ກອງປະຊຸມຄະນະປະຈຳຂອງສະພາປະຊາຊົນແຂວງຫລວງນ້ຳທາ ປະຈຳເດືອນ ກັນຍາ 2025

ກ.ຍ. 16, 2025

ກອງປະຊຸມຄະນະປະຈຳຂອງສະພາປະຊາຊົນແຂວງຫລວງນ້ຳທາ(ສພຂ) ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນແລງຂອງວັນທີ່ 15 ກັນຍາ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຄຳຟອງ ອີນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ມີບັນດາທ່ານຄະນະປະຈຳສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ

ກອງປະຊຸມໄດ້ຮັບຟັງການລາຍງານ ຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະປະຈໍາ ສະບັບເລກທີ 97/ຄປຈຂ, ລົງວັນທີ 13/8/2025; ພິຈາລະນາ ຄົ້ນຄວ້າ ໜັງສືສະເໜີຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງລອງ ສະບັບເລກທີ 08/ຄສມ, ລົງວັນທີ 22 ສິງຫາ 2025 ກ່ຽວກັບການຂໍງົບປະມານຊື້ອຸປະກອນຮັບໃຊ້ຫ້ອງການ; ພິຈາລະນາ, ຄົ້ນຄວ້າ ຮ່າງຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການກໍານົດລາຄາຫົວໜ່ວຍຊົດເຊີຍ ທີ່ຖືກຜົນກະທົບຈາກໂຄງການ ພັດທະນາກະສິກໍາ, ອຸດສາຫະກໍາ, ການບໍລິການ ແລະ ການທ່ອງທ່ຽວເຂດດ່ານປາງໄຮ ເມືອງສິງ;ພິຈາລະນາ, ຄົ້ນຄວ້າ ຮ່າງຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການກໍານົດລາຄາຫົວໜ່ວຍຊົດເຊີຍ ຜົນກະທົບຈາກໂຄງການ ສາຍສົ່ງໄຟຟ້າແຮງສູງ 500 KV ລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ; ປຶກສາຫາລື ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝວິສາມັນ ຄັ້ງທີ 5 ຂອງສະພາປະຊາຊົນແຂວງ ແລະ ພິຈາລະນາຄົ້ນຄວ້າ ການສະເໜີຂອງບັນດາຂະແໜງ ພາຍໃນ ສພຂ ຄົ້ນຄວ້າບັນຫາອື່ນໆ ຕາມການສະເໜີຂອງບັນດາກໍາມະການປະຈໍາ ສພຂ.

ພ້ອມດຽວກັນ ໄດ້ແລກປ່ຽນປະກອບຄໍາຄິດເຫັນຕໍ່ວຽກງານພາຍໃນສະພາປະຊາຊົນແຂວງ ພ້ອມນັ້ນ ປະທານກອງປະຊຸມ ຍັງໄດ້ເນັ້ນໜັກໃຫ້ຄະນະກຳມະການ, ຄະນະເລຂາທິການ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານທີ່ສຳຄັນ ໃຫ້ມີຜົນສຳເລັດຕາມທີ່ໄດ້ກຳນົດໄວ້.