ສະພາແຫ່ງຊາດ ຈະຮັບຮອງເອົາ 8 ມະຕິ

​ພ.ຈ. 5, 2025

(ສພຊ) – ວັນທີ 4 ພະຈິກຜ່ານມາ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄຂຂຶ້ນໃນວັນທີ 10-21 ພະຈິກ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ໃຊ້ເວລາດໍາເນີນກອງປະຊຸມທັງໝົດ 10 ວັນ (ບໍ່ລວມວັນພັກທາງລັດຖະການ) ເຊິ່ງຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍອອກມະຕິກອງປະຊຸມສະພາແຫ່ງຊາດ ຈໍານວນ 8 ສະບັບ ໃນນັ້ນ:
ມະຕິຮັບຮອງເອົາວຽກງານລັດຖະບານ 3 ສະບັບ ຄື:
1) ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ປະຈໍາປີ 2025; ແຜນງົບປະມານແຫ່ງລັດ 5 ປີ (2021-2025), ປະຈໍາປີ 2025, ແຜນເງິນຕາ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026, ບົດລາຍງານການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍວິຊາການ ຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນປີ 2024.
2) ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ.
3) ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ.
ມະຕິຮັບຮອງເອົາວຽກງານອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ 2 ສະບັບ ຄື:
1) ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ຂອງອົງການກວດສອບແຫ່ງລັດ.
2) ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026, ບົດລາຍງານຜົນການກວດກາຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ.
ມະຕິຮັບຮອງເອົາວຽກງານສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ 2 ສະບັບ ຄື:
1) ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ຂອງສານປະຊາຊົນສູງສຸດ.
2) ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ຂອງອົງການໄອຍະການປະຊາຊົນສູງສຸດ.
ມະຕິຮັບຮອງເອົາວຽກງານ ສພຊ 1 ສະບັບ ຄື: ຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X.
ພ້ອມນັ້ນ, ທ່ານຍັງແຈ້ງໃຫ້ຊາບວ່າ ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຄຳສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄໍາສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດ ເຊິ່ງບັນດາທ່ານສາມາດສົ່ງຕາມວິທີລຸ່ມນີ້:
•​ສາຍດ່ວນ: 156 ແຕ່ວັນທີ 3-21 ພະຈິກ 2025 ໃນໂມງລັດຖະການ.
•​ອີເມວ: [email protected]
•​App: Lao Na