ກອງປະຊຸມຮ່ວມລະຫວ່າງ ຄປຈສພຊ ກັບ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ

ຕ.ລ. 31, 2025

(ສພຊ) – ກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ກັບ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ໄດ້ດຳເນີນໃນຕອນບ່າຍວັນທີ 28 ຕຸລາຜ່ານມາ ທີ່ ສພຊ ພາຍໃຕ້ການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານໃນ ຄປຈສພຊ, ຮອງລັດຖະມົນຕີກະຊວງການເງິນ, ຮອງປະທານອົງການກວດກາແຫ່ງລັດ, ຮອງປະທານອົງການກວດສອບແຫ່ງລັດ, ຜູ້ຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ແຂກຖືກເຊີນ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ກ່າວວ່າ: ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ໄດ້ມີຄວາມພະຍາຍາມໃນການຈັດຕັ້ງແຜນການເຄື່ອນໄຫວຕາມພາລະບົດບາດຂອງຕົນ, ເປັນເຈົ້າການປະສານສົມທົບ, ຊຸກຍູ້ເປົ້າໝາຍ, ການຄຸ້ມຄອງເປົ້າໝາຍກວດສອບ ໃຫ້ໄດ້ຮັບການແກ້ໄຂຕາມຜົນການກວດສອບ ພ້ອມທັງໄຈ້ແຍກໃຫ້ເຫັນອັນໃດທີ່ສາມາດແກ້ໄຂໄດ້, ອັນໃດເປັນໜີ້ທວງຍາກ ແລະ ອັນໃດທີ່ບໍ່ສາມາດແກ້ໄຂໄດ້ ຫຼື ບໍ່ມີຕົວຕົນ; ພ້ອມກັນນັ້ນ, ຍັງກວດກາການຢັ້ງຢືນຄວາມຖືກຕ້ອງຂອງເອກະສານລາຍງານການເງິນ, ຄວາມສອດຄ່ອງທາງດ້ານກົດໝາຍ ແລະ ຜົນການຈັດຕັ້ງປະຕິບັດ ລວມທັງການກວດກາຕາມຜົນການກວດສອບ ແນໃສ່ເຮັດໃຫ້ການນໍາໃຊ້ງົບປະມານ, ການເງິນ ແລະ ຊັບສິນຂອງລັດ ຖືກຕ້ອງຕາມກົດໝາຍ.
ກອງປະຊຸມໄດ້ຮັບຟັງການລາຍງານການແກ້ໄຂຜົນການກວດກາຂອງອົງການກວດກາແຫ່ງລັດ ໃນໄລຍະ 5 ປີ ຜ່ານມາ (2021-2025) ແລະ ການແກ້ໄຂຜົນການກວດສອບຂອງອົງການກວດສອບແຫ່ງລັດ ໃນໄລຍະ 5 ປີຜ່ານມາ (2021-2025); ຈາກນັ້ນ, ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ, ພິຈາລະນາດ້ວຍເຫດດ້ວຍຜົນ ເພື່ອສ້າງຄວາມເປັນເອກະພາບກ່ຽວກັບວິທີການແກ້ໄຂວຽກງານໃນຕໍ່ໜ້າ ໃຫ້ມີບາດກ້າວຫັນປ່ຽນທີ່ດີຂຶ້ນ.

(ນາງ ອາລິນ ສຸພິມມະປະດິດ)