ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສປປລາວ ສໍາເລັດການ ເຂົ້າຮ່ວມກອງປະຊຸມ AIPA-46 ທີ່ກົວລາລໍາເປີ, ປະເທດມາເລເຊຍ

ກ.ຍ. 22, 2025

(ສພຊ) – ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປລາວ ນໍາໂດຍທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 46 ພາຍໃຕ້ຫົວຂໍ້ “ລັດຖະສະພາທີ່ນໍາໜ້າ ເພື່ອການເຕີບໂຕແບບກວມລວມ ແລະ ຄວາມຍືນຍົງຂອງອາ ຊຽນ” ທີ່ຈັດຂຶ້ນຢູ່ນະຄອນຫຼວງກົວລາລໍາເປີ, ປະເທດມາເລເຊຍ ໂດຍການເປັນປະທານຂອງສະພາຜູ້ແທນລາສະດອນຂອງມາເລເຊຍ ນັບແຕ່ວັນທີ 17-22 ກັນຍາທີ່ຜ່ານມາ; ກອງປະຊຸມຄັ້ງນີ້ ໄດ້ມີການເຂົ້າຮ່ວມຂອງບັນດາປະທານ, ຮອງປະທານສະພາແຫ່ງຊາດ, ສະພາຜູ້ແທນລາສະດອນຂອງ 9 ປະເທດສະມາຊິກໄອປາ, ມີຜູ້ແທນຈາກ 14 ປະເທດສັງເກດການ, ບັນດາແຂກຂອງໄອປາ ແລະ ແຂກຂອງປະເທດເຈົ້າພາບ ພ້ອມດ້ວຍຜູ້ຕາງໜ້າຂອງຄູ່ຮ່ວມພັດທະນາ ຈໍານວນ 650 ກວ່າທ່ານ.
ວັນທີ 18 ກັນຍາ, ໄດ້ມີພິທີເປີດກອງປະຊຸມຢ່າງເປັນທາງການ ໂດຍມີການເຂົ້າຮ່ວມຂອງທ່ານ ດາໂຕະ ເສຣິ ອັນວາ ບິນ ອິບບາຮິມ ນາຍົກລັດຖະມົນຕີແຫ່ງມາເລເຊຍ. ໃນກອງປະຊຸມວາລະທີ 1, ບັນດາຫົວໜ້າຄະນະຜູ້ແທນໄດ້ມີການກ່າວຄໍາເຫັນປິ່ນອ້ອມຫົວຂໍ້ຂອງກອງປະຊຸມໄອປາຄັ້ງທີ 46 ຄື: “ລັດຖະສະພາຢູ່ແຖວໜ້າການພັດທະນາແບບກວມລວມ ແລະ ຍືນຍົງຂອງອາຊຽນ”. ຫົວໜ້າຄະນະຜູ້ແທນຈາກ ສປປລາວ ໄດ້ກ່າວຄໍາເຫັນໂດຍເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມື, ຄວາມເປັນເອກະພາບ, ຄວາມເປັນແກນກາງຂອງອາຊຽນ, ມີຄວາມຈໍາເປັນທີ່ຈະຕ້ອງເຮັດໃຫ້ພາກພື້ນຂອງອາຊຽນ ມີສະຖຽນລະພາບ, ສັນຕິພາບ, ມີການພັດທະນາແບບຍືນຍົງ, ກວມລວມ ໂດຍບໍ່ປະໃຜໄວ້ທາງຫຼັງ; ໄດ້ເນັ້ນເຖິງການປະຕິບັດຍຸດທະສາດການຫັນຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດຂອງ ສປປລາວ ດ້ວຍການປະຕິບັດຫຼາຍໂຄງການທີ່ສໍາຄັນໃນປະເທດເຮົາ.
ນອກຈາກນັ້ນ, ບັນດາທ່ານຄະນະຜູ້ແທນຍັງໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການປຶກສາຫາລື ກ້າວໄປເຖິງການຮັບຮອງເອົາບັນດາມະຕິ ຈໍານວນ 43 ສະບັບ ໃນຈໍານວນຮ່າງມະຕິ 45 ສະບັບ, ເຊິ່ງ ສປປລາວ ໄດ້ເປັນເຈົ້າການຮ່າງຈໍານວນ 5 ສະບັບ ໃນຂົງເຂດການເມືອງ, ເສດຖະກິດ, ສັງຄົມ ແລະ ວຽກງານແມ່ຍິງ; ໄດ້ເຂົ້າຮ່ວມປຶກສາຫາລືວຽກງານໃນ 9 ກຳມາທິການທີ່ກ່ຽວຂ້ອງເຊັ່ນ: ດ້ານການເມືອງ, ເສດຖະກິດ, ສັງຄົມ, ວຽກງານແມ່ຍິງ, ວຽກງານຊາວໜຸ່ມ, ວຽກງານຈັດຕັ້ງພາຍໃນຂອງໄອປາ, ການຮ່ວມມືລະຫວ່າງກອງເລຂາໄອປາ ແລະ ກອງເລຂາອາຊຽນ, ການປຶກສາຫາລືກັບບັນດາປະເທດສັງເກດການໄອປາ ແລະ ການຮ່າງຖະແຫຼງການຮ່ວມ; ເຂົ້າຮ່ວມກອງປະຊຸມໂຕະມົນກ່ຽວກັບວຽກງານຊາວໜຸ່ມ, ເຂົ້າຮ່ວມກອງປະຊຸມແມ່ຍິງໃນເວທີການເມືອງ ຄັ້ງທີ 2, ກອງປະຊຸມແມ່ຍິງໄອປາ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ.
