ລາຍງານຜົນໂດຍຫຍໍ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ຕ.ລ. 15, 2025

(ສພຊ) – ວັນທີ 10 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ, ກຳມາທິການແຜນການ, ການເງິນ ແລະ ການກວດສອບ (ກຜງສ) ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການລາຍງານຜົນໂດຍຫຍໍ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ການກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍການເປັນປະທານຂອງທ່ານ ປອ. ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ; ເຂົ້າຮ່ວມມີປະ ທານກຳມາທິການບັນດາເຜົ່າ, ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ, ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີແລະ ສິ່ງແວດລ້ອມ, ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ພ້ອມດ້ວຍຊ່ຽວຊານຈາກອົງການຈັດຕັ້ງສາກົນ, ພາກສ່ວນທີ່ກ່ຽວຂອງ ແລະ ວິຊາການຂອງ ກຜງສ.
ທ່ານ ປອ. ລີເບີ ລີບົວປາວ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງກອງປະຊຸມວ່າ ເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ເວົ້າສະເພາະໃນການປະເມີນຜົນທ້າຍສະໄໝການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ; ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອຕິດຕາມກວດກາ, ສະຫຼຸບຕີລາຄາຜົນສຳເລັດ ແລະ ບັນຫາຄົງຄ້າງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ເພີ່ມທະວີຄວາມຮູ້ຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ເປັນການກະກຽມຄວາມພ້ອມດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX.
ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ການນໍາສະເໜີຈາກບັນດາຊ່ຽວຊານຈາກພາກສ່ວນຕ່າງໆ ກ່ຽວກັບຜົນການປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ທິດທາງໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ພ້ອມກັນນັ້ນ, ຍັງໄດ້ຮັບຟັງການລາຍງານກ່ຽວກັບຍຸດທະສາດການເງິນຕ່າງໆ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນ 5 ປີ ຄັ້ງທີ X ເຊັ່ນ: ການລະດົມທຶນພາຍໃນ, ການຄຸ້ມຄອງໜີ້ສາທາລະນະ, ປະສິດທິຜົນຂອງງົບປະມານລັດ ແລະ ການສົ່ງເສີມການລົງທຶນຈາກພາກເອກະຊົນ. ບັນດາຊ່ຽວຊານ ແລະ ຜູ້ເຂົ້າຮ່ວມ ໄດ້ແລກປ່ຽນບົດຮຽນຢ່າງກົງໄປກົງມາ ເພື່ອຍາດແຍ່ງເອົາຄວາມຮູ້ ແລະ ປະສົບການຈາກພາຍໃນ ແລະ ຕ່າງປະເທດ; ການປະກອບຄຳຄິດຄຳເຫັນດັ່ງກ່າວ ແມ່ນເພື່ອເຮັດໃຫ້ການກະກຽມເນື້ອໃນການວາງທິດທາງຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ມີຄວາມຄົບຖ້ວນ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.
ຜ່ານກອງປະຊຸມສຳມະນາໃນຄັ້ງນີ້, ຄາດວ່າຜູ້ເຂົ້າຮ່ວມຈະໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບແນວທາງນະໂຍບາຍຂອງພັກ, ບົດຮຽນຈາກສາກົນ ເພື່ອນຳໄປໝູນໃຊ້ເຂົ້າໃນການເປັນເສນາທິການຮັບໃຊ້ວຽກງານຂອງສະພາແຫ່ງຊາດ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງຂຶ້ນ, ປະກອບສ່ວນອັນສຳຄັນເຂົ້າໃນການຕົກລົງບັນຫາພື້ນຖານຂອງປະເທດຊາດໃນຕໍ່ໜ້າ.