(ສພຊ) – ພິທີພົບປະລະຫວ່າງຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ກໍາປູເຈຍ ມີຂຶ້ນໃນວັນທີ 2 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ນຳໂດຍທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກຳປູເຈຍ ແລະ ທ່ານ ພົອ. ນຽງ ພາດ ປະທານສະມາຄົມມິດຕະພາບ ກຳປູເຈຍ-ລາວ ພ້ອມດ້ວຍຄະນະຜູ້ແທນສອງຝ່າຍເຂົ້າຮ່ວມ.
ທ່ານ ຄຳໃບ ດຳລັດ ໄດ້ກ່າວວ່າ: ການພົວພັນຮ່ວມມືລະຫວ່າງສອງສະມາຄົມມິດຕະພາບ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ຍັງສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ; ການພົບປະຄັ້ງນີ້ ຖືເປັນການປະຕິບັດກົນໄກພົບປະແລກປ່ຽນ ແລະ ພ້ອມກັນຕີລາຄາຄືນການຈັດຕັ້ງປະຕິບັດການພົວພັນຮ່ວມມືຂອງສອງສະມາຄົມໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການ ແລະ ກິດຈະກໍາໃນຕໍ່ໜ້າ ເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງສະມາຄົມ ມີຫຼາຍສີສັນ, ຫຼາຍຮູບແບບ ທັງມີປະສິດທິພາບຂຶ້ນຕື່ມ. ການພົວພັນຮ່ວມມືຂອງສອງຝ່າຍ ຍັງຮັກສາໄດ້ກົນໄກການປະສານງານພົບປະແລກປ່ຽນກັນຢ່າງປົກກະຕິ ແລະ ຕໍ່ເນື່ອງຕະຫຼອດມາ; ມີກົນໄກການແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ສົ່ງເສີມ ແລະ ສະໜັບສະໜູນການພົວພັນຮ່ວມມື, ໄປມາຫາສູ່ກັນລະຫວ່າງປະຊາຊົນຕາມເຂດຊາຍແດນ; ສະໜັບສະໜູນການຮ່ວມມືດ້ານວຽກງານປ້ອງກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ, ສຶກສາ-ສາທາລະນະສຸກ ແລະ ອື່ນໆ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ເພື່ອຜົນປະໂຫຍດຂອງປະເທດ ແລະ ປະຊາຊົນສອງຊາດ.
ສອງຝ່າຍສະເໜີໃຫ້ສືບຕໍ່ກົນໄກການປະສານງານ, ແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນການຢ້ຽມຢາມໄປມາຫາສູ່ກັນໃຫ້ເປັນປົກກະຕິ ລະຫວ່າງສອງສະມາຄົມມິດຕະພາບ ລາວ-ກຳປູເຈຍ, ກຳປູເຈຍ-ລາວ; ຊຸກຍູ້ບັນດາສະມາຄົມຂັ້ນແຂວງ, ປະຊາຊາຊົນຕາມເຂດຊາຍແດນ ໃຫ້ໄປມາຫາສູ່, ສ້າງກິດຈະກໍາຮ່ວມກັນເຊັ່ນ: ການແລກປ່ຽນສິລະປະ, ວັດທະນະທຳ, ກິລາມິດຕະພາບ, ການທ່ອງທ່ຽວ; ປະສານງານ, ຊຸກຍູ້ ແລະ ເປັນຂົວຕໍ່ສ້າງກິດຈະກຳໃຫ້ແກ່ຂະບວນການຊາວໜຸ່ມ, ນັກສຶກສາ ໃນການທັດສະນະສຶກສາເພື່ອຄົ້ນຄວ້າ ແລະ ສຶກສາກ່ຽວກັບສາຍພົວພັນມິດຕະພາບຂອງສອງຊາດ ເພື່ອເປັນການປູກຈິດສໍານຶກໃຫ້ຄົນຮຸ່ນໃໝ່ໄດ້ເຂົ້າໃຈແຈ້ງເລິກເຊິ່ງ, ເປັນເຈົ້າການສືບທອດມູນເຊື້ອອັນດີງາມຂອງສອງຊາດ; ຊຸກຍູ້ບັນດານັກທຸລະກິດລາວ ແລະ ກຳປູເຈຍ ສ້າງການຄ້າຊາຍແດນລະຫວ່າງ ລາວ-ກໍາປູເຈຍ; ປຶກສາຫາລື ແລະ ເປັນເອກະພາບກັນເພື່ອເຮັດໃຫ້ການເຄື່ອນໄຫວຂອງສະມາຄົມມິດຕະພາບ ຮັບປະກັນໄດ້ທັງດ້ານເນື້ອໃນ, ຮູບການ ແລະ ເປັນຂະບວນຟົດຟື້ນ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກໍາປູເຈຍ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ.
ສອງສະມາຄົມມິດຕະພາບ ລາວ-ກໍາປູເຈຍ ພົບປະແລກປ່ຽນຫຼາຍບັນຫາສຳຄັນ
