ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ຕ.ລ. 13, 2025

(ສພຊ) – ກອງປະຊຸມຄົບຄະນະກຳມາທິການວັດທະນະທຳ-ສັງຄົມ (ກວທສ) ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 13 ຕຸລານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ເຂົ້າຮ່ວມໂອ້ລົມໂດຍທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ມີບັນດາທ່ານປະທານ-ຮອງປະທານກຳມາທິການ, ຮອງເລຂາທິການ ແລະ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການສັງກັດ ກວທສ, ຮອງປະທານອົງການກາແດງລາວ, ຫົວໜ້າຫ້ອງການຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປລາວ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຈາກ ສພຊ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ບຸນຕາ ເທບພະວົງ ໃຫ້ຮູ້ວ່າ: ກອງ​ປະຊຸມ​ຄົບ​ຄະນະ​ປະຈຳ​ປີ 2025 ຄັ້ງນີ້ ຖື​ວ່າ​ເປັນ​ກອງ​ປະຊຸມ​ເທື່ອສຸດທ້າຍຂອງ​ກຳມາ​ທິການ​ວັດທະນະທຳ-ສັງຄົມ, ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ເພື່ອ​ຮັບຟັງການລາຍງານ, ປະກອບຄໍາເຫັນ ແລະ ຮັບຮອງເອົາການ​ສະຫຼຸບ​ຕີ​ລາຄາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ປະຈໍາປີ 2025 ແລະ ​ທິດ​ທາງ​ແຜນການ​ເຄື່ອນ​ໄຫວ​ປີ 2026, ການ​ເຄື່ອນ​ໄຫວ​ວຽກ​ງານ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງ ກວທສ; ບົດລາຍງານການຈັດຕັ້ງປະຕິບັດບັນດາຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ແລະ ທິດທາງແຜນການເຄື່ອນໄຫວ 5 ປີ (2026-2030) ຂອງບັນດາຂະແໜງການໃນຂົງເຂດວັດທະນະທໍາ-ສັງຄົມ.
ຜູ້ແທນກອງປະຊຸມ ໄດ້​ພ້ອມກັນເຊີດຊູຄວາມຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ ໃນການຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍສົມທຽບໃສ່ພຶດຕິກຳຕົວຈິງຢູ່ທ້ອງຖິ່ນ ແລະ ຂະແໜງການ ເພື່ອເປັນພື້ນຖານໃນການນຳໄປ​ຄົ້ນຄວ້າ, ປຶກສາ​ຫາລື​ ແລະ ປັບປຸງບັນດາເອກະສານ ​ໃຫ້​ມີ​ເນື້ອ​ໃນ​ທີ່​ຄົບ​ຖ້ວນ, ຖືກຕ້ອງ, ສອດຄ່ອງ ແລະ ສົມບູນ ສາມາດ​ຮັບຮອງ​ ​ແລະ ນໍາໄປຈັດ​ຕັ້ງ​ປະຕິບັດ​​ໃຫ້​ມີຜົນສຳເລັດ.
