(ສພຊ) – ວັນທີ 23-26 ກັນຍາຜ່ານມາ, ທ່ານ ຄໍາມ່ວນ ຊົມສີຫາປັນຍາ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍ ທີ່ພົວພັນກັບການຊຸກຍູ້ສົ່ງເສີມວຽກງານກະສິກໍາ; ການຂຶ້ນທະບຽນອອກໃບຕາດິນ ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິສະບັບເລກທີ 57/ຄປຈ, ລົງວັນທີ 31 ພຶດສະພາ 2024 ວ່າດ້ວຍການຮັບຮູ້ສິດນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້; ວຽກງານການຄຸ້ມຄອງ, ຈັດສັນເນື້ອທີ່ດິນແຕ່ລະປະເພດຂອງບັນດາຂະແໜງການ, ການໃຫ້ເຊົ່າ ແລະ ສຳປະທານທີ່ດິນຂອງລັດ; ການຕິດຕາມກວດກາບັນຫາຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ ທີ່ເກີດຈາກການພັດທະນາໂຄງການ.
ໃນການເຄື່ອນໄຫວ, ຄະນະໄດ້ລົງຢ້ຽມຢາມການຈັດຕັ້ງປະຕິບັດວຽກງານຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ອັກຕີມອນ ຢູ່ບ້ານຊາງຄຳ ເມືອງຊໍາເໜືອ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຫາຍາກ ຢູ່ບ້ານຫົວຊຽງ ແລະ ໂຄງການຂຸດຄົ້ນຖ່ານຫີນ ຢູ່ເມືອງຫົວເມືອງ ໂດຍໄດ້ຮັບຟັງການລາຍງານກ່ຽວກັບສະພາບລວມການຈັດຕັ້ງປະຕິບັດຂອງໂຄງການ ແລະ ເຂດພື້ນທີ່ທີ່ໄດ້ຮັບຜົນກະທົບທາງດ້ານສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ ຂອງໂຄງການ; ພ້ອມກັນນັ້ນ, ກໍໄດ້ເຮັດວຽກຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ເຊິ່ງປະກອບມີຄະນະນໍາຂອງສະພາປະຊາຊົນແຂວງ, ປະທານຄະນະກຳມະການປົກຄອງເມືອງ, ຄະນະນໍາຂັ້ນເມືອງ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກກະສິກຳ ແລະ ສິ່ງແວດລ້ອມ.
ທ່ານ ຄໍາມ່ວນ ຊົມສີຫາປັນຍາ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າພົບທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງແຂວງຫົວພັນ ເພື່ອລາຍງານຈຸດປະສົງ ແລະ ຜົນການລົງເຄື່ອນໄຫວເບິ່ງເຂດພື້ນທີ່ຕົວຈິງ ເພື່ອເປັນຂໍ້ມູນໃນການສືບຕໍ່ຊີ້ນຳ-ນຳພາການປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ; ທ່ານເຈົ້າແຂວງ ກໍໄດ້ສະເໜີຄະນະຕິດຕາມກວດກາ ກໍຄືສະພາແຫ່ງຊາດ ຊ່ວຍຊຸກຍູ້ລັດຖະບານ ໃຫ້ບຸລິມະສິດ ແລະ ມີນະໂຍບາຍພິເສດດ້ານການລົງທຶນໃນຂົງເຂດຕ່າງໆຢູ່ແຂວງຫົວພັນທີ່ມີທ່າແຮງ ເພື່ອປະກອບສ່ວນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກ້າວກະໂດດ.
ກສຕສ ເຄື່ອນໄຫວຕິດຕາມກວດກາຢູ່ຫົວພັນ
