(ສພຊ) – ວັນທີ 1 ພະຈິກຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດ ນຳໂດຍທ່ານ ປອ. ໄຊບັນດິດ ຣາຊະພົນ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ, ກຳມະການກຳມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ເຂົ້າຮ່ວມກອງປະຊຸມເວທີສົນທະນາສາມຝ່າຍ ຄັ້ງທີ 2 ລະຫວ່າງສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA), ລັດຖະສະພາແຫ່ງປະເທດມາເລເຊຍ ແລະ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ-ອາຊີຕາເວັນອອກ (ERIA) ເຊິ່ງຈັດຂຶ້ນທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ ໂດຍມີຄະນະຜູ້ແທນເຂົ້າຮ່ວມຫຼາຍກວ່າ 150 ຄົນ ແລະ ອີກ 1,000 ຄົນ ເຂົ້າຮ່ວມຜ່ານທາງອອນລາຍ ເປັນຕົ້ນແມ່ນບັນດາປະເທດທີ່ເປັນສະມາຊິກໄອປາ, ປະເທດຜູ້ສັງເກດການຂອງໄອປາ, ຜູ້ນໍາຈາກຫົວໜ່ວຍທຸລະກິດພາກເອກະຊົນ, ຜູ້ຊ່ຽວຊານດ້ານພະລັງງານ ແລະ ອົງການຈັດຕັ້ງສາກົນ.
ກອງປະຊຸມໄດ້ດຳເນີນພາຍໃຕ້ຫົວຂໍ້ “ການເຊື່ອມຕໍ່ຊ່ອງວ່າງ: ເພື່ອຮັບປະກັນຄວາມອາດສາມາດບົ່ມຊ້ອນ, ຄວາມໜ້າເຊື່ອຖື ແລະ ຄວາມຍືນຍົງ ໃນພະລັງງານທົດແທນ (Bridging the Gap: Ensuring Affordability, Reliability and Sustainability I Renewable Energy)” ເຊິ່ງໄດ້ແບ່ງການສົນທະນາອອກເປັນ 4 ຫົວຂໍ້ຍ່ອຍຄີ: ຄວາມປອດໄພດ້ານພະລັງງານໃນໂລກທີ່ບໍ່ແນ່ນອນ: “ການຫຼຸດຜ່ອນການເພິ່ງພາອາໄສໃນຊ່ວງເວລາທີ່ມີຄວາມເຄັ່ງຕຶງທາງດ້ານພູມສາດການເມືອງ”, ທິດທາງດ້ານດິນຟ້າອາກາດ: “ເຮັດໃຫ້ຄວາມພະຍາຍາມສູ່ການປ່ອຍມົນລະພິດເປັນສູນ ເກີດໄວຂຶ້ນ”, ຄວາມຄືບໜ້າຂອງພະລັງງານ: “ການລົງທຶນ, ນະໂຍບາຍ ແລະ ລະບຽບການສ້າງພະລັງງານໃນອະນາຄົດ” ແລະ ການຟື້ນຟູ ແລະ ປັບປຸງໃໝ່: “ເຕັກໂນໂລຊີສ້າງພະລັງງານໃຫ້ພວກເຮົາໃນອະນາຄົດ”.
ກອງປະຊຸມຄັ້ງນີ້, ທ່ານ ປອ. ໄຊບັນດິດ ຣາຊະພົນ ຫົວໜ້າຄະນະຜູ້ແທນລາວ ໄດ້ຂຶ້ນກ່າວໃນເວທີສົນທະນາພາຍໃຕ້ຫົວຂໍ້ຍ່ອຍ “ທິດທາງດ້ານດິນຟ້າອາກາດ: “ເຮັດໃຫ້ຄວາມພະຍາຍາມສູ່ການປ່ອຍມົນລະພິດເປັນສູນ ເກີດໄວຂຶ້ນ”, ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງແຜນງານແຫ່ງຊາດ ກ່ຽວກັບການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດຂອງ ສປປລາວ ທີ່ສະທ້ອນໃຫ້ເຫັນເຖິງການປະກອບສ່ວນຕໍ່ການປ່ອຍທາດອາຍເຮືອນແກ້ວໃຫ້ເປັນສູນ ໃນປີ 2050 ແລະ ຍັງຍົກໃຫ້ເຫັນຂໍ້ສະດວກ ແລະ ສິ່ງທ້າທ້າຍຕ່າງໆຂອງປະເທດ ໃນການທີ່ຈະບັນລຸເປົ້າໝາຍດັ່ງກ່າວ; ນອກຈາກນັ້ນ, ຍັງໄດ້ກ່າວເຖິງ APG ຫຼື ຕາຂ່າຍໄຟຟ້າອາຊຽນ ເຊິ່ງແມ່ນໂຄງການລິເລີ່ມໃນພາກພື້ນ ເພື່ອເຊື່ອມຕໍ່ຕາຂ່າຍໄຟຟ້າແຫ່ງຊາດຂອງບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ ເພື່ອເພີ່ມຄວາມໝັ້ນຄົງດ້ານພະລັງງານ, ຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນ ແລະ ເຊື່ອມໂຍງພະລັງງານທົດແທນ.
ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ເປັນການປະກອບສ່ວນສຳຄັນ ລວມທັງການແລກປ່ຽນທັດສະນະກັບບັນດາຜູ້ແທນລັດຖະສະພາເພື່ອນມິດໃນພາກພື້ນອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດທີ່ດີທີ່ສຸດຕໍ່ກັບນະໂຍບາຍທີ່ປະສົບຜົນສຳເລັດ ແລະ ເຕັກໂນໂລຊີທີ່ພົ້ນເດັ່ນ ເພື່ອເສີມຂະຫຍາຍປະສິດທິພາບດ້ານພະລັງງານ ແລະ ຄວາມປອດໄພ ເຊິ່ງຄະນະຜູ້ແທນແຕ່ລະປະເທດ, ອົງການຈັດຕັ້ງສາກົນ ແລະ ຜູ້ຊ່ຽວຊານ ໄດ້ຜັດປ່ຽນກັນແລກປ່ຽນບົດຮຽນ ແລະ ສົນທະນາຢ່າງກວ້າງຂວາງ ແລະ ກົງໄປກົງມາ ເຮັດໃຫ້ກອງປະຊຸມໄດ້ຮັບຜົນສຳເລັດຢ່າງຈົບງາມ.
ຄະນະຜູ້ແທນສະພາແຫ່ງຊາດ ສຳເລັດການເຂົ້າຮ່ວມກອງປະຊຸມເວທີສົນທະນາສາມຝ່າຍ ຄັ້ງທີ 2
