ໃນວັນທີ 1 ຕຸລາ 2025 ທີ່ສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ (2021-2025) ແລະ ທິດທາງແຜນການຮອດປີ 2030 ແລະ ສະຫຼຸບປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ໂດຍການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີບັນດາທ່ານປະທານຮອງປະທານ, ຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າ, ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານພາຍໃນ ສະພາປະຊາຊົນແຂວງ ເຂົ້າຮ່ວມ.ກອງປະຊຸມໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວວຽກງານຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ (2021-2025) ແລະ ທິດທາງແຜນການຮອດປີ 2030 ແລະ ສະຫຼຸບປະຈໍາປີ 2025 ແລະ ທິດທາງແຜນການປີ 2026, ຕາມ 3 ເນື້ອໃນຂໍ້ແຂ່ງຂັນຄື:1. ຍົກສູງວຽກງານດ້ານການເມືອງ-ແນວຄິດ ໃຫ້ມີຄວາມໜັກແໜ້ນໃນທຸກໆດ້ານ, 2. ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານວີຊາສະເພາະໂດຍສຸມໃສ່ປະຕິບັດບັນດາແຜນງານ, ໂຄງການຂອງແຜນພັດທະນາສະພາປະຊາຊົນແຂວງ, 3. ຍົກສູງຄວາມເປັນເຈົ້າການປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວີທີເຮັດວຽກໃຫ້ມີປະສິດທິພາບປະສິດທິຜົນສູງຂື້ນ, ພາຍໃຕ້ຄໍາຂວັນ ‘‘ ສ້າງສະພາປະຊາຊົນແຂວງ ໃຫ້ສົມເປັນອົງການຕົວແທນແຫ່ງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວ ບັນດາເຜົ່າຊາວແຂວງອັດຕະປື, ຮັບປະກັນໃຫ້ສະມາຊິກສະພາປະຊາຊົນແຂວງປະຕິບັດໜ້າທີຄົບຖ້ວນ ຕາມສິດ ໜ້າທີ່ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ, ຍົກສູງຄຸນນະພາບໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທໍາມະນູນແລະກົດໝາຍ ໃຫ້ມີຄວາມສັກສິດ ເຮັດໃຫ້ແຂວງມີສະຖຽງລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ສາມັກຄີປ່ອງດອງຍຸຕິທໍາ, ບົນພື້ນຖານສະເໝີພາບໃຕ້ກົດໝາຍ’’ ໃຫ້ເປັນຂະບວນການຟົດຟື້ນ ຕໍ່ເນື່ອງ ຮັບປະກັນໃຫ້ໄດ້ຕາມ 4 ຄາດໝາຍລວມຂອງການແຂ່ງຂັນຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກກົດໝາຍ.ໂອກາດດັ່ງກ່າວ, ທ່ານປະທານສະພາປະຊາຊົນແຂວງ ໄດ້ມີການໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ເຊິ່ງໄດ້ເປັນເຈົ້າການເອົາໃຈໃສ່ຈັດຕັ້ງປະຕິບັດ 3 ເນື້ອໃນ 4 ຄາດໝາຍ ຕາມພາລະບົດບາດ, ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ວຽກງານຂອງສະພາປະຊາຊົນແຂວງສໍາເລັດຕາມແຜນການທີ່ວາງໄວ້ ໂດຍສະເພາະການປະຕິບັດ 3 ພາລະບົດບາດຂອງສະພາປະຊາຊົນແຂວງຄື: ດ້ານນິຕິກໍາ, ການຕົກລົງບັນຫາສໍາຄັນຂອງທ້ອງຖີ່ນ ແລະ ດ້ານການຕິດຕາມກວດກາການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ວຽກງານການຄຸ້ມຄອງບໍລິຫານ ແລະ ການອໍານວຍຄວາມສະດວກດ້ານຕ່າງໆໃຫ້ແກ່ການເຄື່ອນໄຫວຂອງສະພາປະຊາຊົນແຂວງ, ເອົາໃຈໃສ່ສືບຕໍ່ຍູ້ແຮງຂໍ້ແຂ່ງຂັນໃນການຈັດຕັ້ງໜ້າທີ່ວຽກງານພາຍໃນສະພາປະຊາຊົນແຂວງ ໃຫ້ມີບາດກ້າວໄໝ່ ແລະ ຍົກສູງວຽກງານດ້ານການເມືອງແນວຄິດ ໃຫ້ມີຄວາມໜັກແໜ້ນໃນທຸກໆດ້ານ.ກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ອັດຕະປື ວ່າດ້ວຍການຍ້ອງຍໍ ສັນລະເສີນໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຫື່ອແຮງແລະ ສະຕິປັນຍາເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ປະຈໍາປີ 2024 ເຊິ່ງສະພາປະຊາຊົນແຂວງໄດ້ຮັບໃບຍ້ອງຍໍມີຈໍານວນ 26 ທ່ານ ແລະ ໃບຊົມເຊີຍ 20 ທ່ານ. ໃນນີ້, ຍັງໄດ້ເຜີຍແຜ່ ຄໍາແນະນໍາ ກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງ, ບຸກຄະລາກອນ ຂອງສະພາປະຊາຊົນຂັ້ນແຂວງ ແລະ ການກະກຽມ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 5, ເຜີຍແຜ່ ມະຕິ ກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 5. (ວິນັດ ສີສຸລາດ)
ສະພາປະຊາຊົນແຂວງ ສະຫຼຸບວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.
