(ສພຂ) – ວັນທີ 20-21 ຕຸລາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມເຝິກອົບຮົມເພື່ອຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ (ສພຊ), ສະພາປະຊາຊົນຂັ້ນແຂວງ (ສພຂ) ແລະ ວຽກງານໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງ ແລະ ວຽກງານກະກຽມດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີທ່ານ ຈອມສີ ລັດຕະນະປັນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 5 ທັງປະທານສະພາປະຊາຊົນແຂວງ, ທ່ານ ພົຈວ. ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ບັນດາທ່ານຮອງປະທານ ແລະ ຄະນະປະຈໍາ ສພຂ, ບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກການ ແລະ ອົງການລັດທຽບເທົ່າພະແນກຂັ້ນແຂວງ, ເລຂາພັກເມືອງ ແລະ ປະທານຄະນະກຳມະການປົກຄອງເມືອງ 5 ເມືອງ ພ້ອມດ້ວຍຄະນະຮັບຜິດຊອບກອງປະຊຸມ ເຂົ້າຮ່ວມທັງໝົດ 65 ທ່ານ, ຍິງ 14 ທ່ານ.
ທ່ານ ສຸບັນ ສະວະບຸດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ເຜີຍແຜ່ເອກະສານກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ບົດຮຽນກ່ຽວກັບການຄົ້ນຄວ້າໂຄງປະກອບກົງຈັກການຈັດຕັ້ງ, ບຸກຄະລາກອນຂອງ ສພຂ, ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທັງນີ້ ກໍເພື່ອເຜີຍແຜ່, ເຊື່ອມຊຶມເອກະສານດັ່ງກ່າວ ໃຫ້ແກ່ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ທຸກພາກສ່ວນຢູ່ຂັ້ນແຂວງ, ຂັ້ນເມືອງ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສພຊ ແລະ ສພຂ ຕາມລັດຖະທຳມະນູນ ແລະ ກົດໝາຍທີ່ໄດ້ກໍານົດໄວ້; ອີກດ້ານໜຶ່ງ ກໍເພື່ອເປັນການແນະນໍາຂັ້ນຕອນການກະກຽມໃຫ້ແກ່ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນຕໍ່ໜ້ານີ້ ໃຫ້ມີປະສິດທິພາບ, ປະສິດທິຜົນສູງກວ່າເກົ່າ.
ຜູ້ແທນກອງປະຊຸມ ໄດ້ແລກປ່ຽນຄຳຄິດເຫັນຕໍ່ເອກະສານດັ່ງກ່າວ ແລະ ສົມທຽບໃສ່ການເຄື່ອນໄຫວວຽກງານຕົວຈິງໃນໄລຍະຜ່ານມາຢ່າງກົງໄປກົງມາ ໂດຍສະເພາະບັນຫາຫຍຸ້ງຍາກ ເປັນຕົ້ນແມ່ນດ້ານບຸກຄະລາກອນທີ່ຈະເປັນເສນາທິການ ບັນຈຸຊ່ວຍວຽກຢູ່ຂັ້ນເມືອງໃນຕໍ່ໜ້າ ຍັງມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກບຸກຄະລາກອນມີຈໍາກັດ, ດ້ານງົບປະມານ ແລະ ພາຫະນະ ຮັບໃຊ້ໃນການເຄື່ອນໄຫວວຽກງານຕົວຈິງ ຍັງມີຈໍາກັດ ບວກໃສ່ຄວາມຮັບຮູ້, ເຂົ້າໃຈຂອງສັງຄົມ ຕໍ່ວຽກງານສະພາ ຍັງມີໜ້ອຍ.
ສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ພາລະບົດບາດຂອງ ສພຊ, ສພຂ ແລະ ວຽກງານກະກຽມດຳເນີນການເລືອກຕັ້ງ
