ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ ສພຂ ເຊກອງ

ກ.ຍ. 23, 2025

(ສພຂ) – ຕອນບ່າຍວັນທີ 22 ກັນຍາຜ່ານມາ, ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ດົງເພັດ ພະຍົນ ປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 16, ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະພັກ-ຄະນະນໍາ ສພຂ, ສສຊ ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ຄະນະເລຂາທິການ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ນາງ ຄໍາເສັງ ທຸມມະວົງສາ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂອງ ສພຂ ໃນໄລຍະຜ່ານມາ ໂດຍສະເພາະການປັບປຸງກົງຈັກສະພາປະຊາຊົນແຂວງ ແລະ ສສຂ ປະຈໍາເຂດເລືອກຕັ້ງເມືອງ, ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍຢ່າງແຂງແຮງ.
ໂອກາດນີ້, ທ່ານ ຄໍາໃບ ດໍາລັດ ໄດ້ມີຄຳເຫັນໂອ້ລົມ ແລະ ແນະນໍາຫຼາຍບັນຫາທີ່ສຳຄັນ ໂດຍສະເພາະກ່ຽວກັບມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ດໍາເນີນໄປຢ່າງຖືກຕ້ອງຕາມແນວທາງຂອງພັກ; ພ້ອມທັງຊຸກຍູ້, ແນະນໍາ ແລະ ສ້າງຄວາມເປັນເອກະພາບ ກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນແຂວງໃນຊຸດຕໍ່ໄປ ໃຫ້ເປັນລະບົບ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້.
(ນາງ ນາລີວັນ ແສງມະນີວົງ)