ການດໍາເນີນຊີວິດ ກ່ອນການຍົກຍ້າຍໄປຮັບໜ້າທີ່ໃໝ່ ຂອງເລຂາໜ່ວຍພັກສະພາປະຊາຊົນແຂວງ, ໄດ້ດໍາເນີນ ໃນຕອນເຊົ້າວັນອາທິດທີ 9 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງສະຫາຍ ພົມມາ ວັນນະກໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ນ. ວັນສີ ພວງມະໄລ ກໍາມະການພັກແຂວງ, ເລຂາໜ່ວຍພັກສະພາປະຊາຊົນແຂວງ, ສະຫາຍ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ, ບັນດາສະຫາຍໃນຄະນະພັກ, ແຂກເຊີນ ແລະ ສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ.


ພາຍຫຼັງສະເໜີຈຸດປະສົງ, ສະຫາຍ ນ. ວັນສີ ພວງມະໄລ ກໍາມະການພັກແຂວງ, ເລຂາໜ່ວຍພັກສະພາປະຊາຊົນແຂວງ ໄດ້ຜ່ານຮ່າງບົດບັນທຶກ ມອບ-ຮັບ ໜ້າທີເລຂາທິການສະພາປະຊາຊົນແຂວງອຸດົມໄຊ, ຜ່ານບົດສໍາຫຼວດບຸກຄົນ ໃນການນໍາພາ-ຊີ້ນໍາ 5 ປີ(2021-2025) ທີ່ຜ່ານມາຂອງເລຂາໜ່ວຍພັກສະພາປະຊາຊົນແຂວງ ເຊິ່ງຕະຫຼອດໄລຍະຜ່ານມາ ແມ່ນໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ການປະຕິບັດໜ້າທີ່ຄວາມຮັບຜິດຊອບດ້ານວຽກງານວິຊາສະເພາະຂອງສະມາຊິກພັກຕາມການມອບໝາຍ ແລະ ສໍາເລັດໃນຫຼາຍໆດ້ານ. ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງ 2 ບົດດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນສົມບູນ, ພ້ອມທັງຕໍານິສົ່ງຂ່າວຕໍ່ການນໍາພາ-ຊີ້ນໍາ 5 ປີ(2021-2025) ທີ່ຜ່ານມາ ຢ່າງຈິງອົກຈິງໃຈ, ກົງໄປກົງມາ ຕໍ່ກັບສະຫາຍເລຂາໜ່ວຍພັກ.
ໂອກາດດັ່ງກ່າວ, ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພົມມາ ວັນນະກໍາ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ຕື່ມອີກ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.
