ສຳມະນາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ

​ພ.ຈ. 5, 2025

(ສພຊ) – ກອງປະຊຸມສຳມະນາກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ຮ່າງທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນວັນທີ 4-5 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາທ່ານກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ທ່ານລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ບັນດາທ່ານຈາກສະພາທິດສະດີສູນກາງ, ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ສົມມາດ ພົລເສນາ ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອກະກຽມຄວາມພ້ອມທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການສະຫຼຸບຕີລາຄາ, ຖອດຖອນບົດຮຽນ ແລະ ວິທີການແກ້ໄຂໃນຕໍ່ໜ້າ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ການກະກຽມຮ່າງທິດທາງແຜນການ 5 ປີ ຄັ້ງທີ X (2026-2030); ເປັນການຍົກສູງທາງດ້ານເນື້ອໃນໃຫ້ແກ່ສະມາຊິກສະພາແຫ່ງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈ ການຄົ້ນຄວ້າການຕີລາຄາໃຫ້ຖືກຈຸດສຸມ ເພື່ອຮັບປະກັນໃຫ້ແຜນວຽກທີ່ລັດຖະບານຈະນໍາມາພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 10 ມີປະສິດທິຜົນ ສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມ ກໍຄືແຕ່ລະທ້ອງຖິ່ນ ນຳໄປຈັດຕັ້ງປະຕິບັດໄດ້; ເພື່ອຕິດຕາມກວດກາ, ປະເມີນຜົນ, ສະຫຼຸບຕີລາຄາຜົນສຳເລັດ, ບັນຫາຄົງຄ້າງ ແລະ ສິ່ງທ້າທ້າຍ ກ່ຽວກັບມະຕິກອງປະຊຸມສະພາແຫ່ງຊາດຄັ້ງປະຖົມມະລືກ ແລະ ມະຕິປະຈຳປີ ທີ່ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ປີ ຄັ້ງທີ IX (2025 -2021) ຕິດພັນກັບວາລະແຫ່ງຊາດ; ເພື່ອຍາດແຍ່ງເອົາບົດຮຽນ ແລະ ປະສົບການຈາກພາຍໃນ ແລະ ຕ່າງປະເທດ ໃນການກະກຽມເນື້ອຮັບໃຊ້ກອງປະຊຸມສະພາແຫ່ງຊາດ.
ກອງປະຊຸມໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ການປະກອບຄຳຄິດຄຳເຫັນຈາກກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ສະພາທິດສະດີສູນກາງພັກ, ອະດີດການນຳ ແລະ ນັກຄົ້ນຄວ້າ. ພ້ອມນັ້ນ, ຍັງໄດ້ຮັບຟັງການປະກອບຄຳເຫັນຈາກຄູ່ຮ່ວມພັດທະນາ ໃນການປະກອບສ່ວນຊ່ວຍເຫຼືອຂອງອົງການສະຫະປະຊາຊາດ ໃນການຈັດຕ້້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ໃຫ້ສອດຄ່ອງກັບຂະບວນການດ້ານງົບປະມານ ລວມທັງຂະບວນການປະຕິຮູບການວາງງົບປະມານທີ່ພວມດຳເນີນການ, ບັນຫານະໂຍາຍ ແລະ ກາລະໂອກາດ ໃນການສ້າງຄວາມມີສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ແລະ ການເຕີບໂຕສີຂຽວແບບຍືນຍົງ; ຂອບການຕິດຕາມກວດກາ ແລະ ປະເມີນສຳລັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ການປັບປຸງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ແລະ ເສັ້ນທາງໄປສູ່ການເຄື່ອນຍ້າຍຖິ່ນຖານ; ການແກ້ໄຂການໃຊ້ຈ່າຍງົບປະມານຂອງລັດຖະບານທີ່ຈຳກັດໃນຂະແໜງການສາທາລະນະສຸກ ແລະ ການສຶກສາ ໃນສະພາບການຖອນທຶນຈາກຜູ້ໃຫ້ທຶນ; ການວາງນະໂຍບາຍການພັດທະນາສັງຄົມແບບມີສ່ວນຮ່ວມຈາກທຸກພາກສ່ວນ ແລະ ການຫຼຸດຜ່ອນຄວາມບໍ່ເທົ່າທຽມກັນໃນສັງຄົມ; ການສ້າງສົມດຸນລະຫວ່າງການເຕີບໂຕທາງດ້ານເສດຖະກິດ ແລະ ການປົກປ້ອງສິ່ງແວດລ້ອມ; ການວາງນະໂຍບາຍການຍົກລະດັບຄວາມອາດສາມາດໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ; ການວາງນະໂຍບາຍການເຊື່ອມໂຍງກັບພາກພື້ນ ແລະ ການອຳນວຍຄວາມສະດວກໃຫ້ແກ່ການຄ້າ; ການລະດົມທຶນຊັບພະຍາກອນສຳລັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ການຫັນເປັນດິຈິຕອນ ແລະ ນະວັດຕະກຳໃໝ່ເພື່ອການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ການນຳໃຊ້ປັນຍາປະດິດ (AI) ເພື່ອການສຶກສາ ແລະ ການພັດທະນາເສດຖະກິດ.
ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄຳຄິດຄຳເຫັນທີ່ມີລັກສະນະວິທະຍາສາດ, ສ້າງສັນ, ມີຂໍ້ມູນຕົວຈິງ ແລະ ຂໍ້ສະເໜີເເນະທີ່ສົມເຫດສົມຜົນ ຕໍ່ບັນດາບົດທີ່ໄດ້ສະເໜີຕໍ່ກອງປະຊຸມ.

(ນາງ ກຸກກິກ ບຸດດາໄຊ)