(ສພຊ) – ຕອນບ່າຍວັນທີ 9 ກັນຍານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມເຜີຍແຜ່ຜົນການວິເຄາະກ່ຽວກັບ “ການເປັນຕົວແທນຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ” ໂດຍການເປັນປະທານຮ່ວມຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິທຳ, ປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ ແລະ ທ່ານ ນາງ ການນິ ວິຍາຣາຈາ (Kanni Wignaraja) ຜູ້ຊ່ວຍເລຂາທິການໃຫຍ່, ຜູ້ອໍານວຍການພາກພື້ນອາຊີ-ປາຊີຟິກ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ເຂົ້າຮ່ວມມີບັນດາທ່ານກຳມະການໃນຄະນະປະຈໍາ ແລະ ຮອງປະທານກຳມາທິການ ສພຊ, ຮອງປະທານສະພາປະຊາຊົນແຂວງ (ສພຂ) ຫົວພັນ ແລະ ສາລະວັນ, ສສຊ ເພດຍິງ ປະຈໍາຢູ່ນະຄອນຫຼວງວຽງຈັນ, ທ່ານ ນາງ ມາຕິນ ເທເຣີ ຜູ້ຕາງໜ້າ UNDP ປະຈໍາ ສປປລາວ, ຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດ, ກະຊວງການເງິນ, ສະຖານທູດ, ອົງການຈັດຕັ້ງສາກົນ, ການຈັດຕັ້ງທາງສັງຄົມ, ຫົວໜ້າ-ຮອງຫົວໜ້າກົມພາຍໃນ ສພຊ ແລະ ແຂກຖືກເຊີນ.
ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອກະກຽມສະຫຼຸບຕີລາຄາການປະຕິບັດບັນດາຄາດໝາຍດ້ານຕ່າງໆທີ່ກໍານົດໄວ້ ໄລຍະປີ 2021-2025 ໃນນັ້ນມີ 4 ຄາດໝາຍດ້ານບົດບາດຍິງ-ຊາຍ ເຊິ່ງເປັນການຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ 5 “ຄວາມສະເໝີພາບຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ໄວໜຸ່ມຍິງ” ກໍຄືແຜນດໍາເນີນງານ ແລະ ແຜນປະຕິບັດງານ ວ່າດ້ວຍການສົ່ງເສີມການມີສ່ວນຮ່ວມທາງການເມືອງ ແລະ ຄວາມເປັນຜູ້ນໍາຂອງເພດຍິງ (WPPL 2024-2030) ຂອງສະມາຊິກລັດຖະສະພາລະຫວ່າງຊາດອາຊຽນ ແລະ ມະຕິວ່າດ້ວຍການສົ່ງເສີມລັດຖະສະພາທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ເພື່ອປະຊາຄົມອາຊຽນທີ່ເຂັ້ມແຂງ, ເຊື່ອມຈອດ ແລະ ກວມລວມ ທີ່ຖືກຮັບຮອງເອົາຢູ່ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ທີ່ ສປປລາວ ເປັນເຈົ້າພາບໃນປີ 2024 ໃຫ້ເປັນຮູບປະທໍາ.
ກອງປະຊຸມໄດ້ຮັບຟັງຄວາມເປັນມາຂອງການວິເຄາະສະພາບດ້ານບົດບາດຍິງ-ຊາຍ ແລະ ນຳສະເໜີຜົນການວິເຄາະກ່ຽວກັບການເປັນຕົວແທນຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ໃນ ສພຊ ແລະ ສພຂ ເພື່ອເປັນຂໍ້ມູນໃຫ້ແກ່ການກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຊິ່ງຈະດໍາເນີນໃນຕົ້ນປີ 2026 ໃຫ້ເພດຍິງໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາ ບັນລຸຄາດໝາຍ 30% ຂຶ້ນໄປ ແລະ ເປັນການເຜີຍແຜ່ຜົນການຄົ້ນຄວ້າ ແລະ ການນໍາໃຊ້ຂໍ້ມູນດັ່ງກ່າວຢ່າງເປັນທາງການ; ຈາກນັ້ນ, ກໍໄດ້ຮ່ວມກັນປະກອບຄໍາເຫັນ ເພື່ອເປັນກໍາລັງແຮງໃຫ້ແກ່ຄະນະ ສສຊ ເພດຍິງ ກໍຄື ສພຊ ແລະ ສພຂ ເພື່ອສູ້ຊົນໃຫ້ບັນລຸຄາດໝາຍດ້ານບົດບາດຍິງ-ຊາຍ.
(ນາງ ອາລິນ ສຸພິມມະປະດິດ)
ເຜີຍແຜ່ຜົນການວິເຄາະການເປັນຕົວແທນຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍ
