(ສພຊ) – ກອງປະຊຸມຄົ້ນຄວ້າປັບປຸງຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສະພາແຫ່ງຊາດ ແລະ ຮ່າງຄູ່ມືການກະກຽມ ແລະ ດໍາເນີນກອງປະຊຸມສະພາແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 30 ກັນຍາ ຫາ 2 ຕຸລາ 2025 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສິງຄຳ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຄະນະກົມ, ສູນ ແລະ ຫ້ອງການ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງພາຍໃນສະພາແຫ່ງຊາດ (ສພຊ).

ຈຸດປະສົງແມ່ນເພື່ອຮັບປະກັນຄວາມພ້ອມໃຫ້ແກ່ການກະກຽມປັບປຸງກົງຈັກ ໂດຍສະເພາະການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສະພາແຫ່ງຊາດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິຜົນສູງຂຶ້ນ; ເພື່່ອເປັນຄູ່ມືໃນການຜັນຂະຫຍາຍການຈັດຕັັ້ງປະຕິບັດພາລະບາດ, ສິດ ແລະ ໜ້າທີ່ ຂອງຄະນະປະຈໍາສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສະພາແຫ່ງຊາດ ກ່ຽວກັບການກະກຽມ, ຮຽກໂຮມ ແລະ ນໍາພາການດໍາເນີນກອງປະຊຸມສະໄໝສາມັນ ແລະ ວິສາມັນ ຂອງ ສພຊ; ເພື່ອຄົ້ນຄວ້າ, ປະກອບຄໍາເຫັນຕໍ່ຮ່າງຄູ່ມືການກະກຽມ ແລະ ດໍາເນີນກອງປະຊຸມສະພາແຫ່ງຊາດ, ລະດົມຄວາມຄິດເຫັນໃນການປັບປຸງຮ່າງນິຕິກໍາວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສະພາແຫ່ງຊາດ ແລະ ບັນດາກົມທີ່ຂຶ້ນກັບ ໃຫ້ມີເນື້ອໃນລະອຽດ, ຊັດເຈນ ແລະ ຮັດກຸມຂຶ້ນຕື່ມ.

ທ່ານ ສິງຄຳ ວົງພະຈັນ ໄດ້ມີຄຳເຫັນວ່າ: ການປັບປຸງນິຕິກໍາສຳນັກງານອົງການຂອງລັດເຮົາ ແມ່ນມີຄວາມສໍາຄັນຫຼາຍຢູ່ໃນກົງຈັກການຈັດຕັ້ງ ໂດຍສະເພາະແມ່ນຫ້ອງວ່າການສະພາແຫ່ງຊາດ ທັງນີ້, ກໍເພື່ອຮັບປະກັນເຮັດໃຫ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຫ້ອງວ່າການ ເປັນຕົ້ນ: ວຽກງານເນື້ອໃນ, ເລຂານຸການ, ຈັດຕັ້ງ-ພະນັກງານ, ກວດກາ, ບໍລິຫານ, ການເງິນ, ໂຄສະນາຂ່າວສານ, ພົວພັນປະສານງານ ແລະ ອື່ນໆ ດີຂຶ້ນກວ່າເກົ່າ; ພ້ອມນີ້, ກໍເປັນການຍົກສູງສະຕິຄວາມຮັບຜິດຊອບໃນຖານະທີ່ເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ໃຫ້ນັບມື້ຫັນເຂົ້າສູ່ລະບົບລະບຽບ, ມີຄວາມໂລ່ງລ່ຽນ, ວ່ອງໄວ ແລະ ຄຸນນະພາບດີຂຶ້ນ.
ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສະພາແຫ່ງຊາດ, ຮ່າງຄູ່ມືກອງປະຊຸມສະພາແຫ່ງຊາດ, ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຄົ້ນຄວ້າ-ສັງລວມ ແລະ ກົມເລຂານຸການ ເຊິ່ງບັນດານິຕິກໍາເຫຼົ່ານີ້ ມີຄວາມສຳຄັນຫຼາຍ ເນື່ອງຈາກພົວພັນໂດຍກົງເຖິງການປະຕິບັດພາລະບົດບາດໃນການຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການເປັນເສນາທິການ ເພື່ອເຮັດໃຫ້ວຽກງານຂອງ ສພຊ ໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງມີໝາກຜົນ, ຮັບປະກັນຄວາມສອດຄ່ອງ ແລະ ຄວາມເປັນເອກະພາບໃນການປະຕິບັດພາລະບົດບາດຂອງຕົນຕາມກົດໝາຍ; ຈາກນັ້ນ, ກໍໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ຖອດຖອນບົດຮຽນ ແລະ ປະກອບຄຳຄິດຄຳເຫັນຢ່າງມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ສຳເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້.