(ສພຊ) – ຕອນບ່າຍວັນຈັນທີ 13 ຕຸລາຜ່ານມາ, ພະນັກງານ-ລັດຖະກອນພາຍໃນສະພາແຫ່ງຊາດ (ສພຊ) ຈຳນວນ 20 ທ່ານ ນຳໂດຍທ່ານ ຮສ. ປອ. ລຳພົງ ວໍລະດີ ຮອງຫົວໜ້າກົມພົວພັນລັດຖະສະພາສອງຝ່າຍ, ກໍາມາທິການການຕ່າງປະເທດ ໄດ້ເຂົ້າຢ້ຽມຊົມຫ້ອງມູນເຊື້ອການທູດຂອງຂະແໜງການຕ່າງປະເທດ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ (12/10/1945-12/10/2025) ທີ່ກະຊວງການຕ່າງປະເທດ, ໂດຍໄດ້ຮັບການຕ້ອນຮັບຈາກພະແນກເອກະສານ, ຫ້ອງສະໝຸດ ແລະ ມູນເຊື້ອການທູດ, ຫ້ອງການກະຊວງການຕ່າງປະເທດ.

ການໄປທັດສະນະສຶກສາຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສາຍພົວພັນທາງການທູດລາວ ເຮັດໃຫ້ພະນັກງານ-ລັດຖະກອນພາຍໃນ ສພຊ ຮັບຮູ້ ແລະ ເຂົ້າໃຈວຽກງານຕ່າງປະເທດ ຫຼາຍຂຶ້ນກວ່າເກົ່າ.
(ສອນສັກ ວັນວິໄຊ)