ຕອນບ່າຍຂອງວັນທີ 18 ກັນຍາ 2025 ນີ້ ທ່ານ ຈັນທະສຸລິນ ໝັ້ນປະດິດ ກຳມະການຄະນະປະຈໍາສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງຫລວງນໍ້າທາ ໄດ້ຖະແຫຼງຜົນສຳເລັດກອງປະຊຸມສະໄໝວິສາມັນຄັ້ງທີ5 ຂອງສະພາປະຊາຊົນແຂວງຫລວງນໍ້າທາ ຊຸດທີ IV ໂດຍ ທ່ານໃຫ້ຮູ້ວ່າ ກອງປະຊຸມສະໄໝວິສາມັນຄັ້ງທີ5 ຂອງສະພາປະຊາຊົນແຂວງຫຼວງນ້ໍາທາ ຊຸດທີ IVໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າ ຂອງວັນທີ 18 ກັນຍາ 2025 ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນເຊົ້າວັນດຽວກັນ.
ກອງປະຊຸມສະໄໝວິສາມັນຄັ້ງທີ 5 ຂອງສະພາປະຊາຊົນແຂວງຊຸດທີ IV ສະມາຊິກສະພາປະຊາຊົນແຂວງ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການຄົ້ນຄວ້າ,ພິຈາລະນາ, ຮັບຮອງເອົານິຕິກຳທີ່ສຳຄັນຂອງແຂວງ ຈຳນວນ 2 ສະບັບຄື: ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ການກໍານົດຫົວໜ່ວຍລາຄາຊົດເຊີຍ ທີ່ຖືກຜົນກະທົບຈາກໂຄງການພັດ ທະນາກະສິກໍາ, ອຸດສາຫະກໍາ, ການບໍລິການ ແລະ ການທ່ອງທ່ຽວ ເຂດດ່ານປາງໄຮ ເມືອງສິງ ແຂວງຫຼວງນໍ້າທາ; ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ການກໍານົດຫົວໜ່ວຍລາຄາຊົດເຊີຍທີ່ຖືກຜົນກະທົບຈາກໂຄງການສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ລາວ-ຈີນ ຊ່ວງຜ່ານເມືອງຫຼວງນໍ້າທາ (ແຕ່ບ້ານເຕີຍ ຫາ ບ້ານບໍ່ເຕ່ນ) ແຂວງຫຼວງນໍ້າທາ.
ໃນນາມຄະນະປະຈຳສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ ທ່ານໄດ້ສະແດງຄວາມຂອບໃຈມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນພາຍໃນທົ່ວແຂວງຫຼວງນໍ້າທາ ທີ່ໄດ້ຕິດຕາມການດຳເນີນກອງປະຊຸມສະໄໝວິສາມັນຄັ້ງທີ5 ຂອງສະພາປະຊາຊົນແຂວງຫລວງນໍ້າທາ ຊຸດທີ IV ຄັ້ງນີ້
ໂດຍ ນາງ ອຳພອນ ສີປະເສີດ