ທ່ານ ຄຳໃບ ດຳລັດ ຕີລາຄາສູງຕໍ່ຜົນສຳເລັດທີ່ກຳມາທິການວັດທະນະທຳ-ສັງຄົມ ຍາດມາໄດ້ຕະຫຼອດໄລຍະເວລາເກືອບ 5 ປີຜ່ານມາ ທັງເນັ້ນໜັກໃຫ້ເພີ່ມທະວີການປະຕິບັດພາລະບົດບາດເປັນຕົວແທນຂອງປະຊາຊົນໃຫ້ເລິກເຊິ່ງກວ່າເກົ່າ ໂດຍຕ້ອງສືບຕໍ່ລົງພົບປະ, ຮັບຟັງ ແລະ ເກັບກຳຄວາມມຸ່ງມາດປາຖະໜາຂອງປະຊາຊົນ ໂດຍສະເພາະບັນຫາທີ່ພົ້ນເດັ່ນໃນປັດຈຸບັນ ເປັນຕົ້ນ: ຄຸນນະພາບການສຶກສາ, ການເຂົ້າເຖິງການບໍລິການສາທາລະນະສຸກ, ບັນຫາສິ່ງເສບຕິດ, ການວ່າງງານຂອງຊາວໜຸ່ມ ແລະ ການປົກປ້ອງຄຸ້ມຄອງແຮງງານ; ຍົກສູງປະສິດທິຜົນຂອງການຕິດຕາມການແກ້ໄຂຄຳຮ້ອງທຸກຂອງປະຊາຊົນ ທີ່ສົ່ງຜ່ານສາຍດ່ວນ 156 ແລະ ຊ່ອງທາງຕ່າງໆຂອງສະພາແຫ່ງຊາດ ໃຫ້ສິ້ນສຸດ ແລະ ເປັນຮູບປະທຳ; ຍົກສູງຄຸນນະພາບວຽກງານດ້ານນິຕິບັນຍັດ ໃຫ້ທັນກັບການປ່ຽນແປງຂອງຍຸກສະໄໝ ໃນການສ້າງ ແລະ ປັບປຸງກົດໝາຍ, ຕ້ອງຮັບປະກັນບໍ່ພຽງດ້ານເນື້ອໃນທີ່ຄົບຖ້ວນຮັດກຸມ, ແຕ່ຕ້ອງມີວິໄສທັດຍາວໄກ, ສາມາດຮອງຮັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ການຫັນເປັນດິຈິຕອນ; ເອົາໃຈໃສ່ຄົ້ນຄວ້າສ້າງນິຕິກຳໃໝ່ໆ ທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ເຊັ່ນ: ກົດໝາຍ, ນິຕິກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບການຄຸ້ມຄອງຂໍ້ມູນຂ່າວສານທາງອອນລາຍ, ການປົກປ້ອງເດັກໃນສະພາບແວດລ້ອມດິຈິຕອນ ແລະ ການສົ່ງເສີມອຸດສາຫະກຳວັດທະນະທຳສ້າງສັນ; ເສີມຂະຫຍາຍພາລະບົດບາດໃນການພິຈາລະນາ ແລະ ຕັດສິນບັນຫາສຳຄັນຂອງຊາດ ໂດຍອີງໃສ່ຂໍ້ມູນ ແລະ ຜົນປະໂຫຍດຂອງປະຊາຊົນເປັນໃຈກາງ ໃນການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ, ຕ້ອງວິເຄາະວິໄຈໃຫ້ເລິກເຊິ່ງເຖິງຜົນກະທົບດ້ານສັງຄົມ ແລະ ວັດທະນະທຳ ແລະ ຕ້ອງຮັບປະກັນວ່າໂຄງການລົງທຶນຕ່າງໆຂອງລັດ ໄດ້ຖືກຈັດສັນຢ່າງສົມເຫດສົມຜົນ, ຕອບໂຈດບັນຫາຈິງຂອງປະຊາຊົນ ແລະ ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs); ຫັນການຕິດຕາມກວດກາຈາກແບບຂະບວນການ ໄປສູ່ການປະເມີນຜົນກະທົບ ເຊິ່ງຕ້ອງເພີ່ມທະວີການຕິດຕາມກວດກາແບບມີຈຸດສຸມ ໂດຍສະເພາະການຈັດຕັ້ງປະຕິບັດນະໂຍບາຍໃຫຍ່ຂອງພັກ-ລັດ ເຊັ່ນ: ການປະຕິຮູບການສຶກສາ, ການປັບປຸງຄຸນນະພາບການບໍລິການສາທາລະນະສຸກ, ການພັດທະນາສີມືແຮງງານ ແລະ ການອະນຸລັກຮັກສາມໍລະດົກວັດທະນະທຳ.

(ນາງ ອາລິນ ສຸພິມມະປະດິດ)