(ສພຊ) – ກອງປະຊຸມສຳມະນາກ່ຽວກັບວຽກງານສົ່ງເສີມ ແລະ ພັດທະນາຄົນພິການ ໄດ້ຈັດຂຶ້ນໃນວັນທີ 14-16 ຕຸລານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ) ແລະ ທ່ານ ບຸນຕາ ເທບພະວົງ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການວັດທະນະທໍາ-ສັງຄົມ (ກວທສ); ເຂົ້າຮ່ວມມີບັນດາທ່ານປະທານ-ຮອງປະທານກຳມາທິການ, ຮອງເລຂາທິການ, ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການຂອງ ກວທສ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ, ບັນດາຊ່ຽວຊານ ແລະ ວິທະຍາກອນ ຈາກທັງພາຍໃນ ແລະ ຕ່າງປະເທດ, ພະນັກງານ-ລັດຖະກອນຂອງ ສພຊ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນ. ຈຸດປະສົງເພື່ອສ້າງຄວາມຮັບຮູ້ເຂົ້າໃຈກ່ຽວກັບວຽກງານການສົ່ງເສີມ ແລະ ພັດທະນາຄົນພິການ ໃຫ້ແກ່ຜູ້ເຂົ້າຮ່ວມ ເພື່ອຈະໄດ້ນໍາໄປກໍານົດທິດທາງແຜນການ, ວິທີການ ແລະ ມາດຕະການຈັດຕັງປະຕິບັດ ໃນການແກ້ໄຂບັນຫາໃນຕໍ່ໜ້າ ພ້ອມທັງມີການຕິດຕາມກວດກາ ແລະ ຊຸກຍູ້ວຽກງານດັ່ງກ່າວນີ້ ຢູ່ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ໄດ້ຮັບຜົນດີ.

ກອງປະຊຸມໄດ້ຮັບຟັງພາບລວມກ່ຽວກັບການປະຕິບັດກົດໝາຍ, ນະໂຍບາຍ, ຍຸດທະສາດ, ແຜນປະຕິບັດງານແຫ່ງຊາດ ເພື່ອຄົນພິການ; ຜົນໄດ້ຮັບ, ສິ່ງທ້າທ້າຍ ແລະ ທິດທາງໃນຕໍ່ໜ້າ ໃນການຄຸ້ມຄອງບໍລິຫານກອງທຶນຄົນພິການ, ການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ພັດທະນາຄົນພິການ ຂອງສະມາຄົມຄົນພິການແຫ່ງຊາດ; ການສົ່ງເສີມ ແລະ ພັດທະນາຄົນພິການ ຂອງສະມາຄົມຄົນພິການແຂວງຈຳປາສັກ; ການຊ່ວຍເຫຼືອເດັກນ້ອຍພິການ; ການສົ່ງເສີມ ແລະ ພັດທະນາຄົນພິການໂອທິດສະຕິກ; ການສົ່ງເສີມ ແລະ ພັດທະນາຄົນພິການທາງສະໝອງ; ການສົ່ງເສີມ ແລະ ພັດທະນາວິຊາຊີບຄົນພິການຕາ; ການສົ່ງເສີມ ແລະ ພັດທະນາວິຊາຊີບຄົນພິການ ແລະ ຜູ້ດ້ອຍໂອກາດ; ການສົ່ງເສີມ ແລະ ພັດທະນາແມ່ຍິງພິການ; ການບໍລິການເພື່ອການພັດທະນາແບບມີສ່ວນຮ່ວມຂອງຄົນພິ ການ; ການສົ່ງເສີມ ແລະ ພັດທະນາດ້ານຫັດຖະກຳໃຫ້ກັບຄົນພິການ; ສະພາບການດ້ານເສດຖະກິດ, ສັງຄົມ ແລະ ການເມືອງ ຂອງ ສປປລາວ ຕໍ່ກັບການສົ່ງເສີມ ແລະ ພັດທະນາຄົນພິການ; ການສົ່ງເສີມ ແລະ ພັດທະນາດ້ານການສຶກສາ ແລະ ກິລາ ໃຫ້ກັບຄົນພິການ; ການປ້ອງກັນບໍ່ໃຫ້ເກີດຄວາມພິການ, ການປິ່ນປົວ ແລະ ພື້ນຟູສຸຂະພາບຂອງຄົນພິການ; ການສົ່ງເສີມ ແລະ ພັດທະນາດ້ານສິລະປະ, ວັດທະນະທຳ ແລະ ການພັກຜ່ອນ ໃຫ້ກັບຄົນພິການ; ການພັດທະນາສີມືແຮງງານ, ການເຝິກອົບຮົມວິຊາຊີບ ແລະ ການສົ່ງເສີມການມີວຽກເຮັດງານທໍາ ໃຫ້ກັບຄົນພິການ; ບົດບາດຂອງສະມາຊິກສະພາແຫ່ງຊາດ ຕໍ່ວຽກງານການສົ່ງເສີມ ແລະ ພັດທະນາຄົນພິການຂອງສາກົນ ແລະ ກົນໄກການຕິດຕາມກວດກາວຽກງານການສົ່ງເສີມ ແລະ ພັດທະນາຄົນພິການຂອງລັດຖະສະພາສາກົນ. ຈາກນັ້ນ, ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ ແລະ ໃຊ້ເວລາທີ່ຈຳກັດໃຫ້ເປັນປະໂຫຍດທີ່ສຸດ ໃນການຕິດຕາມ, ເກັບກຳ, ແລກປ່ຽນບົດຮຽນເຊິ່ງກັນແລະກັນຢ່າງກົງໄປກົງມາ, ສ້າງສັນ ແລະ ຊັກຖາມໃນບັນຫາຕ່າງໆ ທີ່ວິທະຍາກອນ ແລະ ຊ່ຽວຊານ ໄດ້ນຳມາສະເໜີ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ.

