢູ່ໃນລະດັບ 4.3% ໃນປີ 2024 ແລະ ຄາດວ່າຈະບັນລຸ 4.8% ໃນປີ 2025.
2. ດ້ານເສດຖະກິດມະຫາພາກ: ອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 17.97% ຕໍ່ປີ (ຄາດໝາຍ: ອັດຕາເງິນເຟີ້ ໄລຍະປີ 2021-2025 ສະເລ່ຍຢູ່ໃນລະດັບບໍ່ເກີນ 6%), ສະເພາະອັດຕາເງິນເຟີ້ເດືອນ 9/2025 ຢູ່ໃນລະດັບ 4.5%; ອັດຕາແລກປ່ຽນຂອງລະບົບທະນາຄານ: ເງິນກີບທຽບເງິນໂດລາ ອ່ອນຄ່າ 15.16% (ຄາດໝາຍ: ອັດຕາແລກປ່ຽນໃຫ້ເໜັງຕີງໃນລະດັບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້); ຄັງສຳຮອງເງິນຕາຕ່າງປະເທດ ສາມາດກຸ້ມການນໍາເຂົ້າໄດ້ເພີ່ມຂຶ້ນຈາກ 4.4 ເດືອນ ມາເປັນ 5.28 ເດືອນ (ຕົວເລກເບື້ອງຕົ້ນ) (ຄາດໝາຍ: ສາມາດກຸ້ມການນໍາເຂົ້າໄດ້ບໍ່ຫຼຸດ 3 ເດືອນ); ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນຂອງ ທທກ (NPLs) ຢູ່ໃນລະດັບ 1.41% (ຕົວເລກເບື້ອງຕົ້ນ) (ຄາດໝາຍ: ບໍ່ເກີນ 3% ຂອງຍອດສິນເຊື່ອທັງໝົດ); ສາມາດຄຸ້ມຄອງລາຍຮັບຈາກການສົ່ງອອກ ໄດ້ 72.67% (ຄາດໝາຍ: ບໍ່ຫຼຸດ 70% ຂອງມູນຄ່າສົ່ງອອກບໍ່ລວມຫົວໜ່ວຍທີ່ໄດ້ຮັບການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ); ມູນຄ່າການສົ່ງອອກ ເພີ່ມຂຶ້ນ 5.37 ຕື້ໂດລາ ໃນປີ 2020 ມາເປັນ 8.6 ຕື້ໂດລາ ໃນປີ 2024 ແລະ ໄລຍະ 9 ເດືອນຕົ້ນປີ 2025 ໄດ້ປະມານ 9.2 ຕື້ໂດລາ.
3. ດ້ານງົບປະມານມີຄວາມເຂັ້ມແຂງຫຼາຍຂຶ້ນ ໂດຍສະເພາະຖານລາຍຮັບງົບປະມານພາຍໃນ ຈາກລະດັບ14% ຂອງ GDP ໃນປີ 2021 ກ້າວມາເປັນ 17.6% ຂອງ GDP ໃນປີ 2024 (ລາຍຮັບທັງໝົດບັນລຸໄດ້ 16% ຂອງ GDP ໃນປີ 2021 ມາເປັນ 19.08% ຂອງ GDP ໃນປີ 2024 ແລະ ຄາດວ່າຈະຢູ່ໃນລະດັບ 19.9% ຂອງ GDP ໃນປີ 2025) ແລະ ດຸນງົບປະມານ ກ້າວໄປສູ່ສະພາບດຸນງົບປະມານເກີນດຸນ, ສາມາດປະຄັບປະຄອງການຊຳລະໜີ້ສິນສາທາລະນະ, ລະດັບໜີ້ຕ່າງປະເທດຄ່ອຍໆຫຼຸດລົງ ເຊິ່ງປັດຈຸບັນຢູ່ໃນລະດັບ 88%.
ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຜ່ອນຄາຍລົງ, ຄາດວ່າ GDP ຈະບັນລຸ 4.8%
