ຕອນເຊົ້າວັນທີ 19 ກັນຍາ 2025 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເຜີຍແຜ່ວັນສ້າງຕັ້ງສະຫະ ພັນກໍາມະບານແຂວງອຸດົມໄຊ ຄົບຮອບ 46 ປີ, ໂດຍການເປັນປະທານຂອງ ສະຫາຍ ວົງສີ ບຸນທີໃຈ ຮອງປະທານກໍາມະບານໜ່ວຍຮາກຖານສະພາປະຊາຊົນແຂວງ, ມີຄະນະໜ່ວຍ ແລະ ສະມາຊິກກໍາມະບານພາຍໃນໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ວົງສີ ບຸນທີໃຈ ຮອງປະທານກໍາມະບານໜ່ວຍຮາກຖານສະພາປະຊາຊົນແຂວງ ໃຫ້ຮູ້ວ່າ: ເພື່ອເປັນການທົບທວນຄືນປະຫວັດການເຄື່ອນໄຫວ ຂອງສະຫະພັນກຳມະບານແຂວງອຸດົມໄຊ, ເລີ່ມແຕ່ວັນທີ່ 11 ກັນຍາ 1979 ມາຮອດປະຈຸບັນນີ້ເປັນໄລຍະເວລາ ຄົບຮອບ 46 ປີ, ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ການຊີ້ນຳຢ່າງໃກ້ສິດຂອງສູນກາງສະຫະພັນກຳມະບານລາວ ເວົ້າລວມ, ເວົ້າສະເພາະກໍ່ແມ່ນຄະນະພັກແຂວງອຸດົມໄຊ ໃນແຕ່ລະສະໄໜ ໄດ້ນຳພາສະຫະພັນກຳມະບານແຂວງຈັດຕັ້ງປະຕິບັດແນວທາງປ່ຽນແປງໃໜ່ທີ່ມີຫຼັກການຂອງພັກ, ໂດຍສະເພາະບັນດາຄາດໜາຍທີ່ກອງປະຊຸມໃຫຍ່ຂອງແຂວງວາງອອກ ເຖີງແມ່ນວ່າຈະມີຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບຫຼາຍປະການກໍ່ຕາມ, ແຕ່ສະຫະພັນກຳມະບານແຂວງອຸດົມໄຊ ກໍ່ມີຄວາມຕັດສິນໃຈສູງ ກ້າເສຍສະຫຼະທຸກຢ່າງ ເພື່ອສິດ ແລະ ຜົນປະໂຫຍດອັນລວມຂອງຊາດກໍ່ຄື ຂອງປະຊາຊົນບັນດາເຜົ່າ ແລະ ພ້ອນນັ້ນ, ຍັງຍົກເຫັນທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າ ທີ່ຂອງສະຫະພັນກຳມະບານແຂວງອຸດົມໄຊ; ການກຳເນີດຂອງສະຫະພັນກໍາມະບານແຂວງອຸດົມໄຊ ແລະ ການເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນດີງາມຂອງສະມາຊິກກຳມະ ບານ, ກຳມະກອນ ແລະ ຜູ້ອອກແຮງງານບັນດາເຜົ່າຢູ່ແຂວງອຸດົມໄຊ.




ປະຕິບັດຕາມວາລະ ທາງຄະນະຮັບຜິດຊອບຍັງໄດ້ຜ່ານຮ່າງບົດສະຫຼຸບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025, ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາ ເດືອນ 7-8 ແລະ ວາງທິດທາງແຜນການ ປະຈໍາເດືອນ 9 ປີ 2025 ແລະ ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກກໍາມະບານໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ ເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ, ພ້ອມທັງຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງຈິງອົກຈິງໃຈ, ກົງໄປກົງມາ.


ພາບ/ຂ່າວ: ສະພາປະຊາຊົນແຂວງ.