(ສພຊ) – ວັນຈັນທີ 3 ພະຈິກຜ່ານມາ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ ໄດ້ມີກອງປະຊຸມເຝິກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ) ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ), ມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ບັນດາທ່ານໃນ ຄປຈສພຂ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ອົງການລັດທຽບເທົ່າພະແນກຂັ້ນແຂວງ, ເລຂາພັກເມືອງ-ນະຄອນ ແລະ ປະທານຄະນະກຳມະການປົກຄອງເມືອງ-ນະຄອນ 14 ເມືອງ, 1 ນະຄອນ ພ້ອມດ້ວຍຄະນະຮັບ ຜິດຊອບກອງປະຊຸມ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ເຜີຍແຜ່ເອກະສານກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ບົດຮຽນກ່ຽວກັບການຄົ້ນຄວ້າໂຄງປະກອບກົງຈັກການຈັດຕັ້ງ, ບຸກຄະລາກອນຂອງ ສພຂ, ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແນໃສ່ສ້າງຄວາມຮັບຮູ້, ເຂົ້າໃຈຕໍ່ວຽກງານດັ່ງກ່າວ ໃຫ້ມີຄວາມເລິກເຊິ່ງ; ເປັນການຊຸກຍູ້, ແນະນໍາ ແລະ ສ້າງຄວາມເປັນເອກະພາບກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງ ສພຂ ທັງເປັນຂໍ້ມູນ, ບ່ອນອີງ ໃຫ້ແກ່ການຄົ້ນຄວ້າ, ປັບປຸງກົງຈັກການຈັດຕັ້ງຂອງສະພາໃນຊຸດຕໍ່ໄປ ໃຫ້ເປັນລະບົບ, ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ເພື່ອຮັບປະກັນໃຫ້ແກ່ການເສີມຂະຫຍາຍ ແລະ ການຍົກສູງບົດບາດການນໍາພາຂອງພັກເວົ້າລວມ ໂດຍສະເພາະການຍົກສູງບົດບາດຂອງສະພາ ໃຫ້ມີຄວາມເຂັ້ມແຂງ, ເລິກເຊິ່ງ, ຮອບດ້ານ ສົມຄູ່ກັບການເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ. ຈາກນັ້ນ, ໄດ້ມີການສົນທະນາແລກປ່ຽນຄໍາຄິດຄໍາເຫັນຕໍ່ວຽກງານດັ່ງກ່າວຮ່ວມກັນ ໂດຍສະເພາະດ້ານກົນໄກການປະສານງານລະຫວ່າງ ສພຂ ກັບ ອົງການປົກຄອງແຂວງ, ບາດກ້າວຂັ້ນຕອນການຈັດຕັ້ງປະຕິບັດພາລະບົດບາດຂອງສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງ, ໂຄງປະກອບບຸກຄະລາກອນ ແລະ ອື່ນໆ.
ວັນທີ 4 ພະຈິກ, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ພ້ອມຄະນະ ໄດ້ສືບຕໍ່ເຄື່ອນໄຫວວຽກງານ ແລະ ຢ້ຽມຢາມສະພາປະຊາຊົນແຂວງຄຳມ່ວນ ໂດຍການຕ້ອນຮັບຂອງທ່ານ ບົວພັນ ແສງຈັນ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງ, ມີບັນດາທ່ານໃນ ຄປຈສພຂ, ສສຂ ປະຈຳເຂດເລືອກຕັ້ງເມືອງ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນ ສພຂ ເຂົ້າຮ່ວມ.
ທ່ານ ບົວພັນ ແສງຈັນ ໄດ້ລາຍງານໂດຍສັງເຂບການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງຄໍາມ່ວນ ໄລຍະ 4 ປີຜ່ານມາ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຕາມ 3 ພາລະບົດບາດຕົ້ນຕໍຄື: ການພິຈາລະນາ ແລະ ຮັບຮອງເອົານິຕິກຳທີ່ສຳຄັນຂອງທ້ອງຖິ່ນ, ການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແລະ ວຽກງານຕິດຕາມກວດກາການເຄົາລົບປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການປົກຄອງທ້ອງຖິ່ນ; ການພົບປະຜູ້ມີສິດເລືອກຕັ້ງ ທີ່ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ແລະ ສະໄໝວິສາມັນ ຂອງ ສພຊ ແລະ ສພຂ ແລະ ວຽກງານການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາປະຊາຊົນແຂວງຄຳມ່ວນ.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານດີເດັ່ນຮອບດ້ານໃນການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງຄຳມ່ວນຕະຫຼອດໄລຍະຜ່ານມາ ທັງຫວນຄືນມູນເຊື້ອປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນແຕ່ລະໄລຍະ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V, ເສີມຂະຫຍາຍບົດບາດສິດເປັນເຈົ້າ ສິດປະຊາທິປະໄຕຂອງປະຊາຊົນ ຕາມລັດຖະທຳມະນູນ ແລະ ກົດໝາຍ, ມີຄວາມສາມັກຄີຮັກແພງກັນພາຍໃນ, ສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນຕາມພາລະບົດບາດ, ສິດ ແລະ ໜ້າທີ່ທີ່ໄດ້ກຳນົດໄວ້ໃນກົດໝາຍໃຫ້ສູງຂຶ້ນ.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ມອບປຶ້ມກົດໝາຍຈໍານວນໜຶ່ງໃຫ້ແກ່ສະພາປະຊາຊົນແຂວງຄຳມ່ວນ, ເຄື່ອນໄຫວຢ້ຽມຊົມກິດຈະການໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມຝັ່ງແມ່ນໍ້າຂອງຢູ່ເຂດວັດພຣະທາດສີໂຄດຕະ ບອງ.
ສຈ. ປອ. ຈະເລີນ ເຍຍປາວເຮີ ເຄື່ອນໄຫວວຽກງານຢູ່ ສພຂ ສະຫວັນນະເຂດ ແລະ ຄຳມ່ວນ
