(ສພຊ) – ກອງປະຊຸມນຳສະເໜີບົດບັນທຶກຄວາມເຂົ້າໃຈຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນການວາງນະໂຍບາຍໂດຍອີງໃສ່ຫຼັກຖານ ແລະ ການຕິດຕາມກວດກາການຈັດຕັ້ງປະຕິບັດນິຕິກຳ ໄດ້ຈັດຂຶ້ນເມື່ອວັນສຸກທີ 3 ຕຸລາຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ດາວເພັດ ສີຫາວົງ ຫົວໜ້າກົມການເງິນ, ສະພາແຫ່ງຊາດ (ສພຊ) ເຊິ່ງມີທ່ານ ນາງ ຄາລິອຸນໂກ ກັນບັດ (Khaliungoo Ganbat) ຮັກສາການຜູ້ຕາງໜ້າມູນນິທິເອເຊຍ ປະຈຳ ສປປລາວ, ຕາງໜ້າຈາກ 4 ກຳມາທິການຂອງ ສພຊ ຄື: ກົດໝາຍ; ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ; ແຜນການ, ການເງິນ ແລະ ການກວດສອບ; ການຕ່າງປະເທດ ພ້ອມດ້ວຍຕາງໜ້າຈາກສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າຂອງສະພາແຫ່ງຊາດ, ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອນຳສະເໜີກ່ຽວກັບເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈ ແລະ ບັນດາກິດຈະກໍາຂອງໂຄງການດັ່ງກ່າວ ໃຫ້ແກ່ຄູ່ຮ່ວມຈັດຕັ້ງປະຕິບັດ ໄດ້ຮັບຟັງ ແລະ ປະກອບຄຳເຫັນ ເພື່ອເຮັດໃຫ້ຮ່າງບົດບັນທຶກຄວາມເຂົ້າໃຈນີ້ ສົມບູນຍິ່ງຂຶ້ນ.
ທ່ານ ນາງ ດາວເພັດ ສີຫາວົງ ກ່າວວ່າ: ໂຄງການໃໝ່ນີ້ ໄດ້ຮັບການສະໜັບສະໜູນຈາກກະຊວງການຕ່າງປະເທດ ແລະ ການຄ້າ ຂອງອົດສະຕຣາລີ, ໄລຍະເວລາຂອງໂຄງການແມ່ນ 1 ປີ; ຈຸດປະສົງສະເພາະຂອງໂຄງການ ແມ່ນເພື່ອຍົກສູງບົດບາດຂອງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ໂດຍສະເພາະແມ່ນວຽກງານຕິດຕາມກວດກາ ແລະ ການປັບປຸງນິຕິກຳທີີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ຄັ້ງທີ X ໂດຍຜ່ານ 3 ກິດຈະກຳຄື: 1. ການສ້າງຄວາມສາມາດໃຫ້ແກ່ ສສຊ ແລະ ສສຂ ທີ່ໄດ້ຮັບເລືອກຕັ້ງໃໝ່ ໂດຍເນັ້ນໃສ່ຜູ້ຮັບຜິດຊອບວຽກງານທີ່ກ່ຽວພັນກັບກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ; ກຳມາທິການແຜນການ, ການເງິນ ແລະ ການກວດສອບ; 2. ສະໜັບສະໜູນວຽກງານຕິດຕາມກວດກາຂອງກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ; ກຳມາທິການແຜນການ, ການເງິນ ແລະ ການກວດສອບ ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ) ທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ; 3. ສະໜັບສະໜູນກຳມາທິການກົດໝາຍ ແລະ ສະຖາບັນຄົ້ນຄວ້ານິຕິກຳ ໃນການທົບທວນນິຕິກຳທີ່ກ່ຽວຂ້ອງກັບວຽກງານຂອງກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ກຳມາທິການແຜນການ, ການເງິນ ແລະ ການກວດສອບ.
ການນຳສະເໜີຮ່າງບົດບັນທຶກຄວາມເຂົ້າໃຈ ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ເຫັນເຖິງພາບລວມຂອງໂຄງການໃໝ່ທີ່ຈະມາເຖິງ ທັງເປັນບ່ອນອີງໃນການກະກຽມຄວາມພ້ອມດ້ານການຈັດຕັ້ງປະຕິບັດກິດຈະກຳ ແລະ ບຸກຄະລາກອນ ເພືີ່ອສຳເລັດຕາມຂອບເວລາຂອງໂຄງການທີ່ວາງໄວ້.
ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ປະກອບຄຳເຫັນ, ສົນທະນາແລກປ່ຽນ ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນ ທັງເປັນຂໍ້ມູນໃນການຈັດຕັ້ງປະຕິບັດກິດຈະກຳໃນໂຄງການໄລຍະໃໝ່ນີ້ ເວົ້າລວມ, ເວົ້າສະເພາະແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ ສພຊ ແລະ ສພຂ ໃນການວາງນະໂຍບາຍໂດຍອີງໃສ່ຫຼັກຖານ ແລະ ການຕິດຕາມກວດກາການຈັດຕັ້ງປະຕິບັດນິຕິກຳ.
(ນາງ ກຸກກິກ ບຸດດາໄຊ)
ນຳສະເໜີບັນທຶກຄວາມເຂົ້າໃຈຂອງໂຄງການສ້າງຄວາມເຂັ້ມແຂງ
