(ສພຊ) – ຕອນບ່າຍວັນສຸກທີ 12 ກັນຍານີ້ ໄດ້ມີການພົບປະສອງຝ່າຍລະຫວ່າງທ່ານ ພົຕ. ປອ. ວົງສັກ ພັນທະວົງ ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ກັບ ທ່ານ ພົອ. ສະຫວັດ ທັດສະນາ ປະທານກໍາມາທິການການທະຫານ ແລະ ຄວາມໝັ້ນຄົງ, ວຸດທິສະພາ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ.
ໃນການພົບປະ, ສອງຝ່າຍໄດ້ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ການຈັດຕັ້ງປະຕິບັດວຽກງານຂອງກຳມາທິການຕົນ; ຮ່ວມກັນຕີລາຄາຄືນການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ, ສອງອົງການຕິນິບັນຍັດ ກໍຄືສອງກຳມາທິການ; ປຶກສາຫາລືຫຼາຍບັນຫາທີ່ກ່ຽວຂ້ອງກັບການປົກປັກຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ, ການຮ່ວມມືກັນເພື່ອແກ້ໄຂບັນຫາອາຊະຍາກຳທາງເອເລັກໂຕຣນິກ, ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນຕາມບໍລິເວນຊາຍແດນ ແລະ ອື່ນໆ ເພື່ອປະກອບສ່ວນປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດ. ພ້ອມກັນນີ້, ຍັງເຫັນດີສືບຕໍ່ຊຸກຍູ້ສົ່ງເສີມໃຫ້ມີການແລກປ່ຽນການຢ້ຽມຢາມທີ່ຕິດພັນກັບການແລກປ່ຽນບົດຮຽນໃນການປະຕິບັດພາລະບົດບາດດ້ານຕິນິບັນຍັດ ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ), ສືບຕໍ່ຊຸກຍູ້ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາສາກົນ, ຂໍ້ຕົກລົງ, ບົດບັນທຶກຄວາມເຂົ້າໃຈ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາ ໃຫ້ນັບມື້ໄດ້ຮັບໝາກຜົນຍິ່ງໆຂຶ້ນ ບົນພື້ນຖານການປະສານສົມທົບເພື່ອຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສະພາຂອງສອງປະເທດ ກໍຄືປະກອບສ່ວນຊຸກຍູ້ບັນດາໂຄງການຮ່ວມມືຂອງສອງລັດຖະບານ ແລະ ຮ່ວມກັນຕິດຕາມກວດກາບັນຫາຊາຍແດນ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍບໍລິເວນຊາຍແດນຂອງສອງປະເທດ, ຮ່ວມກັນປະກອບສ່ວນແກ້ໄຂບັນຫາທີ່ເກີດຂຶ້ນຢູ່ລຽບຕາມຊາຍແດນ ໃຫ້ມີຄວາມສະຫງົບ ລວມທັງຊຸກຍູ້ໃຫ້ມີການສືບຕໍ່ປັກຫຼັກໝາຍຊາຍແດນ ລາວ-ໄທ ທີ່ຍັງຄົງຄ້າງ ໃຫ້ສຳເລັດ.
ຕອນບ່າຍວັນດຽວກັນ, ທ່ານ ພົອ. ສະຫວັດ ທັດສະນາ ໄດ້ນຳພາຄະນະຜູ້ແທນວຸດທິສະພາໄທ ເຂົ້າຢ້ຽມຂໍ່ານັບທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ເຊິ່ງທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປລາວ ໃນຄັ້ງນີ້ ເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ ກໍຄືສອງອົງການນິຕິບັນຍັດ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ; ສະແດງຄວາມປິຕິຍິນຕີຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປລາວ ແລະ ລາຊະອານາຈັກໄທ ກໍຄືລະຫວ່າງສອງອົງການນິຕິຍັດຂອງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດມາ.
ທ່ານ ພົອ. ສະຫວັດ ທັດສະນາ ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ທ່ານຮອງປະທານສະພາແຫ່ງຊາດ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ເຕັມໄປດ້ວຍໄມຕິຈິດມິດຕະພາບທີ່ດີ; ພ້ອມທັງລາຍງານຜົນການພົບປະສອງຝ່າຍກັບກຳມາທິການ ປກຊ-ປກສ ໂດຍສະເພາະທິດທາງການຮ່ວມມືລະຫວ່າງສອງກຳມາທິການໃນຕໍ່ໜ້າ, ຜົນການເຄື່ອນໄຫວຢ້ຽມຢາມ ສປປລາວ ຄັ້ງນີ້, ສະພາບການເຄື່ອນໄຫວວຽກງານຂອງຄະນະກໍາມາທິການການທະຫານ ແລະ ຄວາມໝັ້ນຄົງ ແລະ ອື່ນໆ.
ນອກຈາກນີ້, ຄະນະຜູ້ແທນວຸດທິສະພາໄທ ຍັງໄດ້ໄປຢ້ຽມຢາມຫໍພິພິທະພັນລາວສະໄໝ ແລະ ສະຖານທີ່ທ່ອງທ່ຽວທີ່ສຳຄັນໃນນະຄອນຫຼວງວຽງຈັນອີກດ້ວຍ.
ຄະນະຜູ້ແທນວຸດທິສະພາໄທ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລາວ
