(ສພຊ) – ຕາມການລາຍງານຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ແຜນປີ 2025 ແລະ ສະເໜີທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ແຜນປີ 2026 ໂດຍສະເພາະວຽກງານຂົງເຂດວັດທະນະທໍາ-ສັງຄົມ ແລະ ຂົງເຂດຍຸຕິທຳ ເຊິ່ງທ່ານໃຫ້ຮູ້ວ່າ:
1) ວຽກງານສຶກສາ ແລະ ກິລາ: ໃນປີ 2025 ໄດ້ບັນຈຸຄູອາສາສະໝັກທີ່ໄດ້ຮັບເງິນອຸດໜູນພື້ນຖານຈາກລັດ ຖະບານ 4,234 ຄົນ ເຂົ້າເປັນລັດຖະກອນໃນໂກຕາຂອງກະຊວງປ້ອງກັນປະເທດ 2 ພັນຄົນ ແລະ ໂກຕາລັດຖະ ກອນໃໝ່ຂອງລັດຖະບານ 2 ພັນຄົນ ລວມເປັນ 4 ພັນຄົນ, ການແກ້ໄຂບັນຫາຄູອາສາສະໝັກ ແມ່ນສຳເລັດໂດຍພື້ນ ຖານ; ໄດ້ປັບປຸງຫຼັກສູດລະບົບສາຍສາມັນສຶກສາ (ຊັ້ນປະຖົມ 6 ປີ, ມັດທະຍົມຕອນຕົ້ນ 3 ປີ ແລະ ມັດທະຍົມຕອນປາຍ 3 ປີ ຫຼື ລະບົບ 6+3+3), ຄາດວ່າຈະເລີ່ມນໍາໃຊ້ໃນສົກຮຽນປີ 2028-2029; ປະກາດໃຊ້ຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳແຫ່ງຊາດ ໄລຍະປີ 2026-2040; ສຳເລັດການປັບປຸງກອງທຶນວິທະຍາສາດ, ລະບຽບການຄຸ້ມຄອງແຫຼ່ງກໍາເນີດລັງສີ ແລະ ສ້າງສະຖານນີວັດແທກຄ່າລັງສີໃນສິ່ງແວດລ້ອມ ແລະ ການຄົ້້ນຄວ້າວິທະຍາສາດຂະແໜງການຕ່າງໆ; ການຫັດກາຍຍະບໍລິຫານ, ການອອກກຳລັງກາຍ ແລະ ຫຼິ້ນກິລາ ກາຍຍະກຳ ເພີ່ມຈາກ 30% ໃນປີ 2020 ເປັນ 50% ໃນປີ 2025; ສຳເລັດການຈັດງານມະຫະກຳກິລາແຫ່ງຊາດ ຄັ້້ງທີ 11, ກິລາຄົນພິການຄັ້້ງທີ 3 ຢູ່ແຂວງຊຽງຂວາງ, ກິລານັກຮຽນມັດທະຍົມທົ່ວປະເທດຄັ້ງທີ 7 ຢູ່ແຂວງສາລະວັນ ແລະ ກະກຽມເປີດງານແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 12 ແລະ ກິລາຄົນພິການ ຄັ້ງທີ 4 ຢູ່ນະຄອນຫຼວງວຽງຈັນ.
2) ວຽກງານສາທາລະນະສຸກ: ປັບປຸງຄຸນນະພາບການບໍລິການສາທາລະນະສຸກ ໃນສະຖານທີ່ບໍລິການສາທາ ລະນະສຸກຂອບເຂດທົ່ວປະເທດ ຕາມນະໂຍບາຍ 5 ດີ 1 ພໍໃຈ; ໄດ້ສຸມໃສ່ການກໍ່ສ້າງ-ປັບປຸງພື້ນຖານໂຄງລ່າງ, ປະ ກອບບຸກຄະລາກອນ ແລະ ອຸປະກອນການແພດທີ່ທັນສະໄໝ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ; ໄດ້ຍົກລະດັບການບໍລິ ການປິ່ນປົ່ວສະເພາະທາງທີ່ທັນສະໄໝຂອງໂຮງໝໍຂັ້ນສູນກາງ; ໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງລະບົບເຝົ້າລະວັງພະ ຍາດ; ໄດ້ເອົາໃຈໃສ່ຕິດຕາມກວດກາຄຸນນະພາບອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ນໍາເຂົ້າ ແລະ ຈໍລະຈອນ ຈໍາໜ່າຍຢູ່ທ້ອງຕະຫຼາດ; ໄດ້ສົ່ງເສີມການຜະລິດອາຫານ, ຢາ ແລະ ຜະລິດຕະພັນການແພດ ຕາມມາດຕະຖານ ເພື່ອສາ ມາດຕອບສະໜອງຄວາມຕ້ອງການພາຍໃນ ທັງເປັນການທົດແທນການນຳເຂົ້າ ແລະ ສົ່ງອອກຈໍານວນໜຶ່ງ.

3) ວຽກງານແຮງງານ ແລະ ສະຫວັດດີການສັງຄົມ: ພັດທະນາສີມືແຮງງານໃຫ້ມີຄຸນນະພາບດີຂຶ້ນ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດແຮງງານໃນຮູບແບບຕ່າງໆ ໄດ້ 184,825 ຄົນ; ສົ່ງເສີມການຈັດຫາວຽກເຮັດງານທໍາ ເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ໄດ້ 464,514 ຄົນ ລື່ນແຜນການ 18.43% (ແຜນ ການ 5 ປີ: 392,197 ຄົນ), ສະເພາະ 10 ເດືອນ ປີ 2025 ປະຕິບັດໄດ້ 131,243 ຄົນ ເທົ່າກັບ 282.26% ຂອງແຜນການປີ; ຂຶ້ນທະບຽນແຮງງານລາວ ທີ່ຕ້ອງການມີວຽກເຮັດງານທໍາຢູ່ພາຍໃນ ແລະ ຕ່າງປະເທດ ໃນໄລຍະ 5 ປີ ປະຕິບັດໄດ້ 484,487 ຄົນ, ສະເພາະ 10 ເດືອນ ປີ 2025 ປະຕິບັດໄດ້ທັງໝົດ 149,472 ຄົນ; ໄດ້ປັບປຸງ ແລະ ເປີດນໍາໃຊ້ລະບົບຖານຂໍ້ມູນການຂຶ້ນທະບຽນແຮງານຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ ສປປລາວ ເຊິ່ງສາມາດຂຶ້ນທະ ບຽນແຮງງານຕ່າງປະເທດ ໄດ້ 73,707 ຄົນ ສາມາດເກັບລາຍຮັບຄ່າທໍານຽມ ແລະ ຄ່າບໍລິການ ໄດ້ 74.04 ຕື້ກີບ, ສະເພາະ 10 ເດືອນ ປີ 2025 ສາມາດຂຶ້ນທະບຽນແຮງງານຕ່າງປະເທດ ໄດ້ 32,297 ຄົນ ເຊິ່ງສາມາດເກັບລາຍຮັບ ໄດ້ທັງໝົດ 32.52 ຕື້ກີບ; ແກ້ໄຂຊ່ວຍເຫຼືອສຸກເສີນຂອບເຂດທົ່ວປະເທດ ເປັນເງິນ 67,013.71 ລ້ານກວ່າກີບ; ຄົ້ນ ຄວ້າງົບປະມານແກ້ໄຂຟື້ນຟູສຸກເສີນໄພພິບັດ 190 ໂຄງການ ມູນຄ່າ 335.34 ຕື້ກີບ, ສະເພາະ 10 ເດືອນປີ 2025 ໄດ້ໃຫ້ການຊ່ວຍເຫຼືອແກ້ໄຂສຸກເສີນແກ່ປະຊາຊົນ ມູນຄ່າ 43.45 ຕື້ກີບ; ຄົ້ນຄວ້າຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດປະຊາທິປະໄຕ ໃນ 5 ເປົ້າໝາຍບຸລິມະສິດ ໄດ້ 10,638 ທ່ານ ເປັນເງິນ 222.59 ຕື້ກວ່າກີບ ເທົ່າກັບ 66.49% ຂອງແຜນການ 5 ປີ (16 ພັນທ່ານ), ສະເພາະປີ 2025 ປະຕິ ບັດໄດ້ 5,940 ທ່ານ ເທົ່າກັບ 490,50% ຂອງແຜນການປີ ເປັນເງິນ 120.16 ຕື້ກີບ, ລື່ນແຜນການ 5 ປີ 14.73% (ແຜນການ 5 ປີ: 950 ທ່ານ).
4) ວຽກງານຖະແຫຼງຂ່າວ: ໄດ້ພະຍາຍາມປັບປຸງ, ຍົກລະດັບເຄື່ອງມືວຽກງານຖະແຫຼງຂ່າວ, ການອອກຂ່າວ ໃຫ້ເປັນທັນສະໄໝດ້ວຍຫຼາຍຊ່ອງທາງ; ຜ່ານການຈັດຕັ້ງປະຕິບັດ ເຮັດໃຫ້ການອອກຂ່າວທັນສະພາບກວ່າເກົ່າ ແລະ ສາມາດຕີຖອຍເປັນກ້າວໆບັນດາສື່ສັງຄົມທີ່ອອກຂ່າວບິດເບືອນຄວາມຈິງ, ສ້າງຄວາມປັ່ນປ່ວນໃນສັງຄົມ, ໃສ່ຮ້າຍປ້າຍສີ ແລະ ທັບຖົມໂຈມຕີພັກ-ລັດເຮົາ.
5) ໄດ້ສຸມໃສ່ປັບປຸງ ແລະ ກໍ່ສ້າງບັນດາໂຄງລ່າງພື້ນຖານທີ່ຈຳເປັນຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ, ເຂດລຽບຕາມຊາຍແດນ ແລະ ເຂດຈຸດສຸມພັດທະນາຊົນນະບົດໃໝ່ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາ ຊົນ, ໄດ້ດຳເນີນການປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດດຳລັດ 348/ລບ ວ່າດ້ວຍການປະຕິບັດມາດຕະຖານການພົ້ນທຸກ ແລະ ການພັດທະນາ ຄາດວ່າຈະສຳເລັດໃນທ້າຍປີ 2025.
ສຳລັບຂົງເຂດຍຸຕິທຳ: ໄລຍະປີ 2021-2025 ມີຄໍາຕັດສິນເຂົ້າໃໝ່ 39,450 ເລື່ອງ ສາມາດປະຕິບັດສໍາເລັດ ແລະ ປິດການປະຕິບັດ 10,949 ເລື່ອງ ເທົ່າກັບ 27,75% ຂອງຈໍານວນຄໍາຕັດສິນເຂົ້າໃໝ່, ອອກຄໍາສັ່ງໂຈະການປະຕິ ບັດ 4,297 ເລື່ອງ, ພວມຈັດຕັ້ງປະຕິບັດ 61,936 ເລື່ອງ; ສໍາລັບປີ 2025 ມີຄໍາຕັດສິນເຂົ້າໃໝ່ 6,695 ເລື່ອງ, ປະຕິ ບັດສໍາເລັດ 1.815 ເລື່ອງ, ສົ່ງອົງການໄອຍະການ 74 ເລື່ອງ, ອອກຄໍາສັ່ງໂຈະການປະຕິບັດ 902 ເລື່ອງ.

