(ສພຊ) – ວັນທີ 17 ກັນຍາຜ່ານມາ, ຄະນະຜູ້ແທນສະມາຊິກສະພາແຫ່ງຊາດລາວ ນຳໂດຍທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກໍາມະບານລາວ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະ ທ່ານ ຄຳປະສິດ ເທບວົງສາ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 16 ແຂວງເຊກອງ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນຂອງສະມາຊິກລັດຖະສະພາໜຸ່ມໄອປາ (Youth Parliamentarians of Assembly – YPA) ເຊິ່ງຈັດຂຶ້ນໃນລະຫວ່າງການດໍາເນີນກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (ASEAN Inter-Parliamentary Assembly – AIPA) ຄັ້ງທີ 46 ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ ພາຍໃຕ້ການເປັນປະທານຂອງທ່ານ ດາໂຕະ ອິນທິຣາ ໂມຮຳໝັດ ຊາຮາຣ໌ ບິນ ອັບດຸລລາ (DATO’ INDERA MOHD SHAHAR BIN ABDULLAH) ປະທານ YPA ໂດຍມີສະມາຊິກລັດຖະສະພາໜຸ່ມຈາກປະເທດ: ບຣູໄນ ດາຣູຊາລາມ, ກຳປູເຈຍ, ອິນໂດເນເຊຍ, ສປປລາວ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ, ມາເລເຊຍ (ເຈົ້າພາບ) ແລະ ຕີມໍ ແລັດສະເຕ; ນອກນັ້ນ, ຍັງມີຕາງໜ້າຈາກອົງການອະນາ ໄມໂລກ (WHO), ອົງການແຮງງານສາກົນ (ILO) ແລະ ທະນາຄານໂລກ (WB) ເຂົ້າຮ່ວມລວມທັງໝົດ 38 ທ່ານ. ກອງປະຊຸມໄດ້ຮັບຟັງການສະເໜີພາຍໃຕ້ 3 ຫົວຂໍ້ຄື: ການປົກປ້ອງເຍົາວະຊົນອາຊຽນ: ສຸຂະພາບ ແລະ ການສ້າງພູມຄຸ້ມກັນຂ້າມພົມແດນ ຈາກ WHO; ການສ້າງອະນາຄົດການເຮັດວຽກ: ການຈ້າງງານຊາວໜຸ່ມ, ເສດຖະກິດອິດສະຫຼະ ແລະ ເຄືອຂ່າຍຄວາມປອດໄພ ຈາກ ILO; ການທຳລາຍສິ່ງກີດຂວາງ: ຄວາມບໍ່ສະເໝີພາບ ແລະ ຄວາມຄ່ອງຕົວທາງສັງຄົມຂອງຊາວໜຸ່ມອາຊຽນ ຈາກ WB. ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ແລກປ່ຽນບົດຮຽນທີ່ດີ, ປະສົບການເຊິ່ງກັນແລະກັນ ຢ່າງກົງໄປກົງມາ ແລະ ສ້າງສັນ.
ວັນທີ 19 ກັນຍາ, ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລະ ພິຈາລະນາມະຕິ 4 ສະບັບ ແລະ ສາມາດຮັບຮອງເອົາໄດ້ຢ່າງເປັນເອກະສັນ 3 ມະຕິ ຄື:
1) ມະຕິວ່າດ້ວຍການເພີ່ມທະວີການມີສ່ວນຮ່ວມຂອງຊາວໜຸ່ມໃນທາງການເມືອງ, ການເປັນຜູ້ນຳ ແລະ ການເປັນຄູ່ຮ່ວມ ເພື່ອກ້າວໄປສູ່ອາຊຽນທີ່ມີຄວາມຍືນຍົງ ແລະ ກວມລວມ;
2) ມະຕິວ່າດ້ວຍການເພີ່ມທະວີບົດບາດຂອງຊາວໜຸ່ມໃນການຫັນເປັນດິຈິຕອນ ແລະ ສີຂຽວ ເພື່ອການເຕີບໂຕແບບກວມລວມ ແລະ ຍືນຍົງ ຂອງອາຊີຕາເວັນອອກສຽງໃຕ້;
3) ມະຕິວ່າດ້ວຍການເພີ່ມທະວີບົດບາດຂອງສະມາຊິກລັດຖະສະພາໜຸ່ມ ເພື່ອຊຸກຍູ້ເສດຖະກິດແບບຍືນຍົງ ແລະ ກວມລວມ ຂອງອາຊຽນ.
ກອງປະຊຸມສະມາຊິກລັດຖະພາໜຸ່ມໄອປາ
