ໃນວັນທີ 15 ກັນຍາ 2025 ຢູ່ທີ່ສະພາປະຊາຊົນແຂວງຊຽງຂວາງ ຄະນະພັກຮາກຖານສະພາປະຊາຊົນແຂວງ ເຜີຍແຜ່ເອກະສານຄໍາແນະນໍາກ່ຽວກັບການກໍ່ສ່າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍການເປັນປະທານຂອງສະຫາຍ ວຽງໄຊ ສີວິໄລ ເລຂາຄະນະພັກຮາກຖານສະພາປະຊາຊົນແຂວງ ຮອງປະທານສະພາປະຊາຊົນແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສໍາຮອງສະພາປະຊາຊົນແຂວງເຂົ້າຮ່ວມ.
ເພື່ອເຮັດໃຫ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ດໍາເນີນໄປຢ່າງຖືກຕ້ອງເປັນເອກະພາບກັນ, ຮັບປະກັນໃຫ້ມີການຊີ້ນໍາ-ນໍາພາຢ່າງໃກ້ຊິດ ຈາກຄະນະພັກແຕ່ລະຂັ້ນ, ມີຄວາມຮັບຜິດຊອບ, ມີກົນໄກປະສານງານລະອຽດ, ກໍານົດບັນດາເນື້ອໃນ, ຂັ້ນຕອນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອໃຫ້ບັນດາ ໜ່ວຍພັກກໍາແໜ້ນ, ຮູ້ນໍາພາສ້າງແຜນການ, ຈັດຕັ້ງປະຕິບັດແຜນການ, ສະຫຼຸບຕີລາຄາ ແລະ ຮັບປະກັນໃນການຕີລາຄາແບ່ງປະເພດຂອງສະມາຊິກພັກ, ໜ່ວຍພັກຖືກຕ້ອງກັບຄວາມເປັນຈິງ, ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທາງດ້ານທັດສະນະ ແລະ ວິທີການຕີລາຄາການຈັດຕັ້ງພັກ, ສະມາຊິກພັກ ທີ່ຖືເອົາຄຸນະພາບເປັນກົກ, ເອົາສະພາບການຕົວຈິງ ແລະ ຜົນສໍາເລັດຕົວຈິງເປັນໄມ້ຫຼາວັດແທກ ຕາມມາດຕະຖານທີ່ກໍານົດໄວ້. ໃນທີປະຊຸມສະຫາຍວຽງໄຊ ສີວິໄລ ໄດ້ຜ່ານເນື້ອໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນນັ້ນມີມາດຕະການກໍ່ສ້າງສະມາຊິກພັກ, ມາດຕະຖານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຕີລາຄາແບ່ງປະເພດສະມາຊິກພັກ, ໜ່ວຍພັກ ແລະ ການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ໃນຕອນທ້າຍ ສະຫາຍ ວຽງໄຊ ສີວິໄລ ໄດ້ໂອ້ລົມຕໍ່ກັບບັນດາຄະນະໜ່ວຍຈົ່ງຮີບຮ້ອນກະກຽມເອກະສານທີ່ກ່ຽວຂ້ອງກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອໃຫ້ການປະເມີນມີປະສິດທິພາບ ແລະ ປະສິດທິຜົນສູງ, ການປະເມີນຕ້ອງຮັບປະກັນຄວາມ ຄວາມໂປ່ງໃສສາມາດກວດສອບໄດ້ ແລະ ໃຫ້ຖືກຕ້ອງກັບມາດຕະຖານຂອງການປະເມີນ.
ສະພາປະຊາຊົນແຂວງຊຽງຂວາງ
ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