ກຸ່ມປົກປ້ອງກົດໝາຍ ແລະ ປກຊ-ປກສ ເຊື່ອມຊຶມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 9

ກ.ຍ. 17, 2025

ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ປະທານສະພາປະຊາຊົນແຂວງສາລະວັນ ຊຸດທີ IV ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ໄດ້ພົບປະຜູ້ມີສິດເລືອກຕັ້ງ ພະນັກງານ-ລັດຖະກອນ ກຸ່ມປົກປ້ອງກົດໝາຍ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈໍານວນ 100 ກວ່າທ່ານ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງສາລະວັນ ຊຸດທີ IV ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ ໃນຕອນເຊົ້າຂອງວັນທີ 16 ກັນຍາ 2025 ນີ້;

ໃນພິທີ ທ່ານ ສີເຮັງ ຫອມສົມບັດ ໄດ້ເຜີຍແຜ່ເນື້ອໃນມະຕິ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ທີ່ໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຫຼາຍບັນຫາ ເປັນຕົ້ນແມ່ນ ໄດ້ຮັບຮອງເອົາ ນະໂຍບາຍຊຸກຍູ້ ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ, ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ; ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ສືບຕໍ່ຮັບຟັງການເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ທີ່ໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຂອງແຂວງຫຼາຍບັນຫາເປັນຕົ້ນແມ່ນ ເຜີຍແຜ່ມະຕິກອງປະຊຸມຄະນະປະຈໍາ ສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ, ພິຈາລະນາ ແລະ ຮັບຮອງເອົາຊື່ເອີ້ນ ປະທານ-ຮອງປະທານ ຄະນະກໍາມະການປົກຄອງຂັ້ນເມືອງ ແລະ ແຕ່ງຕັ້ງປະທານ ຄະນະກໍາມະການປົກຄອງເມືອງ 8 ເມືອງ, ຮັບຮອງເອົາການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນະເສດຖະກິດ-ສັງຄົມ, ແຜນງົບປະມານຂອງອົງການປົກຄອງແຂວງ, ພິຈາລະນາຮັບຮອງການສ້າງນິຕິກໍາທີ່ສຳຄັນຂອງແຂວງ ຈໍານວນ 3 ສະບັບ, ຮັບຮອງເອົາວຽກງານການເຄື່ອນໄຫວ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV, ເນື້ອໃນເລົ່ານີ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ນໍາມາເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ເຊື່ອມຊຶມຢ່າງເຂົ້າໃຈ ແນໃສ່ໃຫ້ທຸກຄົນໄດ້ປະກອບສ່ວນໃນການຈັດຕັ້ງປະຕິບັດຢ່າງພ້ອມພຽງກັນ ແລະ ກວ້າງຂວາງອອກໃນທົ່ວສັງຄົມໃຫ້ກາຍເປັນຮູບປະທໍານັບມື້ນັບຫລາຍຂຶ້ນ;

ຫຼັງຈາກນັ້ນ ຕາງໜ້າຈາກກຸ່ມປົກປ້ອງກົດໝາຍ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ມີຄຳຄິດເຫັນ ຂໍ້ຫຍຸ້ງຍາກ ທີ່ຕິດພັນກັບການປະຕິບັດໜ້າທີ່ວຽກງານ ສະເໜີຕໍ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ  ຊ່ວຍປະສານສົມທົບກັບພາກສ່ວນກ່ຽວຂ້ອງຊ່ວຍແກ້ໄຂ ແລະ ບາງບັນຫາ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ກໍ່ໄດ້ຕອບຂໍ້ຂ້ອງໃຈ ແລະ ອະທິບາຍຊີ້ແຈງກັບທີ່;

 

ພາບ: ຈັນທີ ຂ່າວ: ດີລໍາພົນ