ຕອນເເລງວັນທີ 17 ກັນຍາ 2025 ທ່ານ ຈັນທະສຸລິນ ໝັ້ນປະດິດ ກຳມະການຄະນະປະຈໍາສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງຫຼວງນໍ້າທາ ໄດ້ຖະແຫລງການເປີດກອງປະຊຸມສະໄໝວິສາມັນຄັ້ງທີ 5 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ IV ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ເຊິ່ງກອງປະຊຸມສະໄໝວິສາມັນ ຄັ້ງທີ່5 ຂອງສະພາປະຊາຊົນແຂວງຫຼວງນ້ໍາທາ ຊຸດທີ IV ຈະໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າ ຂອງວັນທີ 18 ກັນຍາ 2025 ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ແລະ ຈະໄດ້ດໍາເນີນເປັນເວລາ 1 ຕອນເຊົ້ົ້ົ້ົ້ົ້ົ້ົ້າ
ກອງປະຊຸມສະໄໝວິສາມັນ ຄັ້ງທີ5 ຂອງສະພາປະຊາຊົນແຂວງຫຼວງນ້ໍາທາ ຊຸດທີ IV ຈະໄດ້ພິຈາລະນາ ແລະ ຮັບຮອງເອົານິຕິກໍາທີ່ສຳຄັນຂອງແຂວງຄື: ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ການກໍານົດຫົວໜ່ວຍລາຄາຊົດເຊີຍ ທີ່ຖືກຜົນກະທົບຈາກໂຄງການພັດ ທະນາກະສິກໍາ, ອຸດສາຫະກໍາ, ການບໍລິການ ແລະ ການທ່ອງທ່ຽວ ເຂດດ່ານປາງໄຮ ເມືອງສິງ ແຂວງຫຼວງນໍ້າທາ ແລະ ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ການກໍານົດຫົວໜ່ວຍລາຄາຊົດເຊີຍທີ່ຖືກຜົນກະທົບຈາກໂຄງການສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ລາວ-ຈີນ ຊ່ວງຜ່ານເມືອງຫຼວງນໍ້າທາ (ແຕ່ບ້ານເຕີຍ ຫາ ບ້ານບໍ່ເຕ່ນ) ແຂວງຫຼວງນໍ້າທາ.
ໃນນາມຄະນະປະຈຳສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ ຂໍເຊີນຊວນມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວແຂວງຫຼວງນໍ້າທາ ຈົ່ງໃກ້ຊິດຕິດຕາມການດຳເນີນກອງປະຊຸມສະໄໝວິສາມັນ ຄັ້ງທີ 5 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ IV ຄັ້ງນີ້.
ນາງ ວັນນີ ແຝງບົວວັນ