ສະພາປະຊາຊົນແຂວງມອບປິ່ນເຕີ ແລະ ເຄື່ອງກິລາ

ຕ.ລ. 15, 2025

ໃນວັນທີ 14 ຕຸລາ 2025  ທ່ານ ນາງ ສົມພອນ ໂສພິລາວັນ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ນໍາເອົາປິ່ນເຕີ ຈໍານວນ 1 ຊຸດ ໄປມອບໃຫ້ປກສ ກຸ່ມຊຽງ ເມືອງຄູນ ແລະ ເຄື່ງກິລາ ຈໍານວນ 50 ຊຸດ ໄປມອບໃຫ້ ນັກຝຶກອົບຮົມກົດໝາຍ 45 ວັນຢູ່ເມືອງຄູນ ໂດຍການກ່າວມອບ ຂອງທ່ານ ນາງ ສົມພອນ ໂສພິລາວັນ ຮອງປະທານສະພາປະຊາຊົນແຂວງ ແລະ ການກ່າວຮັບຂອງ ທ່ານ ຄໍາແສນ ນະເມືອງເໜືອ ຫົວໜ້າ ປກສ ກຸ່ມຊຽງ ເມືອງຄູນ ແລະ ຕ່າງໜ້ານັກຝຶກອົບຮົມກົດໝາຍ 45 ວັນຢູ່ເມືອງຄູນ ໂດຍຊ່ອງໜ້ານັກສຶກສາ, ຕໍາຫຼວດ ແລະ ພະນັກງານສະພາປະຊາຊົນແຂວງເຂົ້າຮ່ວມເປັນສັກຂີພີຍານໃນຄັ້ງນີ້.

ເພື່ອເປັນການປະກອບສ່ວນເຂົ້າໃນກນປະຕິບັດໜ້າທີ່ວຽກງານຂອງປກສ ກຸ່ມຊຽງ ແລະ ນັກຝຶກອົບຮົມກົດໝາຍ 45 ວັນຢູ່ເມືອງຄູນ ໃຫ້ໄດ້ຮັບປະສິດທິຜົນສູງຂຶ້ນ​ກວ່າ​ເກົ່າ. ເຄື່ອງທີ່ນໍາມອບ-ຮັບຄັ້ງນີ້ ປິ່ນເຕີ 1 ຊຸດ ແລະ ເຄື່ອງກິລາຈໍານວນ 50 ຊຸດ ລວມມູນຄ່າທັງໝົດ 10.500.000 ກີບ ເຊິ່ງເຄື່ອງດັ່ງກ່າວແມ່ນສະມາຊິກສະພາປະຊາຊົນແຂວງ ເປັນຜູ້ລະດົມຂົນຂວາຍຈາກບໍລິສັດຫວາພາບ ພັດທະນາກະສິກໍາ ແລະ ຟາມລ້ຽງສັດຈໍາກັດຜູ້ດຽວ. ໃນ​ພິທີ ທ່ານ່ອ​ພັກ​ລໍຖ້າ​ເກີດ​ລູກ  ນາງ ສົມພອນ ໂສພິລາວັນ ​ໄດ້​ມີ​ຄໍາ​ເຫັນ​ໂອ້​ລົມ​ຕໍ່ສອງພາກສ່ວນ ຈົ່ງນໍາ​ເອົາອຸປະກອນ​ດັ່ງກ່າວ ​ໄປ​ນໍາ​ໃຊ້​ໃຫ້​ສອດຄ່ອງ​ ​ແລະ ເໝາະ​ສົມກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານຂອງ​ຕົນ ​ໃຫ້​ສະດວກ​ຍິ່ງ​ຂຶ້ນ​ກວ່າ​ເກົ່າ ແລະ ຈົ່ງ​ຊ່ວຍ​ກັນ​ປົກ​ຮັກສາ, ຊົມ​ໃຊ້​ໃຫ້​ໄດ້​ຍາວ​ນານ.

​ຕ່າງໜ້າປກສ ກຸ່ມ ຊຽງ ແລະ ຕ່າງໜ້ານັກຝຶກອົບຮົມກົດໝາຍ 45 ວັນຢູ່ເມືອງຄູນ ໄດ້ສະແດງຄວາມຂອບໃຈມາຍັງສະພາປະຊາຊົນແຂວງທີ່ມີຄວມເປັນຫ່ວງເປັນໃຍທີ່ຊ່ວຍແບ່ງເບົາງົບປະມານ ໃນການຊື້ອຸປະກອນຮັບໃຊ້ວຽກງານ,  ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະ​ນໍາໃຊ້​ ແລະ ປົກ​ປັກ​ຮັກສາ​​ອຸປະກອນດັ່ງກ່າວ ໃຫ້ມີຜົນປະໂຫຍດສູງສຸດ ​ຢ່າງ​ຍາວນານ ​ແລະ​ຍັງ​ຫວັງ​ວ່າ​​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ດ້ານ​ຕ່າງໆ ຈາກ​ສະພາ​ປະຊາຊົນ​ແຂວງ​ຕື່ມ​ອີກ ​ໃນ​ຕໍ່ໜ້າ.

ສະພາປະຊາຊົນແຂວງຊຽງຂວາງ

ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