ກອງປະຊຸມສະມັດຊາໃຫຍ່ໄອປາຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມກັບຄະນະຜູ້ແທນສະມາຊິກໄອປາ, ພົບປະກັບລັດຖະສະພາສັງເກດການ ຈໍານວນ 14 ປະເທດ ເພື່ອປຶກສາຫາລືກັນໃນການສົ່ງເສີມການຮ່ວມມືລະຫວ່າງໄອປາ ແລະ ບັນດາປະເທດດັ່ງກ່າວ ກ່ຽວກັບ “ຄວາມເປັນແກນກາງຂອງອາຊຽນ ແລະ ການເລັ່ງລັດການສ້າງສະຖາປັດຕະຍະກຳທີ່ກວມລວມໃນພາກພື້ນ”; ເຂົ້າຮ່ວມກອງປະຊຸມປຶກສາຫາລືລະຫວ່າງກອງເລຂາໄອປາ ແລະ ອາຊຽນ ຄັ້ງທີ 4 ກ່ຽວກັບ “ການສ້າງອະນາຄົດທີ່ກວມລວມ ແລະ ຍືນຍົງຂອງອາຊຽນ”; ເຂົ້າຮ່ວມເວທີປຶກສາຫາລືຜູ້ນໍາທາງການເມືອງເພດຍິງໄອປາ ຄັ້ງທີ 2 ແລະ ກອງປະຊຸມໂຕະມົນສະມາຊິກລັດຖະສະພາໜຸ່ມໄອປາ ອີກດ້ວຍ.
ໃນໂອກາດເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ຍາດເວລາພົບປະສອງຝ່າຍກັບຄະນະຜູ້ແທນລັດຖະສະພາເພື່ອນມິດ ແລະ ລັດຖະສະພາສັງເກດການອື່ນໆ ເປັນຕົ້ນ: ລະດັບປະທານສະພາແຫ່ງຊາດ ມີ ຫວຽດນາມ, ກຳປູເຈຍ, ມາເລເຊຍ ແລະ ສິງກະໂປ; ລະດັບຮອງປະທານສະພາແຫ່ງຊາດ ມີ ລັດຖະສະພາ ແຫ່ງ ລາຊະອານາຈັກໄທ, ສະພາດູມາ ແຫ່ງ ສະຫະພັນລັດເຊຍ ແລະ ລະດັບກໍາມາທິການ ມີ ສປຈີນ, ຢີ່ປຸ່ນ, ອົດສະຕຣາລີ ແລະ ລັດຖະສະພາເອີຣົບ.
ໃນຕອນທ້າຍຂອງກອງປະຊຸມ, ຫົວໜ້າຄະນະຜູ້ແທນຂອງລັດຖະສະພາສະມາຊິກໄອປາ ໄດ້ຮັບຮອງເອົາບົດລາຍງານຜົນຂອງກອງປະຊຸມກຳມາທິການຕ່າງໆ ແລະ ຮ່ວມກັນລົງນາມໃນຖະແຫຼງການຮ່ວມກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 46, ໄດ້ມີການຮັບເອົາປະເທດອານເຊຣີ ເຂົ້າເປັນລັດຖະສະພາສັງເກດການໃໝ່ຂອງໄອປາ ເປັນປະເທດທີ 26; ມີການມອບລາງວັນກຽດຕິຄຸນໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານໄອປາ ເຊິ່ງມີທ່ານ ໂຈເຊ ຊິດີ ເວນີເຊຍ ຈູເນຍ ອະດີດປະທານລັດຖະສະພາຟີລິບປິນ ແລະ ທ່ານ ລິມ ບາວ ຈວນ ອະດີດຮອງປະທານລັດຖະສະພາສິງກະໂປ; ມີການມອບ-ຮັບໜ້າທີ່ເລຂາທິການໃຫຍ່ໄອປາລະຫວ່າງຜູ້ເກົ່າທີ່ມາຈາກບຣູໄນ ດາຣູຊາລາມ ແລະ ຜູ້ໃໝ່ທີ່ມາຈາກກຳປູເຈຍ; ມີການມອບ-ຮັບໜ້າທີ່ການເປັນປະທານໄອປາລະຫວ່າງມາເລເຊຍ ແລະ ຟີລິບປິນ, ເຊິ່ງກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 47 ຈະຈັດຂຶ້ນທີ່ນະຄອນຫຼວງມະນີລາ, ປະເທດຟີລິບປິນ.