ກອງປະຊຸມ ປຶກສາຫາລື.

ກ.ຍ. 26, 2025

ຕອນບ່າຍວັນທີ 23 ກັນຍາ 2025, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ມີກອງປະຊຸມປຶກສາຫາລື ກ່ຽວກັບໜັງສືສະເໜີຂອງບໍລິສັດ ມະຫາໂຊກຄົບວົງຈອນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ, ໂດຍການເປັນປະທານຂອງທ່ານ ທອງໄຊ ທໍ່ຈົງເລ່ຍຈີ ຄະນະປະຈໍາ, ປະທານຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ, ມີຮອງປະທານຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ, ຄະນະພະແນກ ແລະ ພະນັກງານການຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.  ກອງປະຊຸມ, ທ່ານ ສີພອນ ອິນຕະວົງ ຮອງປະທານຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນໄດ້ຜ່ານໜັງສືສະເໜີຂອງບໍລິສັດ ມະຫາໂຊກຄົບວົງຈອນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ສະບັບເລກທີ 010/ມຫຂ, ລົງວັນທີ 1 ກັນຍາ 2025 ແລະ ມີຄໍາຖາມເຈາະຈີ້ມຕໍ່ພະແນກການ, ອົງການກ່ຽວຂ້ອງເປັນຕົ້ນ: ປະເມີນຄືນການຈັດຕັ້ງປະຕິບັດຕົວຈິງ ຂອງສາງເກັບມ້ຽນຊົ່ວຄາວທີໄດ້ຮັບອະນຸຍາດສ້າງຕັ້ງຢູ່ບໍລິສັດ ມະຫາໂຊກຄົບວົງຈອນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ, ເພາະວ່າທີ່ຜ່ານມາແມ່ນໄດ້ຮັບແຈ້ງການຂອງກົມພາສີເປີດທົດລອງນໍາໃຊ້ 3 ເດືອນ, ປັດຈຸບັນແມ່ນກາຍກໍານົດແລ້ວ ທາງບໍລິສັດຂໍປັບປຸງ ແລະ ດໍາເນີນງານຕໍ່ໄປຕາມການແນະນໍາຂອງກະຊວງການເງິນ, ກົມພາສີ ແລະ ບັນຫາອື່ນໆ ອີກຈໍານວນໜຶ່ງ.
ພ້ອມກັນນັ້ນ, ກອງປະຊຸມໄດ້ແລກປ່ຽນບັນຫາເຊິງກັນ ແລະ ກັນ, ໄດ້ຮັບຟັງການຊີ້ແຈງເພີ່ມເຕີມຈາກພະແນກ ການກ່ຽວຂ້ອງ, ທັງນີ້ກໍ່ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານ, ການປະສານງານກັບບໍລິສັດ ໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມພາລະບົດບາດ, ສິດໜ້າທີ່ ທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ເພື່ອແຈ້ງຕອບໃຫ້ບໍລິສັດດັ່ງກ່າວ ຮັບຮູ້ຜົນຂອງການປຶກສາຫາລື ໃນຄັ້ງນີ້.
ພາບ/ຂ່າວ: ສະພາປະຊາຊົນແຂວງ.