(ສພຊ) – ວັນທີ 19 ກັນຍາຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍທ່ານ ປອ. ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ, ທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ປອ. ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມກໍາມາທິການວຽກງານເສດຖະກິດ (The Committee on Economic Matters) ເຊິ່ງຈັດຂຶ້ນໃນລະຫວ່າງການດໍາເນີນກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (ASEAN Inter-Parliamentary Assembly – AIPA) ຄັ້ງທີ 46 ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ ພາຍໃຕ້ການເປັນປະທານຂອງທ່ານ ຫວອງ ເສິນ (Wong Chen) ສະມາຊິກລັດຖະສະພາມາເລເຊຍ ເຊິ່ງມີຄະນະຜູ້ແທນລັດຖະສະພາ ຈາກ 9 ປະເທດ ເຂົ້າຮ່ວມຄື: ບຣູໄນ ດາຣູຊາລາມ, ກໍາປູເຈຍ, ອິນໂດເນເຊຍ, ສປປລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ.
ສໍາລັບຫົວຂໍ້ ແລະ ເນື້ອໃນຮ່າງມະຕິຕ່າງໆຂອງກໍາມາທິການວຽກງານເສດຖະກິດ ແມ່ນຮຽກຮ້ອງບັນດາສະມາຊິກໄອປາ ຍົກສູງບົດບາດຂອງຕົນ ໃນການຕິດຕາມກວດກາ, ການຈັດສັນງົບປະມານ, ການຮ່ວມມືກັນໃນການສ້າງ ແລະ ປັບປຸງບັນດານິຕິກຳທີ່ຈຳເປັນ ໃຫ້ມີຄວາມສອດຄ່ອງກັນ ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມວຽກງານເສດຖະກິດດິຈິຕອນ, ການເຫັນເປັນດິຈິຕອນ, ວຽກງານການຄ້າຢູ່ພາຍໃນອາຊຽນ, ການຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານ, ການຮ່ວມມືກັນລະຫວ່າງສະມາຊິກລັດຖະສະພາໄອປາ ໃນການແກ້ໄຂຜົນກະທົບຈາກນະໂຍບາຍດ້ານອັດຕາພາສີຂອງໂລກ, ການພັດທະນາເສດຖະກິດສີຂຽວ ເພື່ອການເຕີບໂຕແບບກວມລວມ ແລະ ຍືນຍົງ ຢູ່ໃນອາຊຽນ ແລະ ການຊຸກຍູ້ສົງເສີມການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແລະ ໃນຕໍ່ໜ້າ ເພື່ອກ້າວໄປສູ່ການບັນລຸບັນດາເປົ້າໝາຍຂອງວິໄສທັດປະຊາຄົມອາຊຽນ 2045.
ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮ່າງມະຕິ 7 ສະບັບ ເຊິ່ງໃນນີ້ ມີ 2 ຮ່າງມະຕິ ທີ່ສະພາແຫ່ງຊາດລາວ ໄດ້ສະເໜີ ແລະ ກອງປະຊຸມສາມາດຮັບຮອງເອົາຢ່າງເປັນເອກະສັນ ທັງໝົດ 7 ມະຕິ ຄື:
1. ມະຕິວ່າດ້ວຍບົດບາດຂອງລັດຖະສະພາ ໃນການສົ່ງເສີມການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແລະ ໃນຕໍ່ໜ້າ;
2. ມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ ໂດຍຜ່ານການຮ່ວມມືລະຫວ່າງລັດຖະສະພາ ກ່ຽວກັບເສດຖະກິດສີຂຽວ ແລະ ສີຟ້າ ຢູ່ໃນອາຊຽນ;
3. ມະຕິວ່າດ້ວຍການຍົກສູງສັກກະຍະພາບດ້ານການຄ້າຂາຍກາກບອນຂອງອາຊຽນ: ຍຸດທະສາດເພື່ອການເຊື່ອມໂຍງພາກພື້ນ, ການເຕີບໂຕດ້ານເສດຖະກິດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ;
4. ມະຕິວ່າດ້ວຍບົດບາດຂອງລັດຖະສະພາ ໃນການແກ້ໄຂຜົນກະທົບຈາກອັດຕາພາສີຂອງໂລກຢູ່ໃນອາຊຽນ;
5. ມະຕິວ່າດ້ວຍການຍົກສູງບົດບາດຂອງລັດຖະສະພາ ໃນການສົ່ງເສີມການຄ້າພາຍໃນອາຊຽນ ເພື່ອການເຕີບໂຕແບບກວມລວມ ແລະ ຍືນຍົງ ຢູ່ໃນອາຊຽນ;
6. ມະຕິວ່າດ້ວຍການເສີມຂະຫຍາຍບົດບາດຂອງລັດຖະສະພາອາຊຽນ ໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານທີ່ຍືນຍົງ ແລະ ເປັນທຳ;
7. ມະຕິວ່າດ້ວຍປະໂຫຍດຈາກການນຳໃຊ້ເສດຖະກິດດິຈິຕອນ ແລະ ການຫັນເປັນດິຈິຕອນ ໂດຍຜ່ານການຮ່ວມມືລະຫວ່າງລັດຖະສະພາ ເພື່ອການເຕີບໂຕແບບກວມລວມ ແລະ ຍືນຍົງ ຢູ່ໃນອາຊຽນ.
ກອງປະຊຸມກໍາມາທິການວຽກງານເສດຖະກິດ
