ຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນໜານໜິງ, ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ສປ ຈີນ. ‎

ກ.ຍ. 26, 2025

ໃນລະຫວ່າງ ວັນທີ 16 – 20 ກັນຍາ 2025 ໂດຍຕອບຮັບຕາມການເຊື້ອເຊີນຂອງນະຄອນໜານໜິງ ແລະ ພາຍໃຕ້ການມອບໝາຍຈາກການນໍາແຂວງ ຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊ ນໍາໂດຍ ທ່ານ ຄໍາດີ ວົງລ້ອມ, ຮອງເລຂາພັກແຂວງອຸດົມໄຊ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມງານມະຫາກໍາວາງສະແດງສິນຄ້າ ຈີນ-ອາຊຽນ ຫຼື CAEXPO ປະຈໍາປີ 2025 ຄັ້ງທີ 22 ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ສປ ຈີນ ເພື່ອສົ່ງເສີມສິນຄ້າ, ການກະເສດ, ນະວັດຕະກໍາເທັກໂນໂລຊີ, ວັດທະນະທໍາ, ການທ່ອງທ່ຽວ, ທ່າແຮງດ້ານການລົງທຶນ ແລະ ອື່ນໆ. ທັງເປັນເວທີສະແດງໃຫ້ສາກົນໄດ້ຮັບຮູ້ເຖິງສາຍພົວພັນອັນແໜ້ນແກ່ນຂອງສອງຝ່າຍ ຕາມນະໂຍບາຍໜຶ່ງແລວໜຶ່ງເສັ້ນທາງ, ແຜນຮ່ວມມືຍຸດທະສາດ, ຄູ່ຮ່ວມສະຕາກໍາລາວ-ຈີນ, ຈີນລາວ ແລະ ຕາມທິດເພື່ອນມິດ 4 ດີ ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025.
ໃນໂອກາດນີ້, ຍັງໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນແລວທາງເສດຖະກິດ ໜານໜິງ-ຮ່າໂນ້ຍ ປີ 2025 ແລະ “ໜຶ່ງແລວ ໜຶ່ງເສັ້ນທາງ” ເວທີແລກປ່ຽນແຂວງ-ນະຄອນມິດຕະພາບ ທີ່ຫ້ອງປະຊຸມໂຮງແຮມສາກົນ ວອດຕັນ ພ້ອມທັງລົງນາມເຈດຈໍານົງການສ້າງຕັ້ງສາຍພົວພັນ ມິດຕະພາບລະຫວ່າງ ແຂວງອຸດົມໄຊ ສປປ ລາວ ກັບ ນະຄອນໜານໜິງ ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ, ສປ ຈີນ, ໃນວັນທີ 18 ກັນຍາ 2025 ເພື່ອເປັນການຂະຫຍາຍການຮ່ວມມືມິດຕະພາບທີ່ເປັນມູນເຊື້ອຂອງສອງຝ່າຍ. ພາຍຫຼັງລົງນາມສອງຝ່າຍຕົກລົງເຫັນດີດໍາເນີນການຮ່ວມມື ມິດຕະພາບ ທີ່ເປັນມູນເຊື້ອອັນຍາວນານ, ໝັ້ນຄົງ ແລະ ຮອບດ້ານ ບົນພື້ນຖານຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ນໍາໃຊ້ບັນດາທ່າແຮງຂອງຕົນຢ່າງຄົບຖ້ວນ ເພື່ອສົມທົບກັນຊຸກຍູ້ການພົວພັນມິດຕະພາບ ທີ່ເປັນມູນເຊື້ອລະຫວ່າງສອງຝ່າຍ, ຕັ້ງໜ້າຜັນຂະຫຍາຍກນແລກປ່ຽນ ແລະ ການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ, ກະສິກໍາ ແລະ ປ່າໄມ້, ວັດທະນະທໍາ, ການສຶກສາ, ການແລກປ່ຽນວຽກງານຊາວໜຸ່ມ ແລະ ອື່ນໆ ເພື່ອແນໃສ່ຊຸກຍູ້ການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຝ່າຍໃນໄລຍະຍາວນານ ໂດຍອີ່ງໃສ່ທ່າແຮງເສັ້ນທາງລົດໄຟ ລາວ-ຈີນ, ສອງຝ່າຍເຫັນດີດໍາເນີນການຮ່ວມມືຕາມໜັງສືເຈດຈຳນົງ ແລະ ພ້ອມກັນຈັດຕັ້ງປະຕິບັດ ເພື່ອກ້າວໄປສູ່ການສ້າງຕັ້ງສາຍພົວພັນມິດຕະພາບຢ່າງເປັນທາງການ ໃນປີ 2026 ຮ່ວມລົງນາມເຈດຈຳນົງການສ້າງຕັ້ງສາຍພົວພັນມິດຕະພາບຕາງໜ້າແຂວງອຸດົມໄຊ ສປປ ລາວ ລົງນາມ ໂດຍ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງອຸດົມໄຊ, ປະທານສະພາປະຊາຊົນແຂວງ ແລະ ຕາງໜ້ານະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ສປ ຈີນ ລົງນາມໂດຍ ທ່ານ ໂຫ ກາງ ຮອງເລຂາຄະນະກໍາມະການພັກນະຄອນ, ເລຂາອົງຄະນະພັກປະຊາຊົນນະຄອນ ແລະ ເຈົ້າຄອງນະຄອນໜານໜິງ, ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.   ຈາກນັ້ນ, ຄະນະຜູ້ແທນຂັ້ນສູງແຂວງອຸດົມໄຊຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນົງ ເສິງເວີນ ກໍາມະການປະຈໍາພັກເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ສປ ຈີນ, ເລຂາຄະນະພັກນະຄອນໜານໜິງ ພ້ອມດ້ວຍຄະນະ ທີ່ຫ້ອງຮັບຮອງ ໂຮງແຮມສາກົນ ວອດຕັນ ແລະ ເຂົ້າຮ່ວມກອງປະຊຸມແລກປ່ຽນການນຳໃຊ້ເທັກໂນໂລຢີ AI ລະຫວ່າງຈີນ(ໜານໜິງ)-ອາຊຽນ.
ພາບ/ຂ່າວ: ຄະນະຕິດຕາມ.