ທ່ານ ຄຳໃບ ດຳລັດ ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ ມີຄວາມໝາຍຄວາມສຳຄັນຫຼາຍ ເພາະ ສປປລາວ ເປັນປະເທດໜຶ່ງທີ່ຖືກສົງຄາມຮຸກຮານ ແລະ ຖືກຖິ້ມລະເບີດຫຼາຍທີ່ສຸດໃນໂລກ ເຊິ່ງມາຮອດປັດຈຸບັນ ຍັງມີປະຊາຊົນຜູ້ບໍລິສຸດເປັນຈໍານວນບໍ່ໜ້ອຍ ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກດັ່ງກ່າວ ອັນເປັນສາເຫດຂອງການສູນເສຍທັງຊີວິດ, ຊັບສິນ ແລະ ຈໍານວນໜຶ່ງໄດ້ກາຍມາເປັນຄົນພິການ. ຜ່ານມາລັດຖະບານ ຍາມໃດກໍມີຄວາມເປັນຫ່ວງເປັນໃຍ ແລະ ພັດທະນາວຽກຄົນພິການຕະຫຼອດມາ, ອັນສໍາຄັນ ແມ່ນໄດ້ໃຫ້ສັດຕະຍາບັນ ແລະ ເຂົ້າເປັນພາຄີຂອງສົນທິສັນຍາສາກົນວ່າດ້ວຍສິດຄົນພິການ (CRPD) ໃນວັນທີ 25 ກັນຍາ 2009; ນອກນີ້, ຍັງມີກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງບັນດາຂະແໜງການ ກ່ຽວກັບການສົ່ງເສີມ, ປົກປ້ອງ ແລະ ພັດທະນາຄົນພິການ. ເຖິງຢ່າງໃດກໍຕາມ, ຜ່ານການຈັດຕັ້ງປະຕິບັດຜ່ານມາ ເຫັນວ່ານະໂຍບາຍ, ນິຕິກຳກ່ຽວກັບຄົນພິການທີ່ວາງອອກ ຍັງບໍ່ທັນຄົບຖ້ວນ, ງົບປະມານທີ່ນໍາໃຊ້ເຂົ້າໃນວຽກງານດັ່ງກ່າວມີຈຳກັດ, ບຸກຄະລາກອນທີ່ມີວິຊາສະເພາະດ້ານຄົນພິການມີຈໍານວນໜ້ອຍ, ການມີສ່ວນຮ່ວມຂອງຄົນພິການຍັງມີໜ້ອຍ, ບາງຄັ້ງຍັງມີການຈໍາແນກ, ກີດກັ້ນການມີສ່ວນຮ່ວມຂອງຄົນພິການ ແລະ ອື່ນໆ.
ກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາທ່ານຜູ້ແທນທີ່ເຂົ້າຮ່ວມໃນຄັ້ງນີ້ ນໍາເອົາຄວາມຮັບຮູ້ເຂົ້າໃຈຈາກການສໍາມະນາດັ່ງກ່າວ ໄປຜັນຂະຫຍາຍເຂົ້າໃນການສົ່ງເສີມ, ປົກປ້ອງ ແລະ ພັດທະນາຄົນພິການ ໃຫ້ໄດ້ຮັບຜົນດີຍິ່ງໆຂຶ້ນ.