
ຕອນບ່າຍຂອງວັນພຸດ, ທີ 17 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ທ່ານ ຊາຍພອນ ແກ້ວມະນີ ຜູ້ຕາງໜ້າຈາກບໍລິສັດ ລາວວິສະວະກໍາດ້ານສິ່ງແວດລ້ອມຈໍາກັດ ໄດ້ມອບວັດຖຸປັດໃຈເປັນເງິນ ຫ້າລ້ານກີບ ໃຫ້ທາງສະພາປະຊາຊົນແຂວງ ແລະ ຕາງໜ້າຮັບໂດຍທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ, ມີຄະນະເລຂາທິການ, ຮອງປະທານຄະນະກໍາມະການ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.




ທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ, ໄດ້ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງຕໍ່ທາງບໍລິສັດ ທີ່ໃຫ້ຄວາມສໍາຄັນ ແລະ ເປັນຫ່ວງເປັນໄຍຕໍ່ຄໍາສະເໜີຂອງປະຊາຊົນ ແລະ ໄດ້ມອບວັດຖຸປັດໃຈ ຊື້ອຸປະກອນການຮຽນເພື່ອນໍາໄປມອບໃຫ້ແກ່ນັກຮຽນເຂດຫ່າງໄກຊອກຫຼີກ ແລະ ທ່ານຍັງໄດ້ໃຫ້ຄໍາເຫັນຕື່ມວ່າຈະນໍາໄປມອບຕໍ່ໃຫ້ນ້ອງນັກຮຽນ ນໍາໃຊ້ເຂົ້າໃນການຮຽນ ແລະ ໃຫ້ເກີດຜົນປະໂຫຍດສູງສຸດ.